ພະແນກ ຖວທ ທາບທາມບຸກຄະລະກອນ

ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຜົ້ງສາລີ ຈັດກອງປະຊຸມທາບທາມບຸກຄະລາກອນບັນຈຸເຂົ້າໃນຫົວໜ້າ ແລະ ຮອງຫົວຫນ້າຂະແໜງຕ່າງໆຂອງພະແນກ ໃນວັນທີ 23 ເມສາຜ່ານມາ, ໂດຍການເປັນປະທານຂອງ ທ່ານ ແພງ ລີລາວົງ ຮອງເຈົ້າແຂວງໆຜົ້ງສາລີ,  ມີຫົວໜ້າຄະນະປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ມີບັນດາຄະນະປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ບຸນຈັນ ເຈີເອີ ຫົວໜ້າພະແນກ ຖວທ ແຂວງ ໄດ້ຜ່ານຂໍ້ຕົກລົງ ເລກທີ 682/ຖວທ, ລົງວັນທີ 19 ມິຖຸນາ 2018 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກ ແລະ ຜ່ານຂໍ້ກຳນົດມາດຖານ ເງື່ອນໄຂຂອງພະນັກງານນຳພາ-ຄຸ້ມຄອງ ສະບັບເລກທີ 461/ລບ, ລົງວັນ ທີ 9 ຕຸລາ 2012; ເຊິ່ງຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນຄົ້ນຄວ້າໃຊ້ສິດຂອງຕົນເອງໃນການທາບທາມບຸກຄະລາກອນ ພະນັກງານ-ລັດຖະກອນບັນຈຸເຂົ້າໃນຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງຕາມມາດຖານເງື່ອນໄຂ ແລະ ລົງຄະແນນສຽງດ້ວຍການປ່ອນບັດ ເພື່ອຄັດເລືອກເອົາບຸກຄົນທີ່ຫ້າວຫັນ, ມີຜົນງານ ໃນຂະບວນການເຮັດວຽກງານ ແລະ ມີຄວາມຮູ້-ຄວາມສາມາດ, ປະກອບສ່ວນນໍາພາ-ຄຸ້ມຄອງ ແລະ ພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງກ້າວຂຶ້ນເປັນເລື້ອຍໆ.

ປັດຈຸບັນ, ພະແນກ ຖວທ ແຂວງຜົ້ງສາລີ ມີ 7 ຂະແໜງ, 2 ສູນ ແລະ 1 ສະຖານີ ຄື: ຂະແໜງຖະແຫຼງຂ່າວ, ຂະແໜງວັດທະນະທຳ, ທ່ອງທ່ຽວ, ບໍລິຫານ, ຈັດຕັ້ງ-ພະນັກງານ, ກວດກາ, ສະຖິຕິ-ແຜນການ ແລະ ການຮ່ວມມື, ສູນວັດທະນະທຳເດັກ, ສູນຝຶກອົບຮົມສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ສະຖານີວິທິຍຸ-ໂທລະພາບ ແຂວງ ແລະ ລວມມີພັກນັກງານ-ລັດຖະກອນທັງໝົດ 59 ຄົນ ຍິງ 25 ຄົນ.