ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ທັນວາ ນີ້່ວ່າ: ທ່ານ ຊາອັດ ເຊີຣີດາ ອັນຄາອາບີ ລັດຖະມົນຕີກະຊວງພະລັງງານຂອງກາຕາ ຖະແຫຼງການວ່າ ລັດຖະບານກາຕາ ໄດ້ຍື່ນໜັງສືຕໍ່ສຳນັກເລຂາທິການອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC), ເຊິ່ງມີສໍານັກງານໃຫຍ່ຢູ່ທີ່ນະຄອນວຽນນາ ປະເທດໂອຕຣິດ ເພື່ອຂໍລາອອກຈາກການເປັນສະມາຊິກໂອເປກ, ເຊິ່ງຈະມີຜົນຕັ້ງແຕ່ວັນທີ 1 ມັງກອນ 2019. ເນື່ອງຈາກວ່າ ກາຕາ ສະໝັກເຂົ້າເປັນສະມາຊິກໂອເປກ ໃນປີ 1961.

ທ່ານ ອັນຄາອາບີ ກ່າວວ່າ ເຫດຜົນຫຼັກໃນການຕັດສິນໃຈລາອອກຈາກການເປັນສະມາຊິກຂອງໂອເປກ ຍ້ອນວ່າ ກາຕາ ຕ້ອງການເພີ່ມກຳລັງການຜະລິດກ໊າດທຳມະຊາດ; ເຊິ່ງປັດຈຸບັນ, ກາຕາ ເປັນປະເທດຜູ້ຜະລິດ ແລະ ສົ່ງອອກກ໊າດທຳມະຊາດແຫຼວ (LNG) ລາຍໃຫຍ່ທີ່ສຸດໃນໂລກ ດ້ວຍອັດຕາສ່ວນຕະຫຼາດ 30%. ນອກຈາກນີ້, ລັດຖະບານກາຕາ ຍັງຮ່ວມບໍລິຫານແຫຼ່ງກ໊າດທຳມະຊາດ ນອດຟິນ ຮ່ວມກັບອີຣ່ານ ແລະ ຖືເປັນ ແຫຼ່ງກ໊າດທຳມະຊາດຂະໜາດໃຫຍ່ທີ່ສຸດຂອງໂລກໃນປັດຈຸບັນ, ເຊິ່ງ ກາຕາ ພົບແຫຼ່ງກ໊າດທຳມະຊາດດັ່ງກ່າວໃນປີ 1971.

ອີກເຫດຜົນໜຶ່ງທີ່ສຳຄັນ, ລາຄານ້ຳມັນດິບໃນຕະຫຼາດໂລກ ເຄີຍເພີ່ມຂຶ້ນສູງເຖິງ 86 ໂດລາສະຫະລັດຕໍ່ບາເຣວ ຖືເປັນສະຖິຕິສູງສຸດໃນຮອບ 4 ປີ ໃນເດືອນຕຸລາ ທີ່ຜ່ານມາ, ກ່ອນທີ່ປັດຈຸບັນຈະຫຼຸດລົງເຫຼືອລະດັບປະມານ 60 ໂດລາສະຫະລັດຕໍ່ບາເຣວ.