ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ວິທະຍາຄານປ້ອງກັນຄວາມສະຫງົບ ແຫ່ງຊາດ (ວປສ)  ຄົບຮອບ 23 ປີ ( 27 ພະຈິກ 1995-27 ພະຈິກ 2018 ) ພ້ອມທັງປະກາດປ່ຽນຊື່ຈາກ ວິທະຍາຄານປ້ອງກັນຄວາມສະຫງົບ ແຫ່ງຊາດ ເປັນ ວິທະຍາຄານສັນຕິບານປະຊາຊົນ ຢ່າງເປັນທາງການ ໃນວັນທີ 27 ພະຈິກ 2018, ໂດຍມີ ພົຈວ ປອ ວັນເຮືອງ ນັນທະຈັກ ອຳນວຍການ ວປສ, ພ້ອມດ້ວຍຄະນະອຳນວຍການ, ພະນັກງານ-ອາຈານ, ແຂກຮັບເຊີນ ຕະຫຼອດຮອດນັກສຶກສາ ເຂົ້າຮ່ວມ.

ໂດຍມີ ພົຈວ ປອ ວັນເຮືອງ ນັນທະຈັກ ອຳນວຍການ ວປສ ເປັນປະທານ

ໃນພິທີ, ພົຈວ ປອ ວັນເຮືອງ ນັນທະຈັກ ໄດ້ຂຶ້ນກ່າວບົດທວນຄືນໂດຍຫຍໍ້ກ່ຽວກັບ ປະຫວັດຄວາມເປັນມາຂອງວັນສຳຄັນດັ່ງກ່າວ ເຊິ່ງມີບາງຕອນທ່ານໃຫ້ ຮູ້ວ່າ:

ວິທະຍາຄານປ້ອງກັນຄວາມສະຫງົບ ແຫ່ງຊາດ

ໂດຍອີງໃສ່ຄວາມເຕີບໃຫຍ່ທາງດ້ານບຸກຄະລາກອນ ແລະ ຄວາມຮຽກຮ້ອງຕ້ອງການຂອງ ການສ້າງກຳລັງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ (ກະຊວງ ປກສ ໃນປັດຈຸບັນ) ຈຶ່ງໄດ້ສ້າງຕັ້ງ ວິທະຍາຄານປ້ອງກັນຄວາມສະຫງົບ ແຫ່ງຊາດ ຂຶ້ນ ມີອັກສອນຫຍໍ້ (ວປສ) ໂດຍໄດ້ຮັບການອະນຸມັດຈາກລັດຖະບານຕາມດຳລັດ ສະບັບເລກທີ 93/ນຍ ລົງວັນທີ 27 ພະຈິກ 1995 ແລະ ໄດ້ເປີດຮຽນ ຮຸ່ນທີ I ໃນວັນທີ 13 ທັນວາ 1995.

ຕະຫຼອດໄລຍະ 23 ປີຜ່ານມາ, ວປສ ສາມາດພັດທະນາ-ກໍ່ສ້າງຖັນແຖວ ກຳລັງ ປກສ ໄດ້ ຫຼາຍຮຸ່ນ-ຫຼາຍລະດັບຈຳນວນຫຼາຍພັນສະຫາຍ, ໃນນີ້ມີ: ລະບົບປະລິນຍາຕີກໍ່ສ້າງ 23 ຮຸ່ນ (ກຳລັງສືບຕໍ່ຄົ້ນຄວ້າຮໍ່າຮຽນ 4 ຮຸ່ນ), ປະລິນຍາຕີຕໍ່ເນື່ອງ 16 ຮຸ່ນ (ກຳລັງຮໍ່າຮຽນ 2 ຮຸ່ນ), ປະລິນຍາໂທ 10 ຮຸ່ນ (ກຳລັງຮໍ່າຮຽນ 2 ຮຸ່ນ), ລະບົບຊັ້ນສູງເລັ່ງລັດ 2 ລະບົບ ຄື:  6 ເດືອນ ແລະ 8 ເດືອນ.

ບັນຍາກາດພາຍໃນພິທີສະເຫຼີມສະຫຼອງ

ໂອກາດດັ່ງກ່າວ, ກໍໄດ້ມີການປະກາດປ່ຽນຊື່ ວິທະຍາຄານປ້ອງກັນຄວາມສະຫງົບ ແຫ່ງຊາດ ເປັນ ວິທະຍາຄານສັນຕິບານປະຊາຊົນ ຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 206/ນຍ ລົງວັນທີ 19 ກັນຍາ 2018 ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງ ປກສ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ການເດີນສວນສະໜາມກ້ອນກຳລັງນັກສຶກສາ

ໃນພິທີສະຫຼອງ, ບັນດາທ່ານທີ່ເຂົ້າຮ່ວມໄດ້ຮັບຊົມການເດີນສວນສະໜາມກ້ອນກຳລັງນັກສຶກສາ ແລະ ການສະແດງສິລະປະຈາກນັກສຶກສາ ວປສ ອັນໄດ້ສ້າງຄວາມປະທັບໃຈໃຫ້ບັນດາສະຫາຍທີ່ຮັບຊົມ ອີກທັງຍັງໄດ້ຮັບຮູ້ເຖິງຄວາມເຂັ້ມແຂງຂອງກຳລັງນັກສຶກສາ ແລະ ຮັບຮູ້ເຖິງຄວາມໝາຍຄວາມສຳຄັນຂອງ ວິທະຍາຄານແຫ່ງນີ້.