ກຸ່ມທ້ອນເງິນສະຫະພັນແມ່ຍິງທົ່ວນະຄອນຫຼວງວຽງຈັນມີທຶນໝູນວຽນ 307 ຕື້ກວ່າລ້ານກີບ

ກຸ່ມທ້ອນເງິນສະຫະພັນແມ່ຍິງທົ່ວນະຄອນຫຼວງວຽງຈັນ ມີທັງໝົດ 402 ກຸ່ມ, ມີສະມາຊິກກຸ່ມທ້ອນເງິນ ທັງໝົດ 142.210 ຄົນ; ໃນນີ້, ມີເງິນທຶນໝູນວຽນທັງໝົດ 307 ຕື້ກວ່າກີບ, ເງິນທ້ອນທັງໝົດ 275 ຕື້ກວ່າກີບ, ເງິນປ່ອຍກູ້ທັງໝົດ 290 ຕື້ກວ່າກີບ, ເງິນດອກເບ້ຍທັງໝົດ 24 ຕື້ກວ່າກີບ, ທຶນສໍາຮອງທັງໝົດ 22 ຕື້ກວ່າກີບ, ທຶນພັດທະນາທັງໝົດ 2 ຕື້ກວ່າກີບ, ທຶນການສຶກສາ-ຮຽນຮູ້ທັງໝົດ 2 ຕື້ກວ່າກີບ, ທຶນສະຫວັດດີການທັງໝົດ 6 ຕື້ກວ່າກີບ, ທຶນບໍລິຫານທັງໝົດ 584 ລ້ານ ກວ່າກີບ, ເງິນໃນທະນາຄານທັງໝົດ 256 ລ້ານກວ່າກີບ; ເຊິ່ງທຶນໝູນວຽນທີ່ມີແມ່ນໄດ້ປ່ອຍກູ້ໃຫ້ສະມາຊິກກຸ່ມໄດ້ນຳໄປພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ໂດຍສະເພາະແມ່ນນຳໄປສ້າງເສດຖະກິດຄອບຄົວ ສະແດງອອກໜຶ່ງປີຜ່ານມາ ມີສະມາຊິກກຸ່ມທ້ອນເງິນ ກາຍເປັນຄອບຄົວຕົວແບບດ້ານຕ່າງໆ 125 ຄອບຄົວ.

ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກຸ່ມທ້ອນເງິນສະຫະພັນແມ່ຍິງທົ່ວ ນວ ປະຈຳປີ 2018 ແລະ ທິດທາງແຜນການປີ 2019 ຄັ້ງວັນທີ 23 ເມສານີ້, ໂດຍການເປັນປະທານ ຂອງທ່ານ ນາງ ຄໍາໄພ ລັດສະໝີ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ນວ, ມີບັນດາຄະນະພັກເມືອງ, ຮອງເຈົ້າເມືອງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ 9 ເມືອງ, ປະທານສະຫະພັນແມ່ຍິງ 9 ເມືອງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ທ່ານ ນາງ ຄຳມອນ ເທບພະນຸລັກ ຫົວໜ້າຂະແໜງພັດທະນາຜ່ານບົດສະຫຼຸບໃຫ້ຮູ້ວ່າ:

ປີ 2018 ຄະນະກໍາມະການກຸ່ມທ້ອນເງິນແຕ່ລະກຸ່ມ ໄດ້ປ່ອຍເງິນກູ້ໃຫ້ສະມາຊິກກຸ່ມທ້ອນເງິນນຳໃຊ້ເຂົ້າໃນການດໍາເນີນກິດຈະກໍາຕ່າງໆ ເຊັ່ນ: ເຮັດກະສິກໍາ, ຫັດຖະກໍາ, ແກ້ໄຂຄອບຄົວ, ສ້າງເສດຖະກິດ ຄອບຄົວ ແລະ ສົ່ງເສີມການສຶກສາໃຫ້ລູກຫຼານດ້ວຍອັດຕາດອກເບ້ຍຕໍ່າ, ຜ່ານການເປັນສະມາຊິກ ກຸ່ມທ້ອນເງິນ ແລະ ອີງໃສ່ຄວາມຕ້ອງການໃນການສ້າງເສດຖະກິດຄອບຄົວຂອງສະມາຊິກກຸ່ມທ້ອນເງິນ ແຕ່ລະຄອບຄົວໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກກຸ່ມທ້ອນເງິນມີການປ່ຽນແປງໄປສູ່ອັນໃໝ່ທີ່ດີກວ່າ, ເຊິ່ງໃນ 1 ປີ ຜ່ານມາສາມາດມີຕົວແບບດ້ານຕ່າງໆທີ່ພົ້ນເດັ່ນທັງໝົດ: 125 ຄອບຄົວຕົວແບບ; ໃນນີ້, ຕົວແບບດ້ານການປູກຝັງ-ລ້ຽງສັດ ມີ 57 ຄອບຄົວ, ດ້ານຫັດຖະກໍາ ມີ 31 ຄອບຄົວ, ການຄ້າຂາຍ ແລະ ບໍລິການ ມີ 12 ຄອບຄົວ, ຕົວແບບອື່ນໆ 2 ຄອບຄົວ; ພ້ອມນີ້ ກໍ່ຍັງມີຕົວແບບໃນການປະຕິບັດກົດລະບຽບຂອງກຸ່ມທ້ອນເງິນໄດ້ດີ ມີ 1.072 ຄົນ.

ສໍາລັບທິດທາງແຜນການໃນຕໍ່ໜ້າ, ກຸ່ມທ້ອນເງິນສະຫະພັນແມ່ຍິງທົ່ວນະຄອນຫຼວງວຽງຈັນ ຈະສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ຄະນະຮັບຜິດຊອບວຽກງານກຸ່ມທ້ອນເງິນຂັ້ນນະຄອນຫຼວງ-ຂັ້ນເມືອງ ແລະ ຂັ້ນບ້ານໃຫ້ເປັນປົກກະຕິ, ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະຮັບຜິດຊອບວຽກງານກຸ່ມທ້ອນເງິນ ແລະ ປະຕິບັດຕາມລະບຽບກຸ່ມທ້ອນເງິນ ສະເພາະຂອງກຸ່ມບ້ານນັ້ນ ທັງນີ້ກໍເພື່ອຮັບປະກັນການເຄື່ອນໄຫວ ຂອງກຸ່ມທ້ອນເງິນໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ ແລະ ເພື່ອເຮັດໃຫ້ສະມາຊິກກຸ່ມທ້ອນເງິນ ໄດ້ຮັບຜົນປະໂຫຍດຢ່າງເປັນທໍາ, ເຮັດໃຫ້ກຸ່ມທ້ອນເງິນສະຫະພັນແມ່ຍິງມີຄວາມເຂັ້ມແຂງ ແລະ ໝັ້ນຄົງ.