ຫ້ອງການກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານພະລາທິການ ປະຈຳເດືອນມິຖຸນາ ແລະ ທິດທາງແຜນການເດືອນກໍລະກົດ ຂຶ້ນວັນທີ 5 ກໍລະກົດຜ່ານມານີ້, ເຂົ້າຮ່ວມໂດຍ ພົຈວ ຄຳໄຕ ຄຳແພງເພັດ ຫົວໜ້າກົມໃຫຍ່ພະລາທິການ ປກສ, ມີຄະນະຫ້ອງ, ກົມ, ກອງ ແລະ ໂຮງໝໍ 5 ເມສາ ເຂົ້າຮ່ວມ.

ພັອ ດາວັນ ວິຄຳຊາວ ຫົວໜ້າຫ້ອງການກົມໃຫຍ່ພະລາທິການ ໄດ້ຂຶ້ນຜ່ານບົດສະຫຼຸບໃຫ້ຮູ້ວ່າ: ໃນເດືອນມິຖຸນາທີ່ຜ່ານມາ ຫ້ອງການກົມໃຫຍ່ພະລາທິການ ໄດ້ເບີກຈ່າຍເງິນເດືອນ ປະຈຳເດືອນ 6 ສຳເລັດທຸກກົມກອງ, ເບີກຈ່າຍອັດຕາກິນນັກໂທດສຳເລັດ 1 ກົມກອງ ແລະ 5 ປກສ ແຂວງ, ເບີກຈ່າຍເຄື່ອງວິຊາສະເພາະ 21 ລາຍການ, ເຄື່ອງໃຊ້ຫ້ອງການ 163 ລາຍການ ແລະ ໄດ້ມອບ-ຮັບເຄື່ອງອຸປະໂພກປະຈຳປີຈາກບໍລິສັດ 19-5 ສສ ຫວຽດນາມ ໄດ້ສໍາເລັດ, ໄດ້ປະກອບລົດກູ້ໄພ 1 ຄັນ, ລົດມອດໄຟ 4 ຄັນ, ລົດເກັງ 24 ຄັນ, ລົດຕູ້ 2 ຄັນ, ລົດກະບະ 5 ຄັນ ແລະ ເຄື່ອງອຸປະກອນເຕັກນິກ 80 ລາຍການ, ເບີກຈ່າຍນໍ້າມັນເຊື້ອໄຟໃຫ້ບັນດາກົມກອງໄດ້ 87.867 ລິດ ເປັນເງິນ 828 ລ້ານກີບ, ຈ່າຍອາວຸດຍຸດໂທປະກອນ 10 ລາຍການ, ສ້ອມແປງອາວຸດທີ່ເປ່ເພໄດ້ 28 ກະບອກ, ລົງຕິດຕາມສຸຂະພາບການນຳກະຊວງ 25 ຄັ້ງ, ຮັບບໍລິຈາກເລືອດໄດ້ 56 ຖົງ, ອອກກວດເຂດນອກໄດ້ 451 ເທື່ອຄົນ, ຜ່າຕັດ 16 ເທື່ອຄົນ, ປິ່ນປົວສຸກເສີນ 260 ເທື່ອຄົນ, ລົງສໍາຫຼວດວັດແທກທີ່ດິນລັດ 3 ຕອນ, ຫົວໜ່ວຍທຸລະກິດທີ່ຂຶ້ນກັບກົມໃຫຍ່ພະລາທິການ ສາມາດສ້າງລາຍຮັບໄດ້ 687 ລ້ານກີບ; ພາຍຫຼັງສໍາເລັດການຜ່ານຮ່າງບົດສະຫຼຸບຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຕາງໜ້າໃຫ້ບັນດາກົມກອງຜັດປ່ຽນກັນຂຶ້ນປະກອບຄຳຄິດເຫັນ ເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນໜັກແໜ້ນ, ຊັດເຈນ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ.

ໂອກາດດຽວກັນ, ພົຈວ ຄຳໄຕ ຄຳແພງເພັດ ໄດ້ເນັ້ນໃຫ້ພະນັກງານຜູ້ທີ່ເຮັດວຽກງານພະລາທິການ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຫ້າວຫັນ, ຮອບດ້ານ ເພື່ອແກ້ໄຂບັນຫາຂໍ້ຂາດຕົກບົກຜ່ອງທາງດ້ານການຮັບ ແລະ ເບີກ-ຈ່າຍວັດຖຸອຸປະກອນຕ່າງໆໃຫ້ທັນເວລາ ເພື່ອຮັບປະກັນໃຫ້ການເຄື່ອນໄຫວປະຕິບັດວຽກງານຂອງແຕ່ລະກົມກອງທັງສູນກາງ ແລະ ທ້ອງຖິ່ນຢ່າງມີປະສິດທິພາບຮັບປະກັນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານການເມືອງໃນໄລຍະໃໝ່.