ຂ່າວຕ່າງປະເທດລາຍງານ ຈາກນະຄອນຫຼວງໂຊນ ຂອງ ສ ເກົາຫຼີ (ເກົາຫຼີໃຕ້) ໃນວັນທີ 29 ພະຈິກ ນີ້ວ່າ: ທາງການຂອງ ສ ເກົາຫຼີ ໄດ້ຈັດສົ່ງຢາຂ້າສັດຕູພືດລວມ 50 ໂຕນ ໃຫ້ ກັບ ສປປ ເກົາຫຼີ (ເກົາຫຼີເໜືອ) ເພື່ອປ້ອງກັນການແພ່ລະບາດຂອງພະຍາດແມງໄມ້ ແລະ ສັດຕູພືດໃນຕົ້ນສົນ.

ຄວາມເຄື່ອນໄຫວດັ່ງກ່າວກ່າວ ຖືກເປັນການສະແດງໄມຕີຈິດມິດຕະພາບທີ່ດີຮ່ວມກັນລະຫວ່າງສອງປະເທດ ເພື່ອປັບປຸງສາຍພົວພັນມິດຕະພາບ ທ່າມກາງການເຈລະຈາລະຫວ່າງ ສະຫະລັດ ກັບ ສປປ ເກົາຫຼີ ເພື່ອຜ່ອນຄາຍຄວາມຂັດແຍ້ງທາງດ້ານອາວຸດນິວເຄຼຍ. ກະຊວງລວມຊາດຂອງ ສ ເກົາຫຼີ ກ່າວວ່າ: ຂະບວນລົດບັນທຸກຂົນສົ່ງສານເຄມີຂ້າມຊາຍແດນ ແລະ ຂົນສົ່ງໄປຫາເມືອງແຄຊອງທາງຊາຍແດນຂອງ ສປປ ເກົາຫຼີ. ຂະນະດຽວກັນ, ຄະນະເຈົ້າໜ້າທີ່ປ່າໄມ້ຂອງ ສ ເກົາຫຼີ ກໍາລັງຢ້ຽມຢາມ ສປປ ເກົາຫຼີ ເພື່ອປຶກສາຫາລືແນວທາງການປ້ອງກັນພະຍາດແມງໄມ້ ແລະ ສັດຕູພືດ ທີ່ກຳລັງແພ່ລະບາດໃນປ່າສົນໃນເຂດແຄມມະຫາສະໝຸດເກົາຫຼີ  ເຮັດໃຫ້ຕົ້ນໄມ້ແຫ້ງ ແລະ ຕາຍ.

ກ່ອນໜ້ານີ້, ສປປ ເກົາຫຼີ ແລະ ສ ເກົາຫຼີ ໄດ້ວາງແຜນສຳຫຼວດເສັ້ນທາງແລ່ນລົດເຊື່ອມຕໍ່ກັນຕາມເຂດຊາຍແດນຝັ່ງຕາເວັນອອກ ແລະ ຕາເວັນຕົກ. ແຕ່ ສ ເກົາຫຼີ ຍັງບໍ່ສາມາດປະຕິບັດຕາມແຜນການໄດ້ເທົ່າທີ່ຄວນ ເນື່ອງຈາກວ່າ ຕ້ອງໄດ້ຮັບອະຍຸມັດຈາກສະຫະລັດ ເພື່ອຍົກເລີກການຂວ້ຳບາດທີ່ມີຕໍ່ໂຄງການນິວເຄຼຍຂອງ ສປປ ເກົາ ກ່ອນ.