ຈຳນວນຜູ້ຕິດເຊື້ອພະຍາຫັດ ໃນສະຫະລັດອາເມລິກາ ເພີ່ມຂຶ້ນອີກຫຼາຍຄົນ

ສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງ ສະຫະລັດອາເມລິກາ (CDC) ຖະແຫຼງການຢືນຢັນ ໃນວັນທີ 25 ເມສາ ທີ່ຜ່ານມາ ວ່າ:

ການກັບມາລະບາດຄັ້ງໃໝ່ຂອງພະຍາດຫັດ ພົບຫຼາຍໃນລັດວໍຊິງຕັນ ແລະ ລັດນິວຢອກ ທີ່ມີມາຕັ້ງແຕ່ທ້າຍປີຜ່ານມາ ເຊິ່ງຍັງຄົງລະບາດຢ່າງຕໍ່ເນື່ອງ ແລະ ເພີ່ມຂຶ້ນສູງສຸດ ໃນຮອບ 25 ປີ ໂດຍມີລາຍງານຜູ້ຕິດເຊື້ອຈຳນວນ 700 ຄົນ ໃນ 22 ລັດ ໃນປີນີ້ ນັບຈົນເຖິງວັນທີ 24 ເມສາ ທີ່ຜ່ານມາ ຈາກຕົວເລກເກົ່າທີ່ 626 ຄົນ, ເຫດການນີ້ ຖືວ່າເປັນສະຖານະການພະຍາດຫັດ ລະບາດຄັ້ງຮຸນແຮງທີ່ສຸດ ນັບຕັ້ງແຕ່ປີ 1994 ທີ່ມີລາຍງານຜູ້ຕິດເຊື້ອ 963 ຄົນ.

ຜູ້ຊ່ຽວຊານ ກ່າວວ່າ:

ການທີ່ຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍ ສ່ວນໜຶ່ງເປັນເພາະຄວາມເຊື່ອທາງສາສະໜາ ແລະ ການເຜີຍແຜ່ຂໍ້ມູນຂ່າວສານບໍ່ຖືກຕ້ອງ ເຮັດໃຫ້ປະຊາຊົນບໍ່ມາຮັບການສີດວັກຊີນ.

CDC ແນະນຳໃຫ້ປະຊາຊົນ ແລະ ຄອບຄົວ ພາລູກຫຼານທີ່ມີອາຍຸຕັ້ງແຕ່ 1 ປີຂຶ້ນໄປ ມາເຂົ້າຮັບການສີດວັກຊີນປ້ອງກັນພະຍາດຫັດ ຍົກເວັ້ນຜູ້ເຄີຍປ່ອຍເປັນພະຍາດຫັດ ຕັ້ງແຕ່ໜ້ອຍ ເຊິ່ງຈະມີພູມຄຸ້ມກັນແລ້ວ.