ເສດຖະກິດ ສ.ເກົາຫຼີ ໄຕມາດທຳອິດຂອງປີນີ້ ຕົກຕໍ່າລົງເກີນຄວາມຄາດໝາຍ ແລະ ຮ້າຍແຮງທີ່ສຸດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ເມສາ ວ່າ: ເສດຖະກິດ ສ.ເກົາຫຼີ ໄຕມາດທຳອິດຂອງປີນີ້ ຕົກຕໍ່າລົງເກີນຄວາມຄາດໝາຍ ແລະ ຮ້າຍແຮງທີ່ສຸດ ນັບຕັ້ງແຕ່ວິກິດການເງິນໂລກ ເນື່ອງຈາກພາກທຸລະກິດຫຼຸດການລົງທຶນ ຂະນະທີ່ການສົ່ງອອກຫຼຸດລົງ ເພາະຂໍ້ພິພາດທາງການຄ້າ ຈີນ-ສະຫະລັດອາເມລິກາ ແລະ ຄວາມຕ້ອງການໃນຕະຫຼາດຈີນ ຊະລໍຕົວ.

ຜະລິດຕະພັນລວມພາຍໃນປະເທດ (GDP) ຂອງ ສ.ເກົາຫຼີ ໄຕມາດທຳອິດທີ່ຜ່ານມາ ຫຼຸດລົງ 0,3% ຈາກໄຕມາດກ່ອນ ທີ່ຂະຫຍາຍຕົວພຽງ 1% ຖືວ່າຕົກຕໍ່າຫຼາຍທີ່ສຸດ ນັບຈາກໄຕມາດ 4 ປີ 2008 ທີ່ຕົກຕໍ່າເຖິງ 3,3% ເພາະເປັນປີທີ່ເກີດວິກິດການເງິນໂລກ ແລະ ຜິດຈາກທີ່ນັກເສດຖະສາດ ຄາດຄະເນເອົາໄວ້ວ່າ ຈະເພີ່ມຂຶ້ນ 0,3%.

ດ້ານ ທະນາຄານກາງ ສ.ເກົາຫຼີ ຖະແຫຼງການວ່າ:

ທຸລະກິດຊິບຄວາມຈຳ ທີ່ຕົກຕໍ່າເກີນຄວາມຄາດໝາຍ ກະທົບຕໍ່ການລົງທຶນຊັບສິນ ປະເພດທຶນ ໃນໄຕມາດທຳອິດຂອງປີນີ້ ໂດຍຫຼຸດລົງເຖິງ 10,8% ຫຼາຍທີ່ສຸດນັບຕັ້ງແຕ່ປີ 1998, ຂະນະທີ່ ການລົງທຶນດ້ານການກໍ່ສ້າງ ຫຼຸດລົງ 0,1%, ສ່ວນການສົ່ງອອກ ຫຼຸດລົງ 2,6% ທຽບກັບໄຕມາດກ່ອນ ທີ່ລົງຫຼຸດ 1,5%, ເຊິ່ງສາເຫດກໍເພາະ ການສົ່ງອອກໄປຍັງຄູ່ຄ້າໃຫຍ່ທີ່ສຸດຢ່າງ ຈີນ ໃນເດືອນມີນາ ຜ່ານມາ ຫຼຸດລົງເປັນເດືອນທີ່ 5 ຕິດຕໍ່ກັນ.

ຕົວເລກຫຼ້າສຸດນີ້ ເຮັດໃຫ້ຕະຫຼາດຄາດຄະເນວ່າ:

ທະນາຄານກາງ ສ.ເກົາຫຼີ ຈະປ່ຽນນະໂຍບາຍໃນໄວໆນີ້ ດ້ວຍການປ່ຽນໄປໃຊ້ນະໂຍບາຍຜ່ອນຜັນ ແລະ ອາດຫຼຸດດອກເບ້ຍເພື່ອຮັບມືກັບ ຄວາມເຊື່ອໝັ້ນພາກທຸລະກິດທີ່ຫຼຸດລົງ ແລະ ຄວາມສ່ຽງພາຍນອກປະເທດທີ່ເພີ່ມຂຶ້ນ.

ທ່ານ ຮົງ ນຳກີ ລັດຖະມົນຕີ ກະຊວງການເງິນ ກ່າວໃນກອງປະຊຸມນະໂຍບາຍ ທີ່ຈັດຂຶ້ນຢ່າງສຸກເສີນເພື່ອຫາລືເລື່ອງ ເສດຖະກິດຊະລໍຕົວ ວ່າ:

ຂໍ້ພິພາດທາງການຄ້າໃນລະດັບໂລກ ແລະ ຄວາມບໍ່ແນ່ນອນຈາກເລື່ອງ ອັງກິດ ຈະອອກຈາກ ສະຫະພາບເອີຣົບ (ເບຣັກຊິດ) ເຮັດໃຫ້ທຸລະກິດ ສ.ເກົາຫຼີ ເລື່ອນການຕັດສິນໃຈເລື່ອງການລົງທຶນໃນໂຄງການໃຫຍ່ໆ, ພາວະເສດຖະກິດຂະນະນີ້ ຖືວ່າຍາກລຳບາກ ແຕ່ໄຕມາດ 2 ຈະຕ້ອງດີຂຶ້ນກວ່າໄຕມາດທຳອິດ ແລະ ໄລຍະເຄິ່ງຫຼັງຂອງປີນີ້ ຈະດີກວ່າໄລຍະເຄິ່ງທຳອິດຂອງປີ.