ກົມຕໍາຫຼວດຄຸມຂັງ-ດັດສ້າງ ປະກາດອະໄພຍະໂທດ ແລະ ປ່ອຍຕົວນັກໂທດ

0
2620
ບັນດາຜູ້ທີ່ເຂົ້າຮ່ວມໃນຄັ້ງນີ້

ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດພິທີປະກາດອະໄພຍະໂທດ-ປ່ອຍຕົວນັກໂທດ ປະຈໍາປີ 2018 ຈໍານວນ 258 ຄົນ ຍິງ 31 ຄົນ ໃນວັນທີ 30 ພະຈິກ 2018, ໃຫ້ກຽດເຂົ້າຮ່ວມໂດຍ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ, ທັງເປັນຮອງປະທານກຳມະທິການອະໄພຍະໂທດລະດັບຊາດ, ມີບັນດາແຂກຮັບເຊີນ, ພາກສ່ວນທີ່ກ່ຽວຂ້ອງ, ນັກໂທດ ແລະ ພໍ່ແມ່ປະຊາຊົນ ເຂົ້າຮວ່ມ.

ພັອ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ກ່າວວ່າ:

ປະກາດອະໄພຍະໂທດ ແລະ ປ່ອຍຕົວນັກໂທດ

ການຈັດພິທີປະກາດອະໄພຍະໂທດ ແລະ ປ່ອຍຕົວນັກໂທດ ໃນຄັ້ງນີ້ ແມ່ນອິງຕາມລັດຖະດໍາລັດຂອງ ປະທານປະເທດ ວ່າດ້ວຍ ການໃຫ້ອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າໃນຂອງເຂດທົ່ວປະເທດ ເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 43 ປີ; ສະເພາະປີນີ້, ປະທານປະເທດ ຕົກລົງອະໄພຍະໂທດ ໃຫ້ແກ່ນັກໂທດໃນຂອບເຂດທົ່ວປະເທດທັງໝົດ 1.711 ຄົນ ຍິງ 300 ຄົນ, ເປັນຄົນຕ່າງປະເທດ 28 ຄົນ ຍິງ 11 ຄົນ; ໃນນີ້, ອະໄພຍະໂທດດ້ວຍການຫຼຸດຜ່ອນໂທດ ຈໍານວນ 1.364 ຄົນ ຍິງ 234 ຄົນ ແລະ ອະໄພຍະໂທດດ້ວຍການປ່ອຍຕົວນັກໂທດ ຈໍານວນ 347 ຄົນ ຍິງ 66 ຄົນ; ສະເພາະບັນດາຄ້າຍຄຸມຂັງທີ່ຂຶ້ນກັບ ກົມຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ຮັບອະໄພຍະໂທດທັງໝົດ 258 ຄົນ ຍິງ 31 ຄົນ; ໃນນັ້ນ, ຫຼຸດຜ່ອນໂທດທັງໝົດ 203 ຄົນ ຍິງ 23 ຄົນ ເປັນຄົນຕ່າງປະເທດ 12 ຄົນ ຍິງ 3 ຄົນ. ຈາກນັກໂທດທີ່ໄດ້ຮັບການຫຼຸດຜ່ອນໂທດ ແມ່ນນອນຢູ່ໃນຄະດີຢາເສບຕິດ 183 ຄົນ, ຄະດີທົ່ວໄປ 20 ຄົນ; ອະໄພຍະໂທດປ່ອຍຕົວທັງໝົດ 55 ຄົນ ຍິງ 8 ຄົນ ເປັນຄົນຕ່າງປະເທດ 2 ຄົນ ນອນຢູ່ໃນຄະດີຢາເສບຕິດ 53 ຄົນ ແລະ ຄະດີທົ່ວໄປ 2 ຄົນ.

ຈໍານວນ 258 ຄົນ ຍິງ 31 ຄົນ

ໂອກາດດຽວກັນ, ພົຕ ປອ ສົມຫວັງ ທໍາມະສິດ ໄດ້ເນັ້ນໃຫ້ບັນດານັກໂທດທີ່ໄດ້ຮັບການອະໄພຍະໂທດໃນຄັ້ງນີ້ວ່າ:

ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ

ສະເພາະນັກໂທດທີ່ໄດ້ຮັບການຫຼຸດຜ່ອນໂທດ ຕ້ອງເອົາໃຈໃສ່ສ້າງຕົວເອງໃຫ້ເປັນຄົນດີຂອງຄ້າຍຄຸມຂັງ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ດີ, ເອົາໃຈໃສ່ປະຕິບັດລະບຽບ ແລະ ບໍ່ລະເມີດລະບຽບຂອງຄ້າຍຄຸມຂັງ ເພື່ອເຮັດໃຫ້ຕົນເອງໄດ້ຮັບການອະໄພຍະໂທດຈາກໜັກໃຫ້ເປັນເບົາ; ສະເພາະບັນດານັກໂທດທີ່ໄດ້ອະໄພຍະໂທດປ່ອຍຕົວ ໃຫ້ກັບສູ່ການດໍາລົງຊີວິດຮ່ວມກັບສັງຄົມ ແລະ ຄອບຄົວຂອງຕົນ ຕ້ອງສ້າງຕົນເອງໃຫ້ເປັນພົນລະເມືອງດີຂອງຊາດ, ຮູ້ຈັກຮັກລະບອບປະຊາທິປະໄຕຄືກັນກັບຮັກຊີວິດຂອງຕົນ, ເປັນຄົນດີຂອງຄອບຄົວ, ປະກອບສ່ວນຢ່າງຕັ້ງເຂົ້າໃນການພັດທະນາຄອບຄົວຂອງຕົນເອງໃຫ້ກາຍເປັນຄອບຄົວວັດທະນາທໍາ, ຄອບຄົວປ້ອງກັນຄວາມສະຫງົບດີ ແລະອື່ນໆ, ສ້າງຕົນເອງໃຫ້ເປັນຄົນດຸໝັ່ນຂະຫຍັນພຽນ, ທໍາມາຫາກິນດ້ວຍຄວາມຊື່ສັດສຸດຈະລິດ ແນໃສ່ສ້າງເສດຖະກິດໃຫ້ແກ່ຕົນເອງ ແລະ ຄອບຄົວ ເພື່ອເຮັດໃຫ້ມີເສດຖະກິດທີ່ດີຂຶ້ນ ແລະ ບໍ່ຫຼົງຜິດກັບຄືນໄປກະທໍາຜິດຕໍ່ລະບຽບກົດໝາຍອີກ.

ບັນດານັກໂທດ ທີ່ເຂົ້າຮ່ວມ