ໃນໂອກາດຖະແຫຼງຂ່າວວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດຕໍ່ສື່ມວນຊົນອ້ອມຂ້າງສູນກາງ ໃນວັນທີ 11 ກໍລະກົດ 2018, ທ່ານ ປອ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮຽກຮ້ອງໃຫ້ທຸກພາກ ສ່ວນ  ທັງພາກລັດ ແລະ ເອກະຊົນໃນທົ່ວສັງຄົມ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈຄຸ້ມຄອງ, ປົກປັກຮັກສາ, ສັດນ້ຳ ແລະ ພັດທະນາສັດປ່ານາໆພັນໃຫ້ອຸດົມສົມບູນ, ເປັນມໍລະດົກທາງທຳມະຊາດອັນລ້ຳຄ່າ ໃຫ້ໄດ້ຮັບການຄຸ້ມຄອງ, ຊົມໃຊ້ແບບຍືນນານ ແລະ ເປັນມູນມໍລະດົກຕົກທອດຮອດເຊັ່ນລູກເຊັ່ນຫຼານຕະຫຼອດໄປ.

ທ່ານ ປອ ລຽນ ທິແກ້ວ ກ່າວວ່າ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດປີນີ້, ກະຊວງກະສິກໍາ ແລະ ປ່າໄມ້  ສົມທົບກັບຄະນະພັກອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມສ້າງຂະບວນປ່ອຍປາ, ຄາດວ່າໃນຂອບເຂດທົ່ວປະເທດ ຈະປ່ອຍປາທັງໝົດ 45 ລ້ານໂຕ ລົງສູ່ແຫຼ່ງນໍ້າທໍາມະຊາດ.

“ ພັກ ແລະ ລັດຖະບານ ກໍານົດເອົາ ວັນທີ 13 ກໍລະກົດ ຂອງທຸກປີ ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫຼັງ ກໍຄືທົ່ວສັງຄົມ ໃຫ້ເຫັນໄດ້ຄວາມສໍາຄັນຂອງສັດນໍ້າ-ສັດປ່າ”, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກ່າວ.

ປີນີ້, ກະຊວງກະສິກໍາ ແລະ ປ່າໄມ້  ຮ່ວມກັບນະຄອນຫຼວງວຽງຈັນ ຈະຈັດຕັ້ງພິທີປ່ອຍປາວັນທີໃນວັນທີ 13 ກໍລະກົດທີ່ອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ສຳລັບບັນດາພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ເມືອງ ໃນທົ່ວປະເທດ ກໍມີແຜນການປ່ອຍປາ ຢູ່ທ້ອງຖິ່ນຕົນ.

ຄາດໝາຍວ່າໃນຂອບເຂດທົ່ວປະເທດ ຈະປ່ອຍປາທັງໝົດ 45 ລ້ານໂຕ ລົງສູ່ແຫຼ່ງນໍ້າທໍາມະຊາດເຊັ່ນ: ແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ, ອ່າງເກັບນໍ້າເຂື່ອນໄຟຟ້າ, ອ່າງເກັບນໍ້າຊົນລະປະທານ, ໜອງ ແລະ ບຶງທໍາມະຊາດ, ໜອງປາຊຸມຊົນ ແລະ ດິນບໍລິເວນນໍ້າປະເພດຕ່າງໆ.

ການເຄື່ອນໄຫວວຽກງານອະນຸລັກສັດນ້ຳແລະສັດປ່າໃນໄລຍະຜ່ານມາ, ເຫັນວ່າການປ່ອຍປາໄດ້ນັບມື້ເພີ່ມຂື້ນເປັນຕົ້ນ ໃນປີ 2015 ໄດ້ປ່ອຍລູກປາທັງໝົດປະມານ 35 ລ້ານໂຕ, ປີ 2016 ປ່ອຍໄດ້ປະມານ 40 ລ້ານໂຕແລະປີ 2017 ປ່ອຍໄດ້ 43ລ້ານໂຕ;ມີວັງສະຫງວນປາ ຫລາຍກ່ວາ 1.000 ວັງ, ເນື້ອທີ່ປະມານ 60.800 ເຮັກຕາ,ໄດ້ຂຶ້ນທະບຽນແລ້ວ 507 ວັງ.ໄປຄຽງຄູ່ກັນນັ້ນການປ່ອຍສັດປ່າເຊັ່ນ: ນົກ, ສັດເລື່ອຄານແລະສັດປະເພດອື່ນໆກໍມີຈຳນວນເພີ່ມຂຶ້ນ.