ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປກສ ແຂວງຜົ້ງສາລີ ຄົບຮອບ 55 ປີ ( 11 ພຶດສະພາ 1963-11 ພຶດສະພາ 2018) ຂຶ້ນໃນວັນທີ 23 ພຶດສະພາ 2018, ໂດຍການປາຖະກະຖາຂອງ ພັທ ຢີນວັນນະສຸກ ບຸດຕະນະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີຫົວໜ້າຫ້ອງ-ຮອງຫ້ອງ, ພະນັກງານ-ນັກຮົບອ້ອມຂ້າງກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ພັທ ຢີນວັນນະສຸກ ບຸດຕະນະວົງ ໄດ້ຍົກໃຫ້ເຫັນມູນເຊື້ອພິລະອາດຫານ ແລະ ສູ້ຮົບມີໄຊຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນແຂວງ ທີ່ຍາດມາໄດ້ໃນພາລະກິດຕໍ່ສູ້ປົດປ່ອຍ, ປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງຜົ້ງສາລີ, ກໍາລັງປ້ອງກັນຄວາມສະຫງົບປະຊາຊົນແຂວງຜົ້ງສາລີ ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການຊີ້ນໍາ-ນໍາພາ, ສຶກສາອົບຮົມໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງອົງຄະນະພັກ ແຂວງ, ໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ສືບທອດມູນເຊື້ອອັນພິລະອາດຫານຂອງຄົນຮຸ່ນກ່ອນ, ຍິ່ງຕີຍິ່ງມີໄຊຊະນະ, ຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ການປະຕິວັດແຂວງຜົ້ງສາລີ ກ້າວໜ້າຂະຫຍາຍຕົວຂຶ້ນຮອດບ່ອນໃດກໍາລັງປ້ອງກັນຄວາມສະຫງົບ ກໍເຕີບໃຫຍ່ຂະຫຍາຍຕົວຂຶ້ນຮອດບ່ອນນັ້ນ, ທັງເປັນກໍາລັງຫຼັກແຫຼ່ງໃນຂະບວນການຕໍ່ສູ້ຂອງປະຊາຊົນທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເ
ພື່ອຮັບໃຊ້ປະຊາຊົນຢ່າງແທ້ຈິງ. ກໍາລັງປ້ອງກັນຄວາມສະຫງົບປະຊາຊົນແຂວງຜົ້ງສາລີ ແມ່ນກໍາລັງປະກອບອາວຸດປະຕິວັດຂອງພັກ ໂດຍແມ່ນອໍານາດການປົກຄອງແຂວງ ແລະ ປະຊາຊົນແຂວງຜົ້ງສາລີ ເປັນຜູ້ສ້າງຕັ້ງ, ນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານ, ເປັນກໍາລັງທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ຍາມໃດກໍຮັບໃຊ້ປະຊາຊົນຢ່າງມີຂອບເຂດ ແລະ ເງື່ອນໄຂ, ເປັນກໍາລັງທີ່ມີລະບຽບວິໄນຢ່າງເຂັ້ມງວດ, ບໍ່ວ່າເວລາໃດ, ສະຖານະການໃດກໍເດັດດ່ຽວ, ເດັດຂາດຕໍ່ສູ້ສັດຕູ, ເປັນກຳລັງທີ່ມີມູນເຊື້ອພິລະອາດຫານບໍ່ຍອມຈຳນົນໃຫ້ຊາດອື່ນ, ທັງກໍ່ສ້າງປັບປຸງຕົນເອງ, ໂດຍໄດ້ຮັບການສັ່ງສອນຈາກພັກປະຊາຊົນປະຕິວັດລາວ ແລະ ການອູ້ມຊູຊ່ວຍເຫຼືອຂອງປະຊາຊົນຊາວແຂວງຜົ້ງສາລີ ບັນດາເຜົ່າ, ກຳລັງປ້ອງກັນຄວາມສະຫງົບເຮົາ ສາມາດເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຫຼາຍປະການ, ຍ້ອນມີເສັ້ນທາງເດີນອັນຖືກຕ້ອງ, ມີນະໂຍບາຍ, ມີຈຸດໝາຍວິທີການຕໍ່ສູ້ຖືກຕ້ອງ ຈຶ່ງເຮັດໃຫ້ການປະຕິວັດອຳນາດການປົກຄອງແຂວງຕໍ່ກຳລັງປ້ອງກັນຄວາມສະຫງົບຂະຫຍາຍຕົວຂຶ້ນ.

ມາຮອດວັນທີ 11 ພຶດສະພາ ປີ 1963 ເປັນວັນສ້າງຕັ້ງກອງບັນຊາການຕໍາຫຼວດ ແຂວງຜົ້ງສາລີ, ສະຖານທີ່ຕັ້ງຢູ່ຫ້ວຍຈິກ, ເມືອງສັນຕິພາບ ( ເມືອງໃໝ່ໃນປັດຈຸບັນ ) ໂດຍການນໍາພາຂອງ ທ່ານ ຊຽງສີພັນ ອຸດວງວີໄລ, ພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກແຂວງ ຕາມແນວທາງການເມືອງ ອັນຖືກຕ້ອງ, ກໍາລັງປ້ອງກັນຄວາມສະຫງົບໄດ້ເຕີບໃຫຍ່ເຂັ້ມແຂງ ຕະຫຼອດໄລຍະ 55 ປີ.