ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ພະຈິກ ນີ້ວ່າ: ທ່ານ ເອັມມານູແອນ ມາຄຣົງ ປະທານາທິບໍດີຂອງຝຣັ່ງ ຖະແຫຼງຜ່ານສະຖານີໂທລະພາບແຫ່ງຊາດ ວ່າລັດຖະບານຝຣັ່ງ ເຄົາລົບສິດຂອງປະຊາຊົນໃນການປະທ້ວງ ເພື່ອສະແດງຄວາມບໍ່ພໍໃຈຕໍ່ນະໂຍບາຍຂອງລັດຖະບານ ແລະ ມີຄວາມເຂົ້າໃຈເປັນຢ່າງຍິ່ງຕໍ່ຄວາມຮູ້ສຶກຂອງປະຊາຊົນທີ່ມີຕໍ່ມາດຕະການປັບເພີ່ມລາຄານ້ຳມັນ; ເຊິ່ງປັດຈຸບັນ, ລາຄາເກັບພາສີນ້ຳມັນກາຊວນ ເພີ່ມເປັນ 2.9 ເອີໂຣຕໍ່ລິດ ແລະ ລາຄານ້ຳມັນແອັດຊັງລິດລະ 6.5 ເອີໂຣ ສູງທີ່ສຸດໃນຮອບ 18 ປີ ໂດຍເພີ່ມຂຶ້ນຈາກອັດຕາປົກກະຕິໃນຮອບ 12 ເດືອນທີ່ຜ່ານມາເຖິງ 23% ແລະ ລັດຖະບານກຳລັງກຽມໃຊ້ອັດຕາໃໝ່ໃນວັນທີ 1 ມັງກອນ 2019 ນຳອີກ.

ແນວໃດກໍຕາມ, ລັດຖະບານຝຣັ່ງ ຈະບໍ່ມີການປ່ຽນແປງຕາມຄວາມປະສົງຂອງກຸ່ມຄົນທີ່ໃຊ້ຄວາມຮຸນແຮງ ແລະ ກໍ່ຄວາມບໍ່ສະຫງົບ ເພື່ອຮຽກຮ້ອງຄວາມສົນໃຈໃຫ້ລັດຖະບານຍອມປະຕິບັດຕາມເງື່ອນໄຂຂອງຕົນເອງ. ແຕ່ເພື່ອຜົນປະໂຫຍດ ແລະ ຄວາມພໍໃຈຂອງປະຊາຊົນນັ້ນ ທ່ານ ມາຄຣົງ ສະເໜີແຜນຍຸດທະສາດໄລຍະເວລາ 3 ເດືອນ ທີ່ລວມເຖິງການເຈລະຈາກັບທຸກພາກສ່ວນ ເພື່ອຈັດຕັ້ງແຜນປະຕິບັດການໃຊ້ພະລັງງານຂອງປະເທດ ຈາກການໃຊ້ພະລັງງານຖ່ານຫີນເພື່ອບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ໂດຍທ່ານ ມາຄຣົງ ສະ ເໜີປິດເຕົາປະຕິກອນ 14 ເຄື່ອງ ພາຍໃນປີ 2035 ຈາກທັງໝົດ 58 ເຄື່ອງທີ່ມີຢູ່ໃນໂຮງງານພະລັງງານນິວເຄຼຍ ທັງ 19 ແຫ່ງໃນປະເທດ. ແຕ່ຍັງຊ້າກວ່າເປົ້າໝາຍຂອງລັດຖະບານຊຸດກ່ອນຂອງ ທ່ານ ຟຣອງຊົວ ອອນລອງ ທີ່ກຳນົດໃນປີ 2025 ຫຼື ໄວກວ່າ 10 ປີ.

ຖະແຫຼງການດັ່ງກ່າວຂອງທ່ານ ມາຄຣົງ ເກີດຂຶ້ນໃນໄລຍະທີ່ເມືອງໃຫຍ່ຫຼາຍແຫ່ງໃນຝຣັ່ງ ຈັດການປະທ້ວງ ເພື່ອຄັດຄ້ານມາດຕະການຂຶ້ນລາຄານ້ຳມັນຂອງລັດຖະບານຝຣັ່ງ ໂດຍແກນນຳເຊິ່ງລວມຕົວກັນໃນນາມເສື້ອກັກສີເຫຼືອງ, ເຊິ່ງເປັນເຄື່ອງແຕ່ງກາຍຂອງເຈົ້າໜ້າທີ່ສຸກເສີນ ແລະ ປະຊາຊົນທົ່ວໄປມີຕິດລົດໄວ້ ເພື່ອໃສ່ເປັນສັນຍາລັກໃນຍາມເກີດເຫດສຸກເສີນ, ເຊິ່ງກຸ່ມປະທ້ວງຍັງມີການນັດກັນຊຸມນຸມປະທ້ວງອີກ ໃນວັນທີ 1 ທັນວາ ນີ້, ຫຼັງຈາກມີການປະທະກັບເຈົ້າໜ້າທີ່ຕຳຫຼວດປາບປາມຢ່າງຮ້າຍແຮງຕັ້ງແຕ່ກາງເດືອນນີ້ ໂດຍສະເພາະຢູ່ທີ່ເມືອງຊອງເຊລີເຊ ມີລາຍງານຜູ້ໄດ້ຮັບບາດເຈັບ ແລະ ຖືກຈັບກຸມຫຼາຍຮ້ອຍຄົນ, ສ່ວນຜູ້ເສຍຊີວິດມີ 2 ຄົນ.