ຫ້ອງວ່າການປະທານປະເທດ ເຜີຍແຜ່ເອກະສານກ່ຽວກັບການກໍານົດພະນັກງານນໍາພາ-ຄຸ້ມຄອງ ໃນວັນທີ 9 ສິງຫາ 2018 ເພື່ອເຮັດໃຫ້ທຸກຂັ້ນຕອນການດໍາເນີນງານໃນການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງໃຫ້ມີຄວາມເປັນເອກະພາບສູງ, ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເມິງ ພົງທະດີ ລັດຖະມົນຕີຫົວໜ້າຫ້ອງວ່າການປະທານປະເທດ, ມີຮອງຫົວໜ້າຫ້ອງວ່າການປະທານປະເທດ, ຫົວໜ້າ-ຮອງຫົວໜ້າກົມຈັດຕັ້ງ, ກວດກາ-ໂຄສະນາ ແລະ ພະນັກງານພາຍໃນເຂົ້າຮ່ວມ.

ເອກະສານທີ່ເຜີຍແຜ່ໃນຄັ້ງນີ້ມີ 3 ເອກະສານ ຄື: ມະຕິ 032/ກມສພ ວ່າດ້ວຍ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ; ມະຕິ 030/ກມສພ ກ່ຽວກັບມາດຖານຂອງພະນັກງານນໍາພາ-ຄຸ້ມຄອງ ແລະ ຄໍາແນະນໍາ ສະບັບເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ (ພາກທີ III)

ເພື່ອເຮັດໃຫ້ທຸກຂັ້ນຕອນການດໍາເນີນງານໃນການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງໃຫ້ມີຄວາມເປັນເອກະພາບສູງ, ເປີດກວ້າງປະຊາທິປະໄຕ, ຍາດ ແຍ່ງຄວາມຄິດເຫັນຈາກພະນັກງານ, ຫຼັກແຫຼ່ງ ແລະ ມະຫາຊົນຢ່າງກ້ວງຂວາງ ເພື່ອສ້າງໄດ້ແຜນກໍານົດພະນັກງານໃຫ້ມີຄຸນນະພາບ ແລະ ມີຄວາມສາມາດສູງໃນການປະຕິບັດໜ້າທີ່ວິຊາສະເພາະຕົວຈິງ ເຜີຍແຜ່ໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ແລະ ທ່ານ ເພັດສະໝອນ ພັນທະວົງ ຮອງຫົວໜ້າຫ້ອງວ່າການປະທານປະເທດ.

ທ່ານ ກິ່ງມະໂນ ພົມມະຫາໄຊ ກ່າວວ່າ: ໃນຕໍ່ໜ້າ ຫ້ອງວ່າການປະທານປະເທດຈະສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດດໍາເນີນກອງປະຊຸມທາບທາມເອົາພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງໃຫ້ໄດ້ຜູ້ມີມາດຕະຖານເງື່ອນໄຂດ້ວຍຄວາມເໝາະສົມ ແລະ ສ້າງແຜນບໍາລຸງ-ກໍ່ສ້າງ, ຊັບຊ້ອນ-ຄຸ້ມຄອງ ແລະ ຕິດຕາມ-ກວດກາ ເພື່ອໃຫ້ມີປະສິດທິພາບ-ປະສິດທິຜົນສູງສຸດ ພ້ອມທັງເອົາໃຈໃສ່ເຊື່ອມຊຶມບັນດາຄໍາສັ່ງ, ມະຕິ-ຄໍາແນະນໍາຕ່າງໆຢ່າງເປັນປົກກະຕິໃຫ້ໄດ້ຮັບມາດຕະຖານຕາມລະດັບຄາດໝາຍທີ່ວາງໄວ້.