ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ

ກະຊວງຍຸຕິທໍາ ໄດ້ຈັດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ VII ຈຳນວນ 44 ສະຫາຍ ຍິງ 21 ສະຫາຍ ໃນວັນທີ 30 ພະຈິກ 2018 ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ-ການປົກຄອງ ໃຫ້ພະນັກງານ ກະຊວງຍຸຕິທໍາ ໄດ້ນຳໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຢູ່ກົມ-ກອງຂອງຕົນເອງ.

ຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ

ການເປີດຝຶກອົບຮົມໄລຍະສັ້ນຄັ້ງນີ້ ຈະຈັດຂຶ້ນທັງໝົດ 45 ວັນ, ປະກອບມີ 5 ພາກວິຊາຮຽນ ແຕ່ລະວິຊາຈະໄດ້ສົມທຽບກັບແນວທາງນະໂຍບາຍຂອງພັກ ປະກອບເຂົ້ານໍາພື້ນຖານທິດສະດີການເມືອງ-ການປົກຄອງ ເຊິ່ງປະກອບມີ 39 ບົດຄື: ວິຊາປັດຊະຍາ ມີ 8 ບົດ, ວິຊາບໍລິຫານສາດການເມືອງ ມີ 10 ບົດ, ວິຊາລັດທິສັງຄົມນິຍົມວິທະຍາສາດ ມີ 8 ບົດ, ວິຊາບໍລິຫານສາດ ມີ 5 ບົດ ແລະ ວິຊາກໍ່ສ້າງພັກ ມີ 8 ບົດ; ຄາດວ່າການຝຶກອົບຮົມຈະໃຫ້ສໍາເລັດ ໃນວັນທີ 1 ກຸມພາ 2019.

ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ກ່າວວ່າ:

ກະຊວງຍຸຕິທໍາ

ການຈັດຝຶກອົບຮົມໃຫ້ແກ່ພະນັກງານຂອງກະຊວງ ໃນຄັ້ງນີ້ ແມ່ນເປັນການປະຕິບັດແນວທາງຂອງພັກ ໃນການຍົກລະດັບໃຫ້ແກ່ພະນັກງານ ໃນການສ້າງຊັບພະຍາກອນມະນຸດ ແລະ ເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນປັດຈຸບັນ; ສະນັ້ນ, ເພື່ອຮັບປະກັນເຮັດໃຫ້ຊຸດຝຶກອົບຮົມຂອງເຮົາບັນລຸໄດ້ ຕາມຈຸດປະສົງລະດັບຄາດໝາຍ, ບັນດາພະນັກງານທີ່ເຂົ້າຮ່ວມຝຶກອົບຮົມ ຕ້ອງເອົາໃຈໃສ່ປະຕິບັດລະບຽບຂອງການຮຽນໃຫ້ເຂັ້ມງວດ ເປັນຕົ້ນແມ່ນ: ການປະຕິບັດໂມງເວລາໃນການຮໍ່າຮຽນ, ຟັງການບັນຍາຍ, ການຄົ້ນຄວ້າ, ສໍາມະນາແລກປ່ຽນຄໍາຄິດເຫັນເຊິ່ງກັນແລະກັນໃຫ້ເປັນປົກກະຕິ, ຕ້ອງມີການຍາດແຍ່ງເອົາບົດຮຽນທີ່ຄູ-ອາຈານຖ່ອຍທອດໃຫ້ ເພື່ອເກັບກໍາເອົາບົດຮຽນໄວ້ໃຫ້ດີແລ້ວນໍາມາໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕ່າງໆ ໃນກົມ-ກອງຂອງຕົນເອງ ໃຫ້ເກີດດອກອອກຜົນຫຼາຍເທົ່າທີ່ຈະຫຼາຍໄດ້.