ຂະບວນຄາລາວານລົດ ທີ່ເດີນທາງໄປຮ່ວມສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງ ການປະຕິວັດລາວ ຄົບຮອບ 50 ປີ

ພິທີເປີດຂະບວນຄາລາວານລົດ ທີ່ເດີນທາງໄປຮ່ວມສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງ ການປະຕິວັດລາວ ຄົບຮອບ 50 ປີ (30 ພະຈິກ 1968-30 ພະຈິກ 2018) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ພະຈິກ 2018 ທີ່ນະຄອນຫຼວງວຽງຈັນ, ເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ສຈ.ປອ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ:

ທ່ານ ສຈ.ປອ ບໍ່ແສງຄຳ ວົງດາລາ

ການຈັດຂະບວນຄາລາວານລົດທ່ອງທ່ຽວສູ່ ເມືອງວຽງໄຊ ແຂວງຫົວພັນ ແມ່ນເປັນການສຶກສາຮຽນຮູ້ຕໍ່ມູນເຊື້ອປະຫວັດສາດການຕໍ່ສູ້ອັນຍືດເຍື້ອຍາວນານຢ່າງພິລະອາດຫານຂອງ ປະຊາຊົນລາວບັນດາເຜົ່າ ແລະ ວິລະກຳອັນລໍ້າເລີດຂອງ ບັນດາວິລະຊົນ, ນັກຮົບແຂ່ງຂັນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະຜ່ານມາ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ.

ທ່ານ ສຈ.ປອ ບໍ່ແສງຄຳ ວົງດາລາ
ເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ

ພ້ອມນັ້ນ, ຍັງເປັນການລະນຶກ ແລະ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງ ບັນດາຜູ້ນຳທີ່ເຄົາລົບຮັກ, ບັນດານັກຮົບຜູ້ອາດຫານ, ທຸກໝູ່ເລົ່າຮົບ ແລະ ພໍ່-ແມ່ປະຊາຊົນທີ່ເສຍສະຫຼະເລືອດເນື້ອໃນການຕໍ່ສູ້ ເພື່ອປະເທດຊາດ ແລະ ເພື່ອປະຊາຊົນລາວ, ທັງເປັນການຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດ, ທັດສະນະ ແລະ ອຸດົມຄະຕິຂອງການປະຕິວັດ ລວມທັງແບບແຜນການນຳພາ ແລະ ການດຳລົງຊີວິດຂອງຜູ້ນຳຮຸ່ນກ່ອນໆ ເພື່ອສ້າງຄວາມເອກອ້າງທະນົງໃຈຕໍ່ຜົນສຳເລັດແຫ່ງການຕໍ່ສູ້ກູ້ຊາດ.

ພ້ອມດຽວກັນນີ້, ຂະບວນການດັ່ງກ່າວ ຍັງເປັນການປຸກລະດົມຂົນຂວາຍ ແລະ ສ້າງຂະບວນການໂຄສະນາ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2018 ”ລາວທ່ຽວລາວ ” ໂດຍສະເພາະຢູ່ຖານທີ່ໝັ້ນຂອງ ການປະຕິວັດລາວ ກໍຄືການດຶງດູດເອົາບັນດານັກທ່ອງທ່ຽວ ຈາກພາຍໃນ ແລະ ຕ່າງປະເທດ ໃຫ້ໄປຢ້ຽມຢາມທ່ຽວຊົມເຂດສຳຄັນ ແລະ ສະຖານທີ່ເປັນມູນເຊື້ອຕ່າງໆພາຍໃນ ແຂວງຫົວພັນ ນັບມື້ນັບເພີ່ມຂຶ້ນເລື້ອຍໆ ແນໃສ່ຊຸກຍູ້ດ້ານການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ອອກຈາກ ນະຄອນຫຼວງວຽງຈັນ ໄປຍັງ ແຂວງບໍລິຄຳໄຊ-ຊຽງຂວາງ-ແຂວງຫົວພັນ

ເຊິ່ງຂະບວນຄາລະວານ ແມ່ນເດີນທາງອອກຈາກ ນະຄອນຫຼວງວຽງຈັນ ໄປຍັງ ແຂວງບໍລິຄຳໄຊ-ຊຽງຂວາງ-ແຂວງຫົວພັນ ໂດຍມີຜູ້ເຂົ້າຮ່ວມຂະບວນການທັງໝົດ 500 ກວ່າທ່ານ ຈາກພາກລັດຂັ້ນສູນກາງ ແລະ ທ້ອງຖິ່ນ ລວມທັງ ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນເອກະຊົນ ໂດຍມີລົດຈຳນວນທັງໝົດ 110 ຄັນ ຢ່າງເປັນຂະບວນຄຶກຄື້ນ.