ໃນໂອກາດທີ່ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລົງພົບປະ ແລະ ໂອ້ລົມພະນັກງານຫຼັກແຫຼ່ງຂະແໜງການເງິນ ແລະ ຂົງເຂດເສດຖະກິດຂອງແຂວງວຽງຈັນ, ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງໆວຽງຈັນ ທັງເປັນຫົວໜ້າພະແນກການເງິນແຂວງວຽງຈັນ ພ້ອມຄະນະ; ໃນວັນທີ 18 ພຶດສະພານີ້, ໂດຍທ່ານໄດ້ເນັ້ນໜັກໃຫ້ພະນັກງານຂະແໜງການເງິນແຂວງ ຈົ່ງເອົາໃຈໃສ່ປະຕິບັດລາຍຈ່າຍຢ່າງເຂັ້ມງວດໃຫ້ເປັນໄປຕາມກົດໝາຍ ແລະ ລະບຽບການ ໂດຍຖືເອົາການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ລາຍຈ່າຍຮັບໃຊ້ການເຄື່ອນໄຫວວຽກງານຂອງກົງຈັກພັກ-ລັດໃຫ້ທັນກັບສະພາບການຕົວຈິງ.

ທ່ານ ສົມດີ ດວງດີ ກ່າວເນັ້ນວ່າ: “ກ່ອນອື່ນໝົດ, ຄະນະນຳຂະແໜງການເງິນ-ຂົງເຂດເສດຖະກິດແຂວງ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນຂະແໜງການເງິນມີແນວຄິດຫຼັກໝັ້ນ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ເພື່ອເອົາໃຈໃສ່ເປັນເຈົ້າການປະຕິບັດລາຍຈ່າຍຢ່າງເຂັ້ມງວດໃຫ້ເປັນໄປຕາມກົດໝາຍ ແລະ ລະບຽບການໂດຍຖືເອົາການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ລາຍຈ່າຍຮັບໃຊ້ການເຄື່ອນໄຫວວຽກງານຂອງກົງຈັກພັກ-ລັດໃຫ້ເປັນບູລິມະສິດຕົ້ນຕໍ, ໃຫ້ກະກຽມການຂຶ້ນແຜນງົບປະມານ ປີ 2019 ແຕ່ຫົວທີ ເພື່ອໃຫ້ທັນກັບສະພາບການຕົວຈິງ ພ້ອມທັງເອົາໃຈໃສ່ບຸກບືນ ແລະ ສູ້ຊົນເກັບລາຍຮັບໃນໄລຍະເວລາທີ່ຍັງເຫຼືອໃຫ້ໄດ້ຕາມແຜນການ ຫຼື ລື່ນແຜນການຍິ່ງເປັນການດີ, ຄຸ້ມຄອງຖານລາຍຮັບ, ສ້າງຖານລາຍຮັບໃຫ້ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ສາມາດຕິດຕາມກວດກາໄດ້, ຈັດຕັ້ງປະຕິບັດການຈົດຮັບ-ຈົດຈ່າຍ ແນໃສ່ໃຫ້ສາມາດປະຕິບັດທັນຕາມກຳນົດເວລາ ແລະ ເປັນປົກກະຕິ, ເປັນເຈົ້າການແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງໃນຈຳນວນທີ່ຄົງຄ້າງໃນໄລຍະຜ່ານມາ ໂດຍໃຫ້ຫັນມາປະຕິບັດຕາມກົດໝາຍພາສີ, ລະບຽບການທີ່ກ່ຽວຂ້ອງ ແລະ ເຂັ້ມງວດບໍ່ໃຫ້ເກີດຂຶ້ນອີກໃນຕໍ່ໜ້າ, ເອົາໃຈໃສ່ວຽກງານກວດກາ ແລະ ຄຸ້ມຄອງສິນຄ້ານຳເຂົ້າຜ່ານດ່ານທ້ອງຖິ່ນ-ປະເພນີ (ດ່ານບ້ານວັງ ແລະ ຊະນະຄາມ) ຢ່າງເຂັ້ມງວດ”.

ໂອກາດດຽວກັນ, ທ່ານ ຄຳເຫຼັກ ທອງສະຫວັນ ຮອງຫົວໜ້າພະແນກການເງິນ ແຂວງວຽງຈັນ ໄດ້ຂຶ້ນລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບການຈັດຕັ້ງການເຄື່ອນໄຫວຂອງຂະແໜງການເງິນ ແລະ ການປະຕິບັດແຜນງົບປະມານແຫ່ງລັດ ງວດທີ 1 ປີ 2018; ເຫັນວ່າແຂວງວຽງຈັນ ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ລື່ນແຜນການທີ່ໄດ້ວາງໄວ້; ເຊິ່ງມັນສະແດງອອກໃຫ້ເຫັນວ່າ ບັນດາພະນັກງານຂະແໜງການເງິນທົ່ວແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2018 ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງເຂັ້ມງວດ ແລະ ຍ້ອນບັນດາຂະແໜງການປິ່ນອ້ອມໃຫ້ຄວາມຮ່ວມມືຈຶ່ງເຮັດໃຫ້ສາມາດຍາດໄດ້ຜົນງານດັ່ງກ່າວ.

ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2018 ບັນລຸຕາມແຜນການທີ່ໄດ້ວາງໄວ້, ພ້ອມທັງເຮັດໃຫ້ບັນຫາຂໍ້ຄົງຄ້າງຂອງວຽກງານໄດ້ຮັບການຈັດຕັ້ງປະຕິບັດທັນຕາມກຳນົດເວລາ, ຄະນະພັກ-ຄະນະບັນຊາ ພະແນກການເງິນແຂວງ ຈະສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ແກ່ຖັນແຖວພະນັກງານຂະແໜງການເງິນ ໃຫ້ເລິກເຊິ່ງ, ທົ່ວເຖິງ ເພື່ອຍົກສູງຄຸນທາດການເມືອງໃຫ້ໜັກແໜ້ນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ພ້ອມທັງເພີ່ມທະວີການຂຸດຄົ້ນທຸກແຫຼ່ງລາຍຮັບທີ່ບົ່ມຊ້ອນດ້ວຍການຄຸ້ມຄອງ, ກວດກາ, ກວດການ, ເຂັ້ມງວດປະຕິບັດບັນດານິຕິກຳ, ຄຳສັ່ງ, ແນະນຳ, ສະກັດກັ້ນການຕົກເຮ່ຍເສຍຫາຍຂອງລາຍຮັບ, ຕ້ານທຸກປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ, ປະສານສົມທົບກັບບັນດາຂະແໜງການແກ້ໄຂສະພາບການລັກລອບ, ຫຼົບຫຼີກທີ່ບໍ່ເສຍພັນທະພາສີ, ອາກອນ, ຄ່າຊັບພະຍາກອນຂອງບັນດາຫົວໜ່ວຍທຸລະກິດ, ພ້ອມທັງປະຕິບັດວິໄນການເງິນຢ່າງເຂັ້ມງວດ, ຄຸ້ມຄອງລາຍຈ່າຍຢ່າງຮັດກຸມ, ກຳນົດມາດຖານລາຍຈ່າຍແຕ່ລະດ້ານໃຫ້ຖືກຕ້ອງຕາມແຜນລາຍຈ່າຍ, ຖືກຕ້ອງຕາມແຕ່ລະພາກ, ແຕ່ລະຮ່ວງຢ່າງລະອຽດ, ຄຸ້ມຄອງລາຍຈ່າຍເງິນລົງທຶນຕາມລະບຽບຫຼັກການ, ມີຄວາມໂປ່ງໃສ.