ກະຊວງແຜນການ ແລະ ການລົງທຶນ ຈັດກອງປະຊຸມໂຕະມົນ

ກອງປະຊຸມໂຕະມົນ ປະຈໍາປີ 2018 ກະຊວງແຜນການ ແລະ ການລົງທຶນ ໄດ້ໄຂຂຶ້ນໃນວັນທີ 4-5 ທັນວາ 2018, ເປັນປະທານໂດຍ ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີຜູ້ປະສານງານອົງການສະຫະປະຊາຊາດ, ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ, ຄູ່ຮ່ວມພັດທະນາ, ພະນັກງານແຜນການ ແລະ ການລົງທຶນຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ທ່ານ ປອ ກິແກ້ວ ຈັນທະບູຣີ ກ່າວໄຂກອງປະຊຸມຄັ້ງນີ້ວ່າ:

ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: ” ການສະຫຼຸບກາງສະໄໝການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ແລະ ວຽກງານການຮ່ວມມື ເພື່ອການພັດທະນາທີ່ມີປະສິດທິຜົນ ”. 

ທ່ານ ປອ ກິແກ້ວ ຈັນທະບູຣີ

ພ້ອມນັ້ນ, ກອງປະຊຸມຈະໄດ້ຮັບຟັງການລາຍງານຜົນຂອງ ການທົບທວນກາງສະໄໝຂອງ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ VIII ແລະ ໄດ້ຈັດການປຶກສາຫາລືໃນຮູບແບບກຸ່ມສົນທະນາ ເຊິ່ງຈະໄດ້ສຸມໃສ່ການປຶກສາຫາລື ໃນ 4 ຂົງເຂດຕົ້ນຕໍ ຄື: ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ( ການເຕີບໂຕຕໍ່ເນື່ອງ, ໝັ້ນທ່ຽງ ແລະ ສົມດຸນດ້ານເສດຖະກິດ ), ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ( ການພັດທະນາຊັບພະຍາກອນມະນຸດ ແລະ ສັງຄົມ ), ແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ VIII ( ການພັດທະນາດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກຽມພ້ອມຮັບມືກັບໄພພິບັດທໍາມະຊາດ ແລະ ການປ່ຽນແປງດິນຟ້າອາກາດ ), ແຜນພັດທະນາວຽກງານຈຸດສຸມປິ່ນອ້ອມ ທີ່ຕິດພັນກັບຫຼາຍຂະແໜງການຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ( ການປົກຄອງລັດດ້ວຍກົດໝາຍ ແລະ ການປະຕິບັດກົດໝາຍ ).

ທ່ານ ປອ ກິແກ້ວ ຈັນທະບູຣີ ເປັນຜູ້ກ່າວໄຂກອງປະຊຸມຄັ້ງນີ້

ຫຼັງຈາກນັ້ນ, ພາຍຫຼັງສໍາເລັດກອງປະຊຸມ ຄະນະຜູ້ແທນກອງປະຊຸມ ໄດ້ເດີນທາງໄປຢ້ຽມຢາມ ໂຄງການສວນກະເສດອິນຊີ ບ້ານທ່າຊ້າງ ເມືອງປາກງື່ມ ແລະ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຢູ່ເມືອງນາຊາຍທອງ.