ເມື່ອເບິ່ງຮູບແບບທາງນອກຂອງເຂົ້າໜົມທີ່ຖືກກຸ່ມບໍ່ຫວັງດີປະສົມໃສ່ໃນເຂົ້າໜົມປະເພດຊັອກໂກແລັດ ກໍບໍ່ແຕກຕ່າງຫຍັງກັບເຂົ້າໜົມທຳມະດາທົ່ວໄປ, ມີໜ້ອຍຄົນເທົ່ານັ້ນທີ່ຈະຮູ້ໄດ້ວ່າ ໃນນັ້ນມັນມີສານເສບຕິດແອບແຝງຢູ່; ຢາເສບຕິດຫຼາຍປະເພດທີ່ຖືກກຸ່ມຄົນຄົ້ນຄິດອອກມາຫຼາຍຮູບແບບ ແລະ ເປົ້າໝາຍຂອງພວກເຂົາແມ່ນແນໃສ່ກຸ່ມໄວລຸ້ນ, ນັກຮຽນຮູ້ປັນຍາຊົນທີ່ກຳລັງເປັນເປົ້າໝາຍກໍ່ສ້າງຂອງຊາດໃຫ້ກາຍເປັນຜູ້ຕິດຢາເສບຕິດແບບບໍ່ຮູ້ຕົວ.

ເຈົ້າໜ້າທີ່ຕຳຫຼວດໄດ້ຢືນຢັນວ່າ ຢາເສບຕິດທີ່ກ່າວມາຂ້າງເທິງ ແມ່ນມີຄວາມອັນຕະລາຍຮ້າຍແຮງກວ່າຢາເສບຕິດທີ່ເຄີຍປາກົດມີຜ່ານມາຊື່ ( ຢາສູບອາເມລິກາ ); ເພາະເຂົ້າໜົມຊັອກໂກແລັດທີ່ນຳອອກຈຳໜ່າຍໃນທຸກມື້ນີ້ແມ່ນມີສ່ວນປະສົມຂອງກັນຊາ ເມື່ອຄົນກິນເຂົ້າໄປຈະເຮັດໃຫ້ຄວບຄຸມສະຕິບໍ່ໄດ້.

ຫວ່າງບໍ່ດົນມານີ້, ຕາມການຕິດຕາມ ແລະ ສອບຖາມໃນກຸ່ມທີ່ຫຼິ້ນກິນໃນເຂດນະຄອນຫຼວງຮ່າໂນ້ຍ ແລະ ຫຼາຍແຂວງອ້ອມຂ້າງ ພົບວ່າ ເຂົ້າໜົມທີ່ມີສານເສບຕິດປະສົມນັ້ນແມ່ນມີການວາງຈຳໜ່າຍ ໂດຍມີການໂຄສະນາວ່າເຂັ້ມຂົ້ນກວ່າຊະນິດອື່ນ ເຊິ່ງນັ້ນແມ່ນບັນດາແຜ່ນເຂົ້າໜົມຊັອກໂກແລັດທີ່ກິນແລ້ວແຊບ, ຫອມ ແລະ ຕາມການໂຄສະນາໃນແຜ່ນໂລໂກ້ຕິດໃນເຂົ້າໜົມ ແມ່ນຈະມີລົດຊາດແຊບກວ່າໃນທ້ອງຕະຫຼາດຫຼາຍເທົ່າ; ເພາະວ່າໃນເຂົ້າໜົມປະເພດດັ່ງກ່າວຈະມີກິ່ນຫອມຂອງຊັອກໂກແລັດ ປະສົມກັບກິ່ນຫອມຂອງໝາກລາແຊງແຫ້ງ ເວົ້າລວມແລ້ວເຂົ້າໜົມຊະນິດດັ່ງກ່າວ ແມ່ນເຮັດໃຫ້ໄວ້ລຸ້ນມັກໂດຍສະເພາະ.

ທ້າວ ຕຸ່ງ ແມ່ນນັກຮຽນທີ່ກຳລັງຮຽນຊັ້ນ ມ2 ກໍແມ່ນບຸກຄົນໜຶ່ງທີ່ສັງກັດເປັນນັກເຕັ້ນດີເດັ່ນຂອງສະໂມສອນຊື່ດັງ ໃນນະຄອນຫຼວງຮ່າໂນ້ຍ ໄດ້ເລົ່າໃຫ້ເຈົ້າໜ້າທີ່ຟັງແບບເຕັມໃຈວ່າ: ຕົນເອງ ແລະ ທຸກຄົນໃນກຸ່ມເຕັ້ນຂອງຕົນ ແມ່ນກິນເຂົ້າໜົມປະເພດຊັອກໂກແລັດທີ່ກ່າວຂ້າງເທິງນັ້ນມາເປັນເວລາປີກວ່າແລ້ວ, ຄັ້ງທຳອິດແມ່ນໃນງານວັນເກີດຂອງສະມາຊິກຄົນໜຶ່ງໃນກຸ່ມ; ຈາກນັ້ນ, ເມື່ອມີການຮຽນເພີ່ມແມ່ນຈະມີການເກັບເງິນກັນໄປຊື້ ຖ້າເງິນໜ້ອຍແມ່ນຊື້ເຂົ້າໜົມປະເພດຊັອກໂກແລັດ ປະເພດອົມ ແລະ ຖ້າມີເງິນຫຼາຍແມ່ນຈະຊື້ເອົາຊະນິດເປັນແຜ່ນ; ການກິນພຽງແຕ່ກິນປະມານເຄິ່ງແທ່ງ ກໍປາກົດວ່າສະໝອງຈະມີພິກໄຫວຫຼາຍຂຶ້ນ ແລະ ຕີນມືກໍປະກົດວ່າຄ່ອງແຄ້ວຫຼາຍກວ່າເກົ່າ ພິເສດເມື່ອມີສຽງເພງດັງຂຶ້ນແມ່ນຈະເຕັ້ນໄດ້ແບບເຕັມທີ່.

ຜູ້ກ່ຽວໃຫ້ຮູ້ຕື່ມອີກວ່າ: ກ່ອນໜ້ານີ້, ເມື່ອມີຄວາມຕ້ອງການກະໂດດໃຫ້ສູງ ກຸ່ມຫຼິ້ນກິນກ່ຽວກັບການສະແດງແມ່ນມັກຈະພາກັນສູບຢາທີ່ມີສານເສບຕິດ ປະເພດກັນຊາປະສົມໃສ່ ດ້ວຍວິທີພັນໃສ່ເຈ້ຍ OCB ແລ້ວສູບຄືສູບຢາທຳມະດາ. ການສູບໃນລັກສະນະນີ້ ເຮັດໃຫ້ພໍ່-ແມ່ສົງໄສວ່າພຽງແຕ່ຕິດຢາສູບທຳມະດາ ແລະ ເມື່ອຖືກຫ້າມກໍກ້າວມາສູ່ການກິນເຂົ້າໜົມ ປະເພດເຂົ້າໜົມອົມຊັອກໂກແລັດ ເຊິ່ງຮູບແບບດັ່ງກ່າວນີ້ແມ່ນເຮັດໃຫ້ພໍ່-ແມ່ ແລະ ຄູ-ອາຈານໃນໂຮງຮຽນບໍ່ສາມາດຈັບຈຸດໄດ້ ຫຼື ຮັບຮູ້ໄດ້. ສະນັ້ນ, ຄວາມຕ້ອງການຂອງໄວລຸ້ນໃນທຸກມື້ນີ້ແມ່ນຕ້ອງການເຂົ້າໜົມປະເພດທີ່ມີຊັອກໂກແລັດຫຼາຍຂຶ້ນ.

ຜ່ານການເກັບກຳຂໍ້ມູນຈາກ ທ້າວ ຕຸ່ງ ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ມີການປະສານສົມທົບ ແລະ ຕິດຕາມຜູ້ສະໜອງເຂົ້າໜົມທີ່ສົງໄສວ່າປະສົມສິ່ງເສບຕິດ ປະເພດກັນຊານັ້ນ ໃນຂົງເຂດນະຄອນຫຼວງຮ່າໂນ້ຍ. ນາງ ລິ້ງ ຖືກຕັ້ງຂໍ້ສົງໄສວ່າເປັນຄ້າຂາຍເຂົ້າໜົມທີ່ປະສົມຢາເສບຕິດດັ່ງກ່າວ ເຈົ້າໜ້າທີ່ໄດ້ສົ່ງຂໍ້ຄວາມມາຖາມຊື້ເຂົ້າໜົມປະເພດຊັອກໂກແລັດນຳຜູ້ກ່ຽວຕອບກັບມາວ່າ ຈະເອົາປະເພດໃດ ພວກເຮົາມີຄົບທຸກລຸ້ນ ແລະ ສາມາດນຳສົ່ງໃຫ້ເຖິງບ້ານໃນເວລາບໍ່ເກີນ 30 ນາທີ.

ເມື່ອໄດ້ຍິນວ່າ ພວກເຮົາຈະສັ່ງຈອງຊື້ ນາງ ລິ້ງ ຈຶ່ງໂຄສະນາຕື່ມອີກວ່າ ເຄື່ອງຂອງຕົນແມ່ນນຳເຂົ້າຈາກເອີຣົບ ສະນັ້ນແມ່ນຮັບປະກັນຄຸນນະພາບ ເຊິ່ງຊັອກໂກແລັດທີ່ນຳເຂົ້າມາ ແມ່ນມີ 2 ແບບ ຄື: ແບບຮູບສີ່ລ່ຽມເປັນແທ່ງ ແລະ ແບບເປັນມົນໆ (ລັກສະນະອົມຍິ້ມ), ລາຄາຊະນິດກ້ອນມົນແມ່ນ 50.000 ຫາ 70.000 ດົ່ງ ຕໍ່ 1 ອັນ, ຖ້າຫາກຊື້ຫຼາຍແມ່ນຈະໄດ້ຮັບສ່ວນຫຼຸດ 10% ຂອງມູນຄ່າທັງໝົດ.

ເຂົ້າໜົມຊະນິດດັ່ງກ່າວ ແມ່ນຖືກນຳເອົານ້ຳຫົວສະກັດຈາກກັນຊາປະສົມໃສ່ ເມື່ອດົມກິ່ນແມ່ນຈະບໍ່ຮູ້ວ່າມີກັນຊາປະສົມຢູ່ ແຕ່ຖ້າໄດ້ຊີມພຽງຄັ້ງດຽວ ແມ່ນຈະຕິດໃນທັນທີ. ຜູ້ຂາຍຍັງປະກາດຕື່ມອີກວ່າ ສິນຄ້າທີ່ຕົນເອງຮັບມາ ແມ່ນໄດ້ຮັບການອະນຸຍາດຜະລິດຈາກວັດຖຸທຳມະຊາດ 100% ໂດຍບໍ່ມີສ່ວນປະກອບຂອງເຄມີໃດໆ; ພ້ອມນັ້ນ, ຍັງເວົ້າວ່າພວກອ້າຍວາງໃຈໄດ້ເລີຍວ່າ ສິນຄ້າຂອງນ້ອງແມ່ນນຳສົ່ງຈາກເອີຣົບແທ້ ບໍ່ແມ່ນຂອງຈີນຢ່າງແນ່ນອນ, ທີ່ສຳຄັນພຽງແຕ່ເຂົ້າກວດຕາມລະຫັດສິນຄ້າແມ່ນຈະຮູ້ຂໍ້ມູນທັງໝົດ.

ຜ່ານການສອບຖາມ ນາງ ລິ້ງ ໃຫ້ຮູ້ຕື່ມວ່າ: ໃນທ້ອງຕະຫຼາດໃນປັດຈຸບັນ ແມ່ນປະເພດເຂົ້າໜົມທີ່ເຮັດດ້ວຍຊັອກໂກແລັດຈຳນວນບໍ່ໜ້ອຍ ແມ່ນຖືກປະສົມກັນຊາໃສ່; ປັດຈຸບັນທ້ອງຕະຫຼາດກຳລັງໄດ້ຂາຍດີກ່ຽວກັບເຂົ້າຊັອກໂກແລັດປະເພດອົມຍິ້ມ, ຊັອກໂກແລັດແຜ່ນ ຫຼື ປະເພດເປັນເຫຼົ້າໄຫ ແລະອື່ນໆ ເຊິ່ງເປັນສິນຄ້າທີ່ນຳສົ່ງມາແຕ່ຕ່າງປະເທດ. ຍ້ອນວ່າເປັນເຄື່ອງທີ່ນຳເຂົ້າຈາກຕ່າງປະເທດ ດັ່ງນັ້ນຈຶ່ງຮັບປະກັນໄດ້ເລື່ອງຄຸນນະພາບ ແລະ ຄວາມເມົາ. ນາງ ລິ້ງ ເວົ້າຕື່ມວ່າ ລູກຄ້າຕົວຫຼັກຂອງເຂົາແມ່ນນັກຮຽນຊັ້ນມັດທະຍົມ; ນອກນັ້ນ, ກໍຍັງມີນັກຮຽນຊັ້ນປະຖົມຖາມຊື້ ແຕ່ຕົນເອງບໍ່ຂາຍໃຫ້ ເພາະວ່າອາຍຸຍັງນ້ອຍເກີນໄປ.

ນອກນັ້ນ, ຍັງໄດ້ຂໍ້ມູນຈາກນັກຮຽນອີກຄົນໜຶ່ງຊື່ H.B ຜູ້ກ່ຽວໄປຮຽນທີ່ປະເທດເຢຍລະມັນ ເຊິ່ງເວົ້າໄດ້ວ່າເປັນຄົນໜຶ່ງທີ່ນຳຊັອກໂກແລັດມາຈຳໜ່າຍ ແລະ ຊຳນານເລື່ອງນີ້ ເວົ້າວ່າ: ຊັອກໂກແລັດປະເພດອົມຍິ້ມ, ແບບເປັນແຜ່ນ ແມ່ນຈະເຮັດໃຫ້ມີອາການເມົາພຽງບໍ່ເທົ່າໃດຊົ່ວໂມງກໍໝົດລິດ ບໍ່ສູ້ຊັອກໂກແລັດຊະນິດພິເສດທີ່ມີການປະສົມກັນຊາແບບເຂັ້ມຂຸ້ນ ແມ່ນຈະສາມາດເມົາໄດ້ທັງຄືນ.

ປັດຈຸບັນ, ຕົນເອງແມ່ນມີຊັອກໂກແລັດປະເພດຕ່າງໆຕາມທີ່ຕົນເອງໄດ້ລອງ ແລະ ໄດ້ມາດຕະຖານທຸກຊະນິດ ແລະ ທຸກຊະນິດເຫຼົ່ານີ້ ແມ່ນກຳລັງໄດ້ຮັບການນິຍົມເອົາມາເທົ່າໃດກໍຂາຍໝົດ ບໍ່ມີເຫຼືອ ເຖິງວ່າລາຄາຂອງມັນຈະແພງ ແຕ່ໃຫ້ເຂົ້າໃຈວ່າຂອງແພງມັນຈະຄຽງຄູ່ກັບຄຸນນະພາບຮັບປະກັນ ແລະ ຜູ້ກ່ຽວຍັງອະທິບາຍຕື່ມອີກວ່າ ນີ້ແມ່ນເຂົ້າໜົມປະເພດຊັອກໂກແລັດ ທີ່ມີລົດຊາດເຂັ້ມຂຸ້ນພິເສດ ແລະ ຮັບປະກັນຄວາມເມົາ. ພຽງແຕ່ 1 ປ່ຽງເທົ່ານັ້ນ ແມ່ນຈະມີຄວາມເມົາ 5-7 ຊົ່ວໂມງ ແລະ ນີ້ແມ່ນສິນຄ້າທີ່ນຳມາແຕ່ປະເທດອາເມລິກາ ເຊິ່ງຈະປະສົມຫົວກັນຊາລົງແບບພິເສດ (ຜູ້ກ່ຽວເວົ້າແບບຈິງຈັງ).

ຕາມການຕິດຕາມ ແລະ ກວດກາຕົວຈິງຂອງເຈົ້າໜ້າທີ່ ໄດ້ຮູ້ວ່າ: ຕາມຕະຫຼາດມືດໃນປັດຈຸບັນ ເຂົ້າໜົມປະເພດຊັອກໂກແລັດອົມຍິ້ມທີ່ປະສົມຫົວກັນຊາ ແມ່ນມີຈຳໜ່າຍໃນລາຄາ 45.000-50.000 ດົ່ງຕໍ່ໜຶ່ງອັນ, ສ່ວນຊັອກໂກແລັດປະສົມກັນຊາປະເພດປ່ຽງແມ່ນມີລາຄາ 1.300.000-1.500.000 ດົ່ງຕໍ່ໜຶ່ງກັບ ນ້ຳໜັກ 180 ກຼາມ, ເຂົ້າໜົມປະເພດຊິງງົ້ມປົນກັນຊາ ລາຄາ 12.000 ດົ່ງຕໍ່ໜຶ່ງອັນ ຢູ່ທາງໃນມີ 5 ປ່ຽງນ້ອຍ, ເຫຼົ້າກັນຊາແກ້ວບັນຈຸ 220 ມິນລີລິດ ລາຄາ 950.000 ດົ່ງ ເຖິງ 1.200.000 ດົ່ງ.

ເພື່ອຢາກຕິດຕໍ່ຊື້ໄດ້ເຂົ້າໜົມປະເພດທີ່ກ່າວຂ້າງເທິງ ຕ້ອງໄດ້ຮັບການແນະນຳຈາກຄົນຮູ້ຈັກ ຫຼື ມີຄົນລຶ້ງເຄີຍກັບຜູ້ຂາຍແນະນຳໃຫ້ ຈຶ່ງຈະສາມາດຕິດຕໍ່ຊື້ເຂົ້າໜົມປະເພດດັ່ງກ່າວໄດ້; ເຖິງຢ່າງໃດກໍຕາມ, ເມື່ອເຈົ້າໜ້າທີ່ພວກເຮົາໄດ້ໃຊ້ກົນອຸບາຍ ໂດຍການສັ່ງຊື້ເຂົ້າໜົມຊັອກໂກແລັດປະເພດອົມຍິ້ມ ທີ່ປະສົມສານເສບຕິດດັ່ງກ່າວ ຈຳນວນ 100 ອັນ ໃນລາຄາ 50.000 ດົ່ງຕໍ່ອັນ ແລະ ໃຫ້ນຳສົ່ງໃຫ້ ພວກກ່ຽວກໍຕອບຕົກລົງ ພ້ອມຂໍທີ່ຢູ່-ເບີໂທ ແລະ ບອກວ່າຈະຝາກລົດເມລົງມາໃຫ້.

ທ້າວ H.B ໃຫ້ຮູ້ຕື່ມອີກວ່າ: ນອກຈາກເຂົ້າໜົມປະເພດອົມຍິ້ມ, ຊັອກໂກແລັດແທ່ງແລ້ວ ບຸກຄົນທີ່ຕິດກັນຊາ ຍັງນຳໃຊ້ກັນຊາໃນຮູບແບບປະສົມປະສານ ເພີ່ມຄວາມເມົາຕື່ມອີກ ໂດຍທັງກິນ ແລະ ທັງສູບຢາສູບທີ່ປະສົມກັນຊາ ເພື່ອເພີມຄວາມເມົາໃຫ້ໜັກຂຶ້ນ, ຕົນເອງແມ່ນໄດ້ຈຳໜ່າຍເຂົ້າໜົມປະເພດນີ້ໃນໜຶ່ງເດືອນ ແມ່ນຫຼາຍສິບກັບ (ຊັອກໂກແລັດປະເພດເປັນແທ່ງ) ແລະ ຫຼາຍຮ້ອຍອັນ (ຊັອກໂກແລັດປະເພດອົມຍິ້ມ) ໂດຍສົ່ງຂາຍຕາມລູກຄ້າສັ່ງໃນທົ່ວປະເທດລູກຄ້າ ສ່ວນຫຼາຍແມ່ນນັກຮຽນ, ນັກສຶກສາທີ່ຕິດເຂົ້າໜົມປະເພດນີ້ ແລະ ມີຫຼາຍຄັ້ງ ຕົນເອງຍັງບໍ່ມີເຂົ້າໜົມສົ່ງທັນຕາມລູກຄ້າສັ່ງ.

ເມື່ອຫຼາຍປີກ່ອນ, ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ປາບປາມຢາເສບຕິດ ກອງບັນຊາການຕຳຫຼວດນະຄອນຫຼວງຮ່າໂນ້ຍ ສາມາດມ້າງໄດ້ລາຍຄະດີທີ່ລັກລອບເອົາເຂົ້າໜົມປະເພດຊັອກໂກແລັດທີ່ປະສົມຢາເສບຕິດ ພ້ອມທັງຈັບເປົ້າໝາຍໄດ້ທັງໝົດໃນເຂດຮ່າດົ້ງ ນະຄອນຫຼວງຮ່າໂນ້ຍ.

ເຂົ້າໜົມເຫຼົ່ານີ້ ແມ່ນຜະລິດຂຶ້ນເອງ ໂດຍນັກສຶກສາທີ່ໄປຮຽນຕໍ່ຕ່າງປະເທດ ເອົາສູດມາແລ້ວຜະລິດເອງໃນປະເທດຫວຽດນາມ ເມື່ອຜະລິດແລ້ວກໍປະກາດລົງຂາຍແບບເປີດເຜີຍເທິງສື່ອອນລາຍ, ແຕ່ທີ່ຈິງແລ້ວ ເຂົ້າໜົມທີ່ພວກເຂົາຜະລິດຕົບແຕ່ງຂຶ້ນແມ່ນປະສົມຢາເສບຕິດ ແຕ່ຕົບຕາວ່າເປັນເຂົ້າໜົມຫວານປະເພດຕ່າງໆ ເພື່ອຫຼົບຫຼີກການຖືກຈັບໄດ້ຂອງເຈົ້າໜ້າທີ່ວິຊາສະເພາະ.

ຜ່ານການກວດຄົ້ນ ແລະ ສອບສວນພວກກ່ຽວ ກໍຮູ້ໄດ້ລາຍລະອຽດການຜະລິດ, ເຊິ່ງພວກເຂົາໄດ້ໃຊ້ແປ້ງສິງກະໂປບົດປະສົມກັບງ່າໄມ້ແຫ້ງ, ຊັອກໂກແລັດແທ້; ຈາກນັ້ນ, ກໍປະສົມຫົວນ້ຳເຊື້ອທີ່ໄດ້ຈາກການສະກັດກັນຊາ ແລະ ຕົບແຕ່ງໃຫ້ກາຍເປັນເຂົ້າໜົມອັນແຊບຊ້ອຍ. ຫຼັງຈາກນັ້ນ, ພວກກ່ຽວກໍຈະເອົາຮູບເຂົ້າໜົມປະກາດລົງສື່ອອນລາຍ ພ້ອມທັງໂຄສະນາວ່າ ເຂົ້າໜົມປະເພດດັ່ງກ່າວແມ່ນເຂົ້າໜົມຊະນິດພິເສດ ປະສົມຫົວກັນຊາ, ມີກິ່ນຫອມຊັອກໂກແລັດ, ລົດຊາດຫວານຂອງໝາກລາແຊງແຫ້ງແບບບໍ່ຄືໃຜ. ລາຄາຂາຍແມ່ນ 200.000-300.000 ດົ່ງຕໍ່ໜຶ່ງອັນ.

ຍ້ອນວ່າມີສ່ວນປະສົມຂອງກັນຊາ, ສະນັ້ນຜູ້ທີ່ກິນເຂົ້າໄປ ລິດຂອງຢາເສບຕິດຈະເຂົ້າເສັ້ນເລືອດຢ່າງໄວວາ ແລະ ຈະເຮັດໃຫ້ຄົນຜູ້ນັ້ນເກີດອາການເມົາແບບບໍ່ຮູ້ຕົວ, ມີອາການຢາກນອນ ຫຼື ມັກຈະຢູ່ຄົນດຽວ ແລະ ມີອາລົມດີ; ສະນັ້ນ, ເຂົ້າໜົມດັ່ງກ່າວຍັງຖືກເອີ້ນອີກຊື່ໜຶ່ງວ່າ: “ເຂົ້າໜົມຂີ້ຄ້ານ”.