ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ກ່າວໃນວັນທີ 12 ມິຖຸນານີ້ວ່າ: ສະຫະປະຊາຊາດ ພ້ອມທີ່ຈະຮັບບົດບາດເປັນອົງກອນກາງທີ່ເຂົ້າດ້ານນິວເຄຣຍ ຫາກໄດ້ຮັບການຮ້ອງຂໍ ພາຍຫຼັງກອງປະຊຸມສຸດຍອດຄັ້ງປະຫວັດສາດ ລະຫວ່າງ ປະທານາທິບໍດີ ໂດໂນ ທຣຳ ແລະ ທ່ານ ຄິມ ຈອງ ອຶນ ຜູ້ນຳ ສປປ ເກົາຫຼີ ໃນວັນທີ 12 ມິຖຸນາ ກ່ຽວກັບການປົດອາວຸດນິວເຄຣຍ ໃນແຫຼມເກົາຫຼີ.

ດ້ານ ປະທານາທິບໍດີ ໂດໂນ ທຣຳ ກ່າວວ່າ: ກອງປະຊຸມສຸດຍອດໃນຄັ້ງນີ້ຈະເປັນໄປຢ່າງລາບລື່ນ ສ່ວນທ່ານ ໄມ ປອມເປໂອ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ ກ່າວວ່າ ສະຫະລັດ ອາເມລິກາ ພ້ອມໃຫ້ຫຼັກປະກັນດ້ານຄວາມໝັ້ນຄົງແກ່ ສປປ ເກົາຫຼີ ເພື່ອແລກປ່ຽນກັບການທີ່ ສປປ ເກົາຫຼີ ຍົກເລີກໂຄງການນິວເຄຣຍ.

“ເຮົາພ້ອມໃຫ້ຫຼັກປະກັນດ້ານຄວາມໝັ້ນຄົງ ເຊິ່ງແຕກຕ່າງ ແລະ ມີລັກສະນະສະເພາະຕົວຫຼາຍກວ່າທີ່ ສະຫະລັດ ອາເມລິກາ ເຄີຍສະເໜີໃຫ້ແກ່ ສປປ ເກົາຫຼີ ກ່ອນໜ້ານີ້, ເຊິ່ງຕົນຄິດວ່ານີ້ເປັນສິ່ງທີ່ຈຳເປັນ ແລະ ເໝາະສົມ” ທ່ານ ປອມເປໂອ ກ່າວ ແລະ ຢ້ຳວ່າສິ່ງທີ່ ສະຫະລັດ ອາເມລິກາ ຕ້ອງການຈາກ ສປປ ເກົາຫຼີ ກໍຄື ການປົດອາວຸດນິວເຄຣຍທີ່ສົມບູນ, ກວດສອບໄດ້ ແລະ ບໍ່ສາມາດຢ້ອນກັບໄດ້ ແລະ ການຄວ່ຳບາດ ສປປ ເກົາຫຼີ ຈະຍັງຄົງດຳເນີນຕໍ່ໄປ ຈົນກວ່າຈະມີການຍົກເລີກໂຄງການນິວເຄຣຍ.