ປັດຈຸບັນ, ຜູ້ປະກອບການຜະລິດນໍ້າກ້ອນ ຢູ່ນະຄອນຫຼວງວຽງຈັນ ມີຈໍານວນຫຼວງຫຼາຍ ເພື່ອຈໍາໜ່າຍໃຫ້ແກ່ຜູ້ບໍລິ ໂພກ, ໂຮງງານນໍ້າກ້ອນບາງແຫ່ງ ກໍເປີດມາໄດ້ຫຼາຍປີ ເຄື່ອງຈັກທີ່ຜະລິດນໍ້າກ້ອນເກົ່າແກ່ ເຮັດໃຫ້ການຜະລິດບໍ່ໄດ້ ມາດຕະຖານ; ຍິ່ງໄປກວ່ານັ້ນ, ຜູ້ປະກອບການຜະລິດນໍ້າກ້ອນຍັງບໍ່ຄໍານຶງເຖິງຄວາມສະອາດຕໍ່ຜູ້ບໍລິໂພກ ໂດຍບໍ່ມີ ການກັ່ນຕອງນໍ້າທີ່ຈະນໍາມາຜະລິດພຽງ ແຕ່ດູດນໍ້າບາດານຂຶ້ນມາຂັງໄວ້ໃນອ່າງ ແລ້ວກໍປ່ອຍລົງຜະລິດເລີຍ, ຍິ່ງໄປກວ່ານັ້ນ ນໍ້າທີ່ນໍາມາຜະລິດຍັງບໍ່ມີການຂ້າເຊື້ອ ຫຼື ຜ່ານຂັ້ນຕອນການທໍາຄວາມສະອາດ ໂດຍສັງເກດເຫັນໄດ້ເມື່ອທ່ານເອົານໍ້າກ້ອນໃສ່ຈອກ ແລ້ວຖອກນໍ້າໃສ່ຈະເຮັດໃຫ້ນໍ້າຂຸ່ນ ແລະ ມີຝຸ່ນລະອອງ ຫຼື ຫີນປູນ.

ເມື່ອເວົ້າເຖິງເລື່ອງນີ້ໃນໄລຍະຜ່ານມາ, ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ໄດ້ຮ່ວມກັບພາກສ່ວນທີ່ ກ່ຽວຂ້ອງ ລົງເກັບກໍາສະຖິຕິ ແລະ ກວດກາສະຖານທີ່ປະກອບການທາງດ້ານອາຫານຢູ່ພາຍໃນນະຄອນຫຼວງວຽງຈັນ ໜຶ່ງໃນນັ້ນ ກໍແມ່ນໂຮງງານຜະລິດນໍ້າ ກ້ອນ; ຜ່ານການລົງເກັບກໍາ ສາມາດເກັບ ກໍາໂຮງງານໄດ້ທັງໝົດ 69 ແຫ່ງ; ລົງ ກວດກາຕົວຈິງ 59 ແຫ່ງ ເທົ່າກັບ 85, 50%, ຈຳນວນກຳມະກອນມີທັງໝົດ 461 ຄົນ ຍິງ 10 ຄົນ, ມີໃບທະບຽນ ຈາກອົງການອາຫານ ແລະ ຢາ (ອຢ) ພຽງແຕ່ 2 ແຫ່ງ ແລະ ບໍ່ມີໃບທະບຽນ ອຢ ສູງເຖິງ 57 ແຫ່ງ; ໄດ້ສັ່ງປິດຖາວອນ 8 ແຫ່ງ ຍ້ອນການຜະລິດທີ່ບໍ່ໄດ້ມາດຕະຖານ; ນອກນີ້, ໂຮງງານນ້ຳກ້ອນທີ່ກຳມະກອນບໍ່ໄດ້ກວດສຸຂະພາບມີທັງໝົດ 17 ແຫ່ງ ມີຈຳນວນ 99 ຄົນ ຍິງ 4 ຄົນ.

ທ່ານ ດຣ ສົມຈີນ ສິງຫາຣາຊ ຫົວໜ້າຂະແໜງອາຫານ ແລະ ຢາ ນະຄອນຫຼວງວຽງຈັນ ກ່າວວ່າ: ບັນຫາທີ່ພົບເຫັນ ໃນເວລາລົງເກັບກໍາ ແລະ ກວດກາບັນດາໂຮງງານຜະລິດນໍ້າກ້ອນ ສ່ວນໃຫຍ່ແມ່ນມາຈາກໂຮງງານຜະລິດນໍ້າກ້ອນທີ່ບໍ່ມີຄຸນນະພາບ ເປັນຕົ້ນແມ່ນໂຮງງານບາງແຫ່ງກໍມີຄວາມເກົ່າແກ່ຊຸດໂຊມ ເຮັດໃຫ້ການຜະລິດນໍ້າກ້ອນຂາດມາດຕະຖານການຜະລິດ; ບາງໂຮງງານກໍວາງເຊືອກມັດ ແລະ ຖົງໃສ່ນ້ຳກ້ອນໄວ້ກັບພື້ນມີ 3 ແຫ່ງ, ຫ້ອງບັນຈຸເປັນຫ້ອງໂລ່ງ ແລະ ພື້ນຫ້ອງບັນຈຸບໍ່ປູກາໂລເປື້ອນເປິ ມີ 4 ແຫ່ງ; ໃບດຳເນີນກິດຈະການໝົດອາຍຸ 1 ແຫ່ງ; ບໍ່ມີຜ້າຢາງໃສ່ປະຕູທາງເຂົ້າຫ້ອງບັນຈຸ 2 ແຫ່ງ; ໂຮງງານນ້ຳກ້ອນທີ່ຂາດການອະນາໄມມີ 8 ແຫ່ງ; ສິ່ງແວດລ້ອມອ້ອມບໍລິເວນໂຮງງານເປື້ອນເປິ ແລະ ຮ່ອງລະບາຍນໍ້າເສຍມີນໍ້າຂັງ 1 ແຫ່ງ, ໂຮງງານນໍ້າກ້ອນເວລາທຳການຜະລິດກຳມະກອນບໍ່ໃສ່ຊຸດກັນເປື້ອນ 11 ແຫ່ງ; ທັງໝົດນີ້ແມ່ນໂຮງງານທີ່ຜະລິດນໍ້າກ້ອນບໍ່ໄດ້ມາດຕະຖານ ຖ້າທຽບໃສ່ກັບໂຮງງານນໍ້າກ້ອນທີ່ຜ່ານການກວດກາ ແລະ ມີໃບຢັ້ງຢືນ ອຢ.

ທ່ານ ດຣ ສົມຈີນ ສິງຫາຣາຊ ກ່າວຕື່ມອີກວ່າ: ຕໍ່ກັບຜູ້ຜະລິດທີ່ບໍ່ໄດ້ກວດກາສຸຂະພາບ ຖ້າວ່າຜູ້ຜະລິດມີພະຍາດ ປະຈໍາຕົວບາງຢ່າງທີ່ອາດຈະສົ່ງເຊື້ອໄວຣັດຕ່າງໆ ຜ່ານຜະລິດຕະພັນນັ້ນທີ່ຕົນ ເຮັດດ້ວຍການຈັບບາຍ, ເຊິ່ງຈະເກີດ ເປັນພະຍາດຕິດແປດຈາກຄົນໄປສູ່ອາຫານ ແລະ ຈາກອາຫານໄປສູ່ຜູ້ບໍລິໂພກໄດ້; ເຊິ່ງຜູ້ທີ່ບໍລິໂພກໄດ້ຈະມີຄວາມສ່ຽງທີ່ຈະໄດ້ຮັບເຊື້ອເຫຼົ່ານັ້ນ, ເຊິ່ງໄລຍະ 2 ປີ ຫຼັງເກີດໄວຣັດຕັບ A ລະບາດຢູ່ແຂວງວຽງຈັນ ແລ້ວແພ່ເຂົ້າມານະຄອນຫຼວງ ວຽງຈັນຢ່າງຫຼວງຫຼາຍ ຍ້ອນຜູ້ບໍລິໂພກ ຕິດພະຍາດດັ່ງກ່າວຈາກການບໍລິໂພກອາຫານທີ່ມີເຊື້ອໄວຣັດ; ນອກນີ້, ຖ້າຫາກອາຫານທີ່ທ່ານບໍລິໂພກບໍ່ສະອາດ, ຂາດສຸຂະອະນາໄມ ເມື່ອທ່ານຮັບປະທານເຂົ້າໄປ ຈະສົ່ງຜົນເຮັດໃຫ້ເກີດອາການຖອກທ້ອງ, ເຈັບທ້ອງ, ຮາກ ແລະ ອາການອື່ນໆອີກ; ສະນັ້ນ, ບັນດາທ່ານຄວນລະມັດລະວັງ ເມື່ອຈະບໍລິໂພກຫຍັງ ກໍຄວນຄຳນຶງວ່າ ສິ່ງເຫຼົ່ານັ້ນສະອາດແທ້ ຫຼື ບໍ່ ເພື່ອປ້ອງກັນສຸຂະພາບຂອງຕົວທ່ານເອງ.

ຜູ້ບໍລິໂພກນໍ້າກ້ອນຫຼາຍທ່ານ ໃນນະຄອນຫຼວງວຽງຈັນ ເວົ້າເປັນສຽງດຽວກັນວ່າ: ປັດຈຸບັນ, ຕົນເອງໄດ້ບໍລິໂພກນໍ້າກ້ອນ ເພາະໄປໃສກໍຈະຂາດບໍ່ໄດ້ ໂດຍໃສ່ນໍ້າກິນ, ໃສ່ນໍ້າຫວານ, ກາເຟ, ນໍ້າຊາ, ເຫຼົ້າ, ເບຍ ແລະອື່ນໆ ເພື່ອເຮັດ ໃຫ້ນໍ້າເຫຼົ່ານັ້ນມີຄວາມເຢັນ ແລະ ຮັບປະທານໄດ້ງ່າຍ, ແຕ່ສັງເກດເຫັນວ່າໂຮງງານນໍ້າກ້ອນຫຼາຍແຫ່ງ ຍັງມີຝຸ່ນເປັນ ແບບນໍ້າມວກມ່າເຂົ້າຂຸ້ນນອນຢູ່ກົ້ນຈອກໃນເວລາເອົານໍ້າກ້ອນປະສົມກັບນໍ້າ ເຫັນໄດ້ວ່ານໍ້າກ້ອນທີ່ເປັນແບບນັ້ນແມ່ນນໍ້າ ກ້ອນທີ່ຂາດການອະນາໄມ ແລະ ຂາດມາດຕະຖານຄຸນນະພາບຂອງການຜະລິດ; ສະນັ້ນ, ຈຶ່ງຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງຕ້ອງຮີບຮ້ອນລົງກວດກາ ແລະ ແກ້ໄຂຢ່າງຮີບດ່ວນເພາະບັນຫານີ້ແມ່ນສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນໂດຍກົງ, ຖ້າວ່າບຸກຄົນຫາກດື່ມນໍ້າທີ່ບໍ່ສະອາດເຂົ້າໄປທຸກວັນ ເຊື່ອວ່າຈະເຮັດໃຫ້ຮ່າງກາຍຂອງຄົນເກີດຫຼາຍບັນຫາແຊກຊ້ອນ ແລະ ກ້າວໄປເຖິງສຸຂະພາບຊຸດໂຊມ ຖ້າວ່າໂຮງງານຜະລິດນໍ້າກ້ອນຫາກຜະລິດດ້ວຍຄວາມສະອາດຜ່ານການກວດກາກັ່ນຕອງເປັນຢ່າງດີ ເຊື່ອວ່າຜູ້ບໍລິໂພກກໍຈະປອດໄພ ແລະ ເຊື່ອໝັ້ນຕໍ່ໂຮງງານຂອງທ່ານ.

ເຖິງຢ່າງໃດກໍຕາມ, ເມື່ອເຈົ້າໜ້າທີ່ລົງກວດກາ ແລະ ພົບເຫັນບັນຫາດັ່ງກ່າວແລ້ວ, ເຈົ້າໜ້າທີ່ໄດ້ແນະນໍາ ແລະ ແກ້ໄຂ ພ້ອມທັງເຮັດບົດບັນທຶກການກວດກາ ໂດຍຊ້ອງໜ້າເຈົ້າຂອງຜະລິດຕະພັນ ໂດຍໃຫ້ເຈົ້າຂອງປັບປຸງຄືນໃນດ້ານທີ່ບໍ່ສະອາດ ໂດຍໃຫ້ກໍານົດເວລາກັບເຈົ້າຂອງຮ້ານພາຍໃນ 1-2 ອາທິດ ແລ້ວລົງກວດກາຄືນໃໝ່ ຖ້າວ່າໂຮງ ງານ ດັ່ງກ່າວຫາກບໍ່ມີການປັບປຸງ ຄັ້ງທີ 1, 2 ຈະສຶກສາອົບຮົມກ່າວເຕືອນ ຖ້າຄັ້ງທີ 3 ຈະສັ່ງປິດກິດຈະການທັນທີ ໂດຍບໍ່ມີຂໍ້ຍົກເວັ້ນ; ສ່ວນກໍາມະກອນທີ່ບໍ່ໄດ້ກວດສຸຂະພາບ ແມ່ນໄດ້ບັນທຶກໄວ້ ແລະ ແນະນໍາໃຫ້ໄປກວດສຸຂະພາບ ພາຍໃນກໍານົດ 2 ອາທິດ; ຫຼັງຈາກນັ້ນ, ກໍຈະເກັບຕົວຢ່າງມາວິໄຈຢູ່ຫ້ອງວິໄຈຂະແໜງອາຫານ ແລະ ຢາ ເພື່ອຢັ້ງຢືນທາງດ້ານຄຸນນະພາບ; ຖ້າວ່າບໍ່ມີຄຸນນະພາບຈະໃຊ້ມາດຕະການຕໍ່ຜູ້ລະເມີດ ໂດຍໃຫ້ປັບປຸງເລື່ອງຄວາມສະອາດ ແລະ ຖືກສຸຂາອະນາໄມຄືນໃໝ່.

ບັນຫາຂອງການຜະລິດນໍ້າກ້ອນທີ່ບໍ່ມີຄຸນນະພາບ ແມ່ນເກີດຈາກຄວາມມັກງ່າຍຂອງຜູ້ປະກອບການ ຫຼື ພະນັກ ງານຜະລິດທີ່ບໍ່ຄໍານຶງເຖິງຜູ້ບໍລິໂພກວ່າ ຈະມີຜົນກະທົບຫຍັງຕາມມາ; ອີກດ້ານໜຶ່ງ, ພະນັກງານຜະລິດບາງໂຮງ ງານຍັງບໍ່ມີຄວາມຮູ້ດີພໍຕໍ່ກັບຂັ້ນຕອນຂອງການຜະລິດນໍ້າກ້ອນ ວ່າເປັນແບບໃດ ເຮັດແນວໃດ ນໍ້າກ້ອນທີ່ຜະລິດອອກມາ ຈຶ່ງມີຄວາມສະອາດ; ຖ້າວ່າບັນດາໂຮງງານນໍ້າກ້ອນ ຍັງບໍ່ມີໃບທະບຽນ ອຢ ເຊື່ອວ່າຜູ້ບໍລິໂພກນໍ້າກ້ອນ ກໍຈະມີຄວາມສ່ຽງສູງທີ່ຕໍ່ສຸຂະພາບຢ່າງແນ່ນອນ.