ເຈົ້າໜ້າທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ສອບສວນຜູ້ຂາຍຢາເສບຕິດລາຍຍ່ອຍ 1 ຄົນ ພ້ອມຂອງກາງຢາບ້າ 38 ເມັດ ຈາກນັ້ນໄດ້ຂະຫຍາຍຜົນສາມາດຕິດຕາມກັກຕົວຜູ້ຖືກຊັດທອດອີກ 2 ຄົນ ພ້ອມທັງຢຶດຂອງກາງປະເພດຢາເສບຕິດເປັນຈໍານວນຫຼາຍ, ອຸປະກອນ ແລະ ສານເຄມີທີ່ໃຊ້ເຂົ້າການຜະລິດຢາເສບຕິດມາດຳເນີນຄະດີ.

ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ໃຫ້ຮູ້ວ່າ: ການມ້າງຄະດີດັ່ງກ່າວມີຂຶ້ນໃນວັນທີ 16 ພຶດສະພາ 2018 ໃນເບື້ອງຕົ້ນ ປກສ ກຸ່ມ ໜອງບຶກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ກັກຕົວ ທ້າວ ເທ້ ອາຍຸ 30 ປີ ຢູ່ບ້ານໜອງບຶກ ພ້ອມຢາບ້າ 38 ເມັດ, ຈາກນັ້ນໄດ້ສົ່ງຕົວຜູ້ກ່ຽວໃຫ້ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ເພື່ອສອບສວນຂະຫຍາຍຜົນ, ຜ່ານການສອບສວນຜູ້ກ່ຽວສາລະພາບວ່າ ຢາບ້າຈໍານວນດັ່ງກ່າວໄດ້ຊື້ນຳ ທ້າວ ເກັ່ງລີ ອາຍຸ 40 ປີ ບ້ານນາສ້ຽວ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ເມື່ອຮູ້ແນວນັ້ນ ຈຶ່ງກັກຕົວ ທ້າວ ເກັ່ງລີ ຜູ້ຖືກຊັດຊອດ ພ້ອມກວດຄົ້ນເຮືອນຂອງຜູ້ກ່ຽວສາມາດຢຶດຢາເສບຕິດປະ ເພດ ເຮໂຣອິນ ຈຳນວນ 5 ຖົງນ້ອຍ, ຢາໄອສ໌ 1 ຖົງນ້ອຍ ແລະ ຢາບ້າຈຳນວນ 1 ເມັດ.

ຈາກນັ້ນ, ເຈົ້າໜ້າທີ່ໄດ້ນໍາ ທ້າວ ເກັ່ງລີ ມາສອບຂະຫຍາຍຜົນ ແລະ ສາລະພາບວ່າ: ຢາເສບຕິດດັ່ງກ່າວ ແມ່ນຂອງຕົນແທ້ ເຊິ່ງໄດ້ຊື້ນຳ ທ້າວ ຈືລຶລໍ່ ອາຍຸ 39 ປີ ຄົນບ້ານດຽວກັນ, ຈາກນັ້ນກໍສືບຕໍ່ກວດຄົ້ນເຮືອນຂອງ ທ້າວ ຈືລຶລໍ່ ພົບຂອງກາງປະເພດຢາບ້າ ຈຳນວນ 4 ມັດ ເທົ່າກັບ 8.000 ເມັດ, ແປ້ງປະສົມຢາເສບຕິດ 1 ຖົງ, ແປ້ງສານປະສົມຢາເສບຕິດສີຂາວຈໍານວນ 3 ກ່ອງ, ສີປະສົມສີແດງ ຈຳນວນ 20 ຫໍ່, ແປ້ງຝຸ່ນສີຂາວ 1 ຖົງ, ແປ້ງສານປະສົມຢາເສບຕິດສີຂາວ 1 ຖົງ, ນໍ້າໜັກ 600 ກຼາມ, ລູກປືນອາກາ ( AK ) 10 ນັດ, ລູກອັດ 23 ນັດ ແລະ ເຄື່ອງອັດແທ່ງຢາເສບຕິດປະເພດເຮໂຣອິນ ຫຼື ຢາບ້າຈຳນວນ 1 ເຄື່ອງ.

ປັດຈຸບັນ, ພວກຖືກຫາຍັງຢູ່ໃນຂັ້ນຕອນຂອງການສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງ, ພັກພວກ, ຜູ້ເປັນຫົວໂປ່ໂຕການ ເພື່ອໄລ່ຊອກໄລ່ຈັບມາດຳເນີນຄະດີຕາມກົດໝາຍ.