ທ່ານ ປອ ນາງ ວຽງທອງ ສີພັນດອນ ຕ້ອນຮັບການຢ້ຽມຂໍ່ານັບຂອງ ສະຖາບັນກວດສອບສູງສຸດສາກົນ

ໃນວັນທີ 4 ທັນວາ 2018, ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ກາມາ ເທັນຊິນ ຜູ້ຈັດການອົງການລິເລີ່ມເພື່ອພັດທະນາຂອງ ສະຫະພັນສະຖາບັນກວດສອບສູງສຸດສາກົນ ພ້ອມຄະນະ ໃນໂອກາດທີ່ມາຈັດຝຶກອົບຮົມໃນຫົວຂໍ້: ” ການກວດສອບການເງິນພາຍໃຕ້ການຮ່ວມມືຂອງ ອົງການລິເລີ່ມເພື່ອພັດທະນາຂອງ ສະຫະພັນສະ ຖາບັນກວດສອບສູງສຸດສາກົນ ” ຢູ່ ສປປ ລາວ ໃນລະຫວ່າງວັນທີ 3-7 ທັນວານີ້.

ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ທ່ານ ກາມາ ເທັນຊິນ ໄດ້ລາຍງານວ່າ:

ການຈັດຝຶກອົບຮົມໃນຫົວຂໍ້ດັ່ງກ່າວ ແມ່ນປະກອບມີນັກສະຖາບັນກວດສອບສູງສຸດອາຊຽນຊາຍ 8 ປະເທດເຂົ້າຮ່ວມ; ໃນນັ້ນມີນັກກວດສອບຂອງ ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມ ຈໍານວນ 8 ທ່ານ ແລະ ມີບັນດາຄູຝຶກເຂົ້າມາຈາກປະເທດຟິລິບປິນ 2 ທ່ານ, ມາເລເຊຍ 1 ທ່ານ, ອິນໂດເນເຊຍ 1 ທ່ານ ແລະ ຈາກອົງການລິເລີ່ມເພື່ອພັດທະນາຂອງ ສະຫະພັນສະຖາບັນກວດສອບສູງສຸດສາກົນ 1 ທ່ານ.

ທ່ານ ກາມາ ເທັນຊິນ

 ການຝຶກອົບຮົມຄັ້ງນີ້ ແມ່ນໜຶ່ງໃນກິດຈະກໍາຂອງໂຄງການຮ່ວມມືຂອງ ອົງການລິເລີ່ມເພື່ອພັດທະນາຂອງ ສະຫະພັນສະຖາບັນກວດສອບສູງສຸດສາກົນ ທີ່ໄດ້ເຫັນດີເປັນເອກະພາບກັນໃນກອງປະຊຸມ ທີ່ໄດ້ຈັດຂຶ້ນທີ່ເມືອງມາລະກາ ປະເທດມາເລເຊຍ ໃນລະຫວ່າງວັນ ທີ 26-27 ກໍລະກົດ 2018 ເຊິ່ງເປັນໂຄງການສ້າງຄວາມເຂັ້ມແຂງໃຫ້ກັບວຽກງານກວດສອບພາກ-ລັດ ຂອງປະເທດສະມາຊິກອາຊຽນຊາຍ ໃນການຈັດຕັັ້ງປະຕິບັດກວດສອບດ້ານການເງິນ ບົນພື້ນຖານການນໍາໃຊ້ມາດຕະຖານສາກົນ ( ISSAI on Financial Audit ).

ອົງການກວດສອບແຫ່ງລັດ ແຫ່ງ ສປປ ລາວ – ອົງການລິເລີ່ມເພື່ອພັດທະນາຂອງ ສະຫະພັນສະຖາບັນກວດສອບສູງສຸດສາກົນ

ກິດຈະກໍາການຝຶກອົບຮົມຄັ້ງນີ້ ຖືວ່າເປັນຂີດໝາຍອັນສໍາຄັນທີ່ສ່ອງແສງໃຫ້ເຫັນເຖິງເຈດຈໍານົງ, ຄວາມພະຍາຍາມ, ຄວາມສາມັກຄີ, ຄວາມຕັດສິນໃຈຮ່ວມມືຂອງບັນດາສະຖາບັນກວດສອບສູງສຸດອາຊຽນຊາຍ ໃນການຈັດຕັ້ງປະຕິບັດມາດຕະການກວດສອບສາກົນ.