ມື້ວານນີ້ (11 ກໍລະກົດ), ຫ້ອງວ່າການປະທານປະເທດ ໄດ້ເຜີຍແຜ່ຄຳແນະນຳກ່ຽວກັບການອອກບັດພະນັກງານ-ລັດຖະກອນ ເພື່ອເປັນການແນະນຳໃຫ້ພະນັກງານ-ລັດຖະກອນພາຍໃນຫ້ອງວ່າການປະທານປະເທດ ຜູ້ທີ່ຖືບັດ ແລະ ນຳໃຊ້ບັດໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈໃນການນຳໃຊ້ບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ເປັນກຽດເຂົ້າຮ່ວມໂດຍ ທ່ານ ວິໄຊ ພັນດານຸວົງ ຮອງລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະກົມຄຸ້ມຄອງລັດຖະກອນກະຊວງພາຍໃນ, ຫົວໜ້າ-ຮອງກົມ, ຫົວໜ້າ-ຮອງພະແນກ ແລະ ພະນັກງານ-ລັດຖະກອນພາຍໃນຫ້ອງວ່າການປະທານປະເທດ.

ທ່ານ ເພັດສະໝອນ ພັນທະວົງ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການປະທານປະເທດ ກ່າວວ່າ: ການອອກບັດພະນັກງານ-ລັດຖະກອນ ເປັນບັນຫາໜຶ່ງທີ່ສຳຄັນ, ມີຜົນປະໂຫຍດຫຼາຍ ເພາະເປັນການຢັ້ງຢືນ ແລະ ກວດກາບັນຊີຈຳນວນພົນພະນັກງານ-ລັດຖະກອນຜູ້ມີໜ້າ ຫຼື ບໍ່ມີໜ້າຕົວຈິງຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ; ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບການ, ຫັນການຄຸ້ມຄອງພະນັກງານ-ລັດຖະກອນຕາມກົດໝາຍ, ລະບຽບການ ແລະ ທັນສະໄໝ ເຮັດໃຫ້ການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆຖືກຕ້ອງຕາມຕົວຈິງ.

ດ້ວຍເຫດນັ້ນ, ລັດຖະມົນຕີກະຊວງພາຍໃນ ຈຶ່ງອອກຄຳແນະນຳດັ່ງກ່າວເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການອອກບັດພະນັກງານ-ລັດຖະກອນ ເຮັດໃຫ້ການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງມີບ່ອນອີງໃນການດຳເນີນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ຢ່າງຖືກຕ້ອງ ແລະ ເປັນລະບົບ.

ເປົ້າໝາຍທີ່ຈະອອກບັດໃຫ້ແມ່ນລັດຖະກອນທີ່ມີຕຳແໜ່ງບໍລິຫານ, ລັດຖະກອນວິຊາການ ແລະ ລັດຖະກອນຊ່ວຍວຽກບໍລິຫານ, ສຳລັບລັດຖະກອນໃໝ່ຝຶກງານ 95% (ເລື່ອນເປັນສົມບູນຈຶ່ງອອກໃຫ້), ສຳລັບພະນັກງານ-ລັດຖະກອນປິ່ນປົວຍາວນານ, ພະນັກງານ-ລັດຖະກອນທີ່ໄປຍົກລະດັບຢູ່ພາຍໃນທີ່ບໍ່ປະຈຳການ ຫຼື ຕ່າງປະເທດ, ພະນັກງານ-ລັດຖະກອນທີ່ກຳລັງໄປປະຈຳການຢູ່ຕ່າງປະເທດ, ຕິດຕາມຜົວ ຫຼື ເມຍໄປປະຈຳການ ຫຼື ໄປສຶກສາຕໍ່ຢູ່ຕ່າງປະເທດ ພາຍຫຼັງມາປະຈຳການປົກກະຕິຈຶ່ງຈະອອກບັດໃຫ້.

ບັດພະນັກງານ-ລັດຖະກອນ ມີອາຍຸການນຳໃຊ້ນັບແຕ່ມື້ອອກບັດຈົນເຖິງມື້ສິ້ນສຸດການເປັນພະນັກງານ-ລັດຖະກອນໃນຮູບການຕ່າງໆເຊັ່ນ: ການລາອອກ, ການເສຍຊີວິດ, ການເສຍສັນຊາດລາວ, ການປະລະໜ້າທີ່, ການຖືກໄລ່ອອກ, ການເສຍກຳລັງແຮງງານ, ການຮັບອຸດໜູນບຳນານ ແລະ ການເສຍຊີວິດ.

ນອກນີ້, ຍັງໄດ້ແນະນຳຂໍ້ຫ້າມກ່ຽວກັບການໃຊ້ບັດ ໂດຍຫ້າມດັດແປງຂໍ້ມູນລັດຖະກອນໃດໆທີ່ບໍ່ໄດ້ຮັບອະນຸຍາດໃນບັດພະນັກງານ-ລັດຖະກອນ, ຫ້າມພິມບັດພະນັກງານ-ລັດຖະກອນຕາມລຳພັງໃຈ (ບັດປອມ), ຫ້າມນຳໃຊ້ບັດເຂົ້າໃນການເຄື່ອນໄຫວທີ່ຜິດກັບກົດໝາຍ ແລະ ລະບຽບການ, ຫ້າມໃຫ້ຄົນອື່ນຢືມ ຫຼື ໃຊ້ບັດແນຕົນເອງ, ຫ້ານຂຽນລະຫັດຜ່ານ (PIN) ຢູ່ບັດ ຫຼື ບອກລະຫັດຜ່ານໃຫ້ຄົນອື່ນ.

ບັດພະນັກງານ-ລັດຖະກອນ ຫລື Smart Card ເປັນບັດທີ່ສ້າງຂຶ້ນ ແລະ ນຳໃຊ້ ຢູ່ ສປປ ລາວ ເປັນຄັ້ງທຳອິດ, ເຊິ່ງເນື້ອໃນຂອງບັດປະກອບມີ: ຮູບຂອງພະນັກງານ-ລັດຖະກອນຜູ້ທີ່ຖືບັດ, ຊື່ ແລະ ນາມສະກຸນ, ເພດ, ວັນເດືອນປີເກີດ, ວັນເດືອນປີສັງກັດລັດ, ລະຫັດພະນັກງານ-ລັດຖະກອນ, ລະຫັດປະກັນສັງຄົມ ແລະ ປະກອບມີ 3 ຄຸນປະໂຫຍດລວມຢູ່ໃນບັດດຽວກັນ ຄື: 1. ນຳໃຊ້ສຳລັບວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ນັບແຕ່ຂອດການບັນຈຸຮອດອອກຮັບອຸດໜູນບຳນານ; 2. ເປັນບັດ ATM ໃນການຝາກ-ຖອນເງິນເດືອນ ຫຼື ເຄື່ອນໄຫວທຸລະກຳດ້ານການເງິນ ແລະ 3. ເປັນບັດປະກັນສັງຄົມ ເພື່ອປິ່ນປົວສຸຂະພາບເວລາເຈັບເປັນຂອງພະນັກງານ-ລັດຖະກອນ.