ເກີດເຫດໂຈນເລືອດເຢັນເຂົ້າປຸ້ນເຈົ້າຂອງຮ້ານຂາຍຄຳຫວຶງບັກ ທີ່ເມືອງເທື່ອງຕິນ ນະຄອນຫຼວງຮ່າໂນ້ຍ ເຫດການດັ່ງກ່າວໂຈນໄດ້ລົງມືຄາດຕະກຳເຈົ້າຂອງຮ້ານຄຳ ແລະ ກວດເອົາຊັບສິນໄປທັງໝົດ; ຕໍ່ເຫດການດັ່ງກ່າວ ເຮັດໃຫ້ປະຊາຊົນອ້ອມຂ້າງ ແລະ ສື່ອອນລາຍຕ່າງກໍພາກັນຕື່ນຕົກໃຈກັບເຫດການທີ່ເກີດຂຶ້ນ.

ຕາມການສົມທົບກັບໜັງສືພິມພິມແຮງງານ, ພັທ ດ່າວແທ້ງຫາຍ ຫົວໜ້າຫ້ອງຕຳຫຼວດສືບສວນ-ສອບສວນຄະດີກ່ຽວກັບຄວາມບໍ່ສະຫງົບຂອງສັງຄົມ (PC45) ກຳລັງສົມທົບກັບກອງບັນຊາການຕຳຫຼວດເມືອງເທື່ອງຕິນ ເພື່ອລົງກວດກາ ແລະ ສືບສວນຄະດີຄາດຕະກຳປຸ້ນຮ້ານຄຳຫວຶງບັກ ຢູ່ຕາແສງວ້ານດຽມ ເມືອງເທື່ອງຕິນ ເຊິ່ງເຫດການແມ່ນເກີດຂຶ້ນໃນຕອນແລງຂອງວັນທີ 16 ກຸມພາ 2018 ຜ່ານມາ.

ເຈົ້າໜ້າທີ່ຕຳຫຼວດພະແນກສືບສວນ-ສອບສວນ ໄດ້ຢືນຢັນວ່າ: ນີ້ແມ່ນຄະດີຄາດຕະກຳ ແລ້ວປຸ້ນເອົາຊັບສິນທີ່ເປັນອັນຕະລາຍ, ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະໄດ້ລົງເກັບກຳຂໍ້ມູນບ່ອນເກີດເຫດທັງໝົດ ແລະ ຮູ້ໄດ້ເຫັນສະພາບເຫດເກີດຂຶ້ນທັງໝົດໂດຍກ້ອງວົງຈອນປິດບັນທຶກໄວ້ທັງໝົດ; ເຊິ່ງສາມາດຮູ້ໄດ້ທຸກຂັ້ນຕອນການລົງມືຂອງຜູ້ກໍ່ເຫດ.

ຜ່ານການຄົ້ນຫາຂັ້ນຕອນຂອງຜູ້ກໍ່ເຫດລົງມື ເຈົ້າໜ້າທີ່ຢືນຢັນວ່າ: ຜູ້ກໍ່ເຫດແມ່ນນຸ່ງເສື້ອກິລາສີຂຽວກ່ານສອງແຊກຂາວທີ່ແຂນເສື້ອ, ອາຍຸປະມານ 20 ປີລົງມາ, ຜົມຍາວ ເຊິ່ງຜູ້ກ່ຽວເຂົ້າມາຮ້ານຂາຍຄຳຫວຶງບັກ ເຮັດທຳທ່າຖາມຊື້ຄຳນຳເຈົ້າຂອງຮ້ານຊື່ ນາງ ຫງວຽນທິບັກ ເກີດປີ 1957.

ຜູ້ກໍ່ເຫດຢືນສົນທະນາກັບເຈົ້າຂອງຮ້ານຂາຍຄຳເປັນເວລາດົນສົມຄວນ ແລະ ໃນເວລາທີ່ຊວນລົມກັບເຈົ້າຂອງຮ້ານຄຳຢູ່ນັ້ນ ຜູ້ກ່ຽວກໍມີພຶດຕິກຳແນມຊ້າຍ-ຂວາຕະຫຼອດເວລາ ເຊິ່ງອາດເບິ່ງສະພາບການອ້ອມຂ້າງ ຫາເວລາທີ່ເໝາະສົມກ່ອນລົງມື. ຈາກນັ້ນ, ຜູ້ກ່ຽວໄດ້ຖອດແຫວນອອກຈາກມືຂອງຕົນມາວາງໄວ້ເທິງໂຕະເພື່ອໃຫ້ ນາງ ບັກ ຊັ່ງເບິ່ງນ້ຳໜັກ, ເວລາຕໍ່ມາປະມານ 16:50 ໂມງ ຜູ້ກ່ຽວໄດ້ຍ່າງເຂົ້າໄປຂ້າງໃນຂອງເຮືອນ ເບິ່ງລັກສະນະແລ້ວຄືຈັ່ງວ່າກຳລັງຂໍອະນຸຍາດ ນາງ ບັກ ເພື່ອຈະເຂົ້າໄປໃນເຮືອນ; ຈາກນັ້ນ, ນາງ ບັກ ໄດ້ອັດກະແຈຕູ້ແກ້ວຂາຍຄຳ ແລະ ຍ່າງອອກໜ້າພາຜູ້ກ່ຽວເຂົ້າໄປຂ້າງໃນ ແຕ່ບໍ່ເຄີຍຄິດວ່າຈະເກີດຫຍັງຂຶ້ນກັບຕົນ ເມື່ອໂຈນເຫັນໂອກາດດີທີ່ ນາງ ບັກ ຍ່າງອອກກ່ອນຄືແນວນັ້ນ ຜູ້ກ່ຽວກໍຈົກເອົາອາວຸດມີດ ອອກມາ ພ້ອມທັງໃຊ້ແຂນຮັດຄໍ ນາງ ບັກ ແລ້ວໃຊ້ມີດແທງເຂົ້າຄໍ, ນາງ ບັກ ພະຍາຍາມຕໍ່ສູ້ຈົນເຮັດໃຫ້ຕົນເອງລົ້ມລົງ ແລ້ວພະຍາຍາມແລ່ນອອກໄປນອກຮ້ານ ເພື່ອເອີ້ນຄົນມາຊ່ວຍແຕ່ຜູ້ກໍ່ເຫດກໍດຶງ ນາງ ບັກ ກັບຄືນເຂົ້າໄປທາງໃນຮ້ານ ພ້ອມທັງໃຊ້ອາວຸດດັ່ງກ່າວສືບຕໍ່ແທງຈົນເຮັດໃຫ້ຜູ້ກ່ຽວອ່ອນແຮງ ແລະ ນອນສະຫຼົບຢູ່ກັບພື້ນເຮືອນ.

ຈາກນັ້ນ, ຜູ້ກໍ່ເຫດພະຍາຍາມທຸບຕູ້ທີ່ວາງຂາຍຄຳ ແຕ່ກໍບໍ່ສາມາດທຸບໃຫ້ແຕກໄດ້ ເມື່ອເວລາຜ່ານໄປປະມານ 5 ນາທີ ຜູ້ກ່ຽວເຫັນວ່າບໍ່ມີຄວາມສາມາດຈະເອົາຊັບສິນໄດ້ດັ່ງທີ່ຄາດຫວັງໄວ້ ຈຶ່ງເອົາຕົວຫຼົບໜີອອກສະຖານທີ່ດັ່ງກ່າວ ຊັບສິນທີ່ຜູ້ກ່ຽວໄດ້ໄປນັ້ນ ມີພຽງແຕ່ສາຍຄໍທີ່ ນາງ ບັກ ໃສ່ເທິງໂຕ, ສ່ວນ ນາງ ບັກ ເຖິງວ່າຈະຖືກແທງດ້ວຍອາວຸດມີດຫຼາຍບາດ ແຕ່ກໍຍັງພະຍາຍາມລຸກຂຶ້ນມາຮ້ອງໃຫ້ຄົນຊ່ວຍເຫຼືອ ແຕ່ຍ້ອນຜູ້ກ່ຽວເສຍເລືອດຫຼາຍ ຈຶ່ງເສຍຊີວິດໃນເວລາຕໍ່ມາ.

ວິດີໂອທີ່ບັນທຶກໄດ້ນັ້ນ ແມ່ນມີຄວາມລະອຽດສົມຄວນ ເຫັນໜ້າຕາຈະແຈ້ງ; ເຊິ່ງເຈົ້າໜ້າທີ່ ເຊື່ອວ່າຈະຕິດຕາມຈັບຕົວໄດ້ໃນເວລາມໍ່ໆນີ້.

ຮຮ: ສ.ວົງໄຊ