ໃນວັນທີ 22 ພຶດສະພາ 2018, ໂຮງແຮມຄຣາວພາຊາ ໄດ້ມອບເຄື່ອງອຸປະກອນຮັບໃຊ້ຫ້ອງການ ແລະ ສ້ອມແປງອາຄານຮຽນ ປະມານ 80 ກວ່າລ້ານກີບ ມອບໃຫ້ໂຮງຮຽນປະຖົມສົມບູນພະໄຊເສດຖາທິລາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ກ່າວມອບໂດຍ ທ່ານ ໂອລີເວີ້ ຮອນ ຜູ້ຈັດການໃຫຍ່ໂຮງແຮມຄຣາວພາຊາ; ກ່າວຮັບໂດຍ ທ່ານ ນາງ ລີດາ ໄຊສົມບັດ ອໍານວຍການໂຮງຮຽນປະຖົມສົມບູນພະໄຊເສດຖາທິລາດ ມີ ທ່ານ ຄໍາສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີສັດຕະນາກ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.

ເຊິ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້, ລວມມີຄອມພິວເຕີຕັ້ງໂຕະ 5 ຊຸດ, ເຄື່ອງປີ້ນເຕີ້ 1 ໜ່ວຍ, ໂທລະທັດ 1 ໜ່ວຍ, ກ່ອງຮັບສັນຍານອິນເຕີເນັດ 1 ເຄື່ອງ ແລະ ເຄື່ອງອຸປະກອນໃນການສ້ອມແປງອາຄານໂຮງຮຽນ ພ້ອມທັງຄ່າໃຊ້ຈ່າຍໃນການສ້ອມແປງລວມເປັນເງິນທັງໝົດ 10.000 ໂດລາສະຫະລັດ.

ໂອກາດນີ້, ທ່ານ ນາງ ລີດາ ໄຊສົມບັດ ຍັງໄດ້ມອບໃບກຽດຕິຄຸນໃຫ້ກັບໂຮງແຮມຄຣາວພາຊາ ພ້ອມທັງສະແດງຄວາມຂອບໃຈທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ແລະ ຈະນໍາເອົາໄປໝູນໃຊ້ເຂົ້າໃນວິຊາສະເພາະ ໂດຍສະເພາະແມ່ນການແຕ່ງບົດຮຽນ-ບົດສອນໃນການຂຶ້ນຫ້ອງສິດສອນ ເພື່ອເຮັດໃຫ້ນ້ອງນັກຮຽນໄດ້ຮັບເອົາຄວາມຮູ້ ຈາກຄູອາຈານໄດ້ທັງປະລິມານ ແລະ ຄຸນນະພາບ.