ລະຫວ່າງວັນທີ 8-9 ມິຖຸນາ 2018, ບັນດາສະມາຊິກແມ່ຍິງກົມກອງອ້ອມຂ້າງກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກິດຈະກຳເດີນທາງໄປທັດສະນາສຶກສາແຫຼ່ງທ່ອງທ່ຽວຢູ່ເມືອງວັງວຽງ ແຂວງວຽງຈັນ ນຳພາໂດຍ ພັທ ນາງ ຈັນເດືອນ ເທພະວົງ ປະທານສະຫະພັນແມ່ຍິງກົມໃຫຍ່ການເມືອງ ປກສ, ເຊິ່ງຕະຫຼອດໄລຍະຂອງການທັດສະນະສຶກສາ-ທ່ອງທ່ຽວສະຖານທີ່ສຳຄັນຕ່າງໆຂອງເມືອງ ແມ່ນດຳເນີນໄປດ້ວຍບັນຍາກາດມ່ວນຊື່ນ ແລະ ມີຄວາມຮັກແພງສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນເປັນຢ່າງດີ.

ພັທ ນາງ ຈັນເດືອນ ເທພະວົງ ໃຫ້ສຳພາດວ່າ: ກິດຈະກຳຄັ້ງນີ້ຈັດຂຶ້ນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ ( 20 ກໍລະກົດ 1955-2018 ) ແລະ ເປັນການສົ່ງເສີມປີທ່ອງທ່ຽວລາວ 2018 ທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງສະມາຊິກແມ່ຍິງອ້ອມຂ້າງກົມໃຫຍ່ການເມືອງ ໃຫ້ມີຄວາມແໜ້ນແຟ້ນຂຶ້ນຕື່ມ ພ້ອມທັງໄດ້ເຮັດໃຫ້ເອື້ອຍນ້ອງແມ່ຍິງໄດ້ພັກຜ່ອນຈິດໃຈ ແລະ ຮ່າງກາຍ ຫຼັງຈາກສຸມໃສ່ປະຕິບັດໜ້າທີ່ດ້ວຍຄວາມຫ້າວຫັນມາໂດຍຕະຫຼອດ, ເຊິ່ງບັນດາສະມາຊິກແມ່ຍິງໄດ້ໄປທ່ຽວຊົມທິວທັດທຳມະຊາດ ແລະ ສະຖານທີ່ສຳຄັນຕ່າງຂອງເມືອງວັງວຽງ ເຊັ່ນ: ຖໍ້າຈັງ, ສວນດອກໄມ້ໄວຫວານ, ລ່ອງເຮືອ, ສວນວັງວຽງອິນເຕີປາກ ແລະ ຖໍ້າປູຄຳ; ສະເພາະສວນວັງວຽງອິນເຕີປາກ ເປັນສະຖານທີ່ທ່ອງທ່ຽວພວມກຳລັງມີການຕົກແຕ່ງໃຫ້ມີຮູບປັ້ນໂຕໄດໂນເສົາ, ສວນດອກໄມ້ນາໆຊະນິດ, ສະນ້ຳໄຫຼ ແລະ ມີຮ້ານອາຫານ-ເຄື່ອງດື່ມໄວ້ພ້ອມບໍລິການໃຫ້ນັກທ່ອງທ່ຽວ. “ ຂ້າພະເຈົ້າຖືໂອກາດທີ່ມີຄວາມໝາຍສຳຄັນນີ້ ຂໍອວຍພອນໄຊໃຫ້ການນຳທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ ພະລານາໄມສົມບູນ ສືບຕໍ່ຊີ້ນຳ-ນຳພາອົງການຈັດຕັ້ງແມ່ຍິງກົມໃຫຍ່ການເມືອງ ປກສ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ” ປະທານສະຫະພັນແມ່ຍິງກົມໃຫຍ່ການເມືອງ ປກສ ກ່າວ.

ຮອ ນາງ ກາລະເກດ ໄຊຍະວົງ ໃຫ້ສຳພາດວ່າ: ຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເປັນໜຶ່ງໃນຈຳນວນສະມາຊິກແມ່ຍິງກົມໃຫຍ່ການເມືອງ ເຂົ້າຮ່ວມກິດຈະກໍາຄັ້ງນີ້ ເຊິ່ງເຮັດໃຫ້ຕົນເອງໄດ້ຮຽນຮູ້ຫຼາຍຢ່າງ ໂດຍສະເພາະແມ່ນໄດ້ສ້າງຄວາມສາມັກຄີຮັກແພງໃນຖັນແຖວສະມາຊິກແມ່ຍິງທົ່ວກົມໃຫຍ່ການເມືອງ ປກສ, ພ້ອມທັງໄດ້ທ່ອງທ່ຽວດ້ວຍຄວາມເບີກບານມ່ວນຊື່ນ.