ສ້າງແຮງບັນດານໃຈໃຫ້ ແມ່ຍິງໜຸ່ມນ້ອຍ ມີຄວາມກ້າຫານສ້າງເປົ້າໝາຍໃນອາຊີບ

0
1095
ໃຫ້ການບັນຍາຍໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ, ທ່ານ ນາງ ສີຣິພອນ ພັນທະວົງ, ທ່ານ ນາງ ສຸດາພອນ ວິຊຸນນະຣາດ ແລະ ທ່ານ ນາງ ສຸພະຈັນ ຂັນສີລາ

ໃນອາທິດແລ້ວນີ້, ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາເອີຣົບ, ສະພາການຄ້າອົດສະຕຣາລີ ປະຈໍາ ລາວ ໄດ້ຈັດກອງປະຊຸມສໍາມະນາໃນຫົວຂໍ້ ” ການເປັນຜູ້ນໍາ ແລະ ການພັດທະນາອາຊີບຂອງ ແມ່ຍິງ ” ເພື່ອເປັນການສ້າງແຮງບັນດານໃຈໃຫ້ ແມ່ຍິງທີ່ຍັງໜຸ່ມນ້ອຍ ມີຄວາມກ້າຫານສ້າງເປົ້າໝາຍໃນອາຊີບໃຫ້ປະສົບຜົນສໍາເລັດ, ເຂົ້າຮ່ວມໂດຍ ທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ມີເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ລາວ, ແຂກຮັບເຊີນ ແລະ ນັກສຶກສາເພດຍິງທີ່ໃກ້ຈະສຳເລັດການສຶກສາ ແລະ ສຳເລັດແລ້ວ ເຂົ້າຮ່ວມຮັບຟັງ.

ເຂົ້າຮ່ວມໂດຍ ທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານສູນກາງສະຫະພັນແມ່ຍິງລາວ

ການສໍາມະນາໃນຫົວຂໍ້ດັ່ງກ່າວ ເປັນການສະເໜີແຮງບັນດານໃຈ ເພື່ອເນັ້ນເຖິງແມ່ຍິງລາວ ເປັນພິເສດທີ່ມີຄວາມມຸ່ງໝັ້ນກັບອາຊີບ ເຊິ່ງຈະໄດ້ຮັບຟັງການນໍາສະເໜີຈາກທ່ານຍິງຈໍານວນ 4 ທ່ານ ທີ່ມີບົດບາດ ແລະ ປະສົບຜົນສໍາເລັດຢ່າງສູງ ຈະໄດ້ນໍາສະເໜີເລື່ອງລາວ, ຄວາມເປັນມາແຫ່ງຜົນສໍາເລັດຂອງເຂົາເຈົ້າມາແບ່ງປັນໃຫ້ຜູ້ທີ່ມີຄວາມມຸ່ງໝັ້ນໄດ້ຮັບຟັງ; ໂດຍສະເພາະແມ່ນວິທີທີ່ເຂົາເຈົ້າສາມາດປະສົບຜົນສໍາເລັດຕໍ່ເປົ້າໝາຍກ່ຽວກັບອາຊີບຂອງເພິ່ນໄດ້ແນວໃດ, ສິ່ງທີ່ທ້າທາຍຂອງເພິ່ນແມ່ນຫຍັງ ແລະ ເພິ່ນມີວິທີການບໍລິຫານໃນການເອົາຊະນະສິ່ງທ້າທາຍເຫຼົ່ານັ້ນດ້ວຍວິທີໃດ ແລະ ຈະໄດ້ຮັບຟັງການແນະນໍາໃຫ້ຜູ້ຟັງກ່ຽວກັບແຫຼ່ງຂໍ້ມູນທີ່ສໍາຄັນ ແລະ ສິ່ງຈູງໃຈໃນການປະສົບຜົນສໍາເລັດ.

ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາເອີຣົບ, ສະພາການຄ້າອົດສະຕຣາລີ ປະຈໍາ ລາວ

ທ່ານຍິງຈໍານວນ 4 ທ່ານ ທີ່ປະສົບຜົນສໍາເລັດໃນການດຳເນີນອາຊີບ ທີ່ໃຫ້ການບັນຍາຍມີ ຄື: ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ທ່ານ ນາງ ສີຣິພອນ ພັນທະວົງ ອໍານວຍການບໍລິສັດວິຊາການໄຟຟ້າໂຍທາ ແລະ ກົນຈັກລາວ ຈໍາກັດຜູ້ດຽວ, ທ່ານ ນາງ ສຸດາພອນ ວິຊຸນນະຣາດ ນັກບິນຍິງຜູ້ທໍາອິດຂອງລັດວິສາຫະກິດການບິນລາວ ແລະ ທ່ານ ນາງ ສຸພະຈັນ ຂັນສີລາ ຫົວໜ້າຝ່າຍພົວພັນທະນາຄານສາກົນ ANZ ລາວ.

ສ້າງແຮງບັນດານໃຈໃຫ້ ແມ່ຍິງໜຸ່ມນ້ອຍ