ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດພິທີເຜີຍແຜ່ເອກະສານສະພາບຊາຍແດນ ລາວ-ກຳປູເຈຍ ຂຶ້ນໃນວັນທີ 7 ມິຖຸນາ 2018, ເຜີຍແຜ່ໂດຍ ພັທ ວັນ ຟອງວິຈິດ ຮັກສາການຫົວໜ້າກອງພັນປ້ອງກັນເຄື່ອນທີ່, ມີຮອງຫົວໜ້າກອງພັນ, ຄະນະກອງຮ້ອຍ, ຫົວໜ້າກອງຮ້ອຍ-ຮອງກອງຮ້ອຍ ແລະ ນາຍຕຳຫຼວດເຂົ້າຮ່ວມ.

ພັທ ວັນ ຟອງວິຈິດ ກ່າວວ່າ: ການເຜີຍແຜ່ເອກະສານສະພາບຊາຍແດນ ລາວ-ກໍາປູເຈຍ ຄັ້ງນີ້ ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງນຳພາ-ຄຸ້ມຄອງຂອງກໍາລັງ ປກສ ກອງບັນຊາການ ປກສ ແຂວງຄໍາມ່ວນ ເວົ້າສະເພາະກໍແມ່ນພະນັກງານ-ນັກຮົບອ້ອມຂ້າງກອງພັນປ້ອງກັນເຄື່ອນທີ່ ໄດ້ຮັບຮູ້ຄວາມເປັນມາທາງດ້ານປະຫວັດສາດ ລະຫວ່າງ ລາວ-ກຳປູເຈຍ ນັບແຕ່ໄລຍະປົດປ່ອຍຊາດ ເພື່ອເປັນຄວາມເອກະລາດຈົນເຖິງປັດຈຸບັນ ເຊິ່ງໃນປີ 1995 ລັດຖະບານສອງປະເທດ ໄດ້ຕົກລົງກັນເຫັນດີໃຫ້ມີການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນ ໂດຍອີງໃສ່ 4 ຫຼັກການພື້ນຖານ ຄື: 1. ພື້ນຖານຮັບຮູ້ເຂດແດນຕິດຈອດກັນ, ເຂດແດນທີ່ມີມາແຕ່ຕອນຕົກເປັນຫົວເມືອງຂຶ້ນ ໂດຍອີງຕາມແຜນທີ່ 1/100,000 ແລະ ແຜນທີ່ອື່ນໆທີ່ກ່ຽວຂ້ອງທີ່ໄດ້ຈັດພິມອອກແຕ່ປີ 1933-1953 ໂດຍພະແນກແຜນທີ່ອິນດູຈີນ; 2. ບົນພື້ນຖານຫຼັກການຕ່າງໆທີ່ສາກົນຮັບຮູ້ກ່ຽວກັບການຂີດເສັ້ນຊາຍແດນ; 3. ບົນພື້ນຖານທີ່ຄຳນຶງເຖິງປະຊາຊົນຄຸ້ມຄອງຕົວຈິງທີ່ສືບທອດກັນມາຫຼາຍເຊັ່ນຄົນ ແລະ 4. ບົນພື້ນຖານຄວາມສະເໝີພາບ, ທ່ຽງທຳສົມເຫດສົມຜົນ, ຜ່ອນສັ້ນຜ່ອນຍາວໃຫ້ກັນ, ເຄົາລົບສິດຜົນປະໂຫຍດຕໍ່ກັນ ແລະ ເປັນເອກະພາບຢ່າງສົມບູນ.

ປັດຈຸບັນ, ສະພາບການສຳຫຼວດບໍລິເວນຫຼັກຊາຍແດນ ແລະ ບັນຫາທີ່ເກີດຂຶ້ນທີ່ພົວພັນເຖິງຊາຍແດນແມ່ນມີຄວາມຫຍຸ້ງຍາກ ແລະ ໄດ້ສົ່ງຜົນສະທ້ອນໃນການຕົກລົງການປັກຫຼັກເຂດຊາຍແດນທີ່ສອງຫຼັກໝາຍ ເພື່ອເຮັດໃຫ້ມີຄວາມຈະແຈ້ງ ແລະ ຊັດເຈນຂຶ້ນກວ່າເກົ່າ. ລັດຖະບານທັງສອງຝ່າຍເຫັນດີ ບູລະນະລະບົບຫຼັກຊາຍແດນໃນປີ 2008 ແລະ ສຳເລັດໃນປີ 2016 ລວມມີຫຼັກໝາຍທັງໝົດ 1,002 ຫຼັກໝາຍ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ ໂດຍເລີ່ມມາແຕ່ໃນເດືອນກຸມພາ ປີ 2017 ເຊິ່ງຝ່າຍລາວໄດ້ກວດເຫັນການກໍ່ສ້າງເສັ້ນທາງຂອງຝ່າຍກຳປູເຈຍຢູ່ບໍລິເວນດັ່ງກ່າວ, ຝ່າຍລາວໄດ້ສົ່ງໜັງສືທັກທ້ວງ ແລະ ໄດ້ພົບປະຫາລືກັນແຕ່ລະດັບທ້ອງຖິ່ນຫາສູນກາງ ແລະ ຜ່ານກົນໄກການຮ່ວມມືຕ່າງໆ ເພື່ອສະເໜີໃຫ້ຝ່າຍກຳປູເຈຍຢຸດຕິການກໍ່ສ້າງເສັ້ນທາງດັ່ງກ່າວ ແລະ ຖອນກຳລັງອອກຈາກບໍລິເວນນັ້ນ ເພື່ອຮັກສາສະພາບເດີມໄວ້ຈົນກວ່າຈະສຳເລັດການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນການແກ້ໄຂບັນຫາເຂດຊາຍແດນ ຖືວ່າເປັນຄວາມລະອຽດອ່ອນ, ຫຼ່ໍແຫຼມ, ທ້າທ້າຍ ທັງເປັນການທົດສອບຕໍ່ຄວາມທໍລະຫົດອົດທົນໃນການຮັກສາຜົນປະໂຫຍດຂອງຊາດ ເພື່ອຊອກຫາວິທີການແກ້ໄຂຕາມແນວທາງນະໂຍບາຍຂອງພັກ, ເພື່ອຫຼີກລ່ຽງການປະທະກັນດ້ວຍອາວຸດ, ບໍ່ໃຊ້ຄວາມຮຸນແຮງແຂງກະດ້າງ, ບໍ່ໃຊ້ກຳລັງປະກອບອາວຸດ ເພາະມັນຈະເຮັດໃຫ້ເກີດຄວາມສູນເສຍທີ່ໃຫຍ່ຫຼວງ ບໍ່ວ່າຈະເປັນຊີວິດຂອງຄົນ, ຊັບສິນ, ງົບປະມານ, ບົດບາດຕໍ່ສາກົນ ແລະ ພາກພື້ນ ໂດຍຄົ້ນຄວ້າຊອກຫາວິທີທາງເພື່ອດຳເນີນການແກ້ໄຂຮ່ວມກັນ ຕາມຫຼັກການທີ່ສອງຝ່າຍໄດ້ເຫັນດີຕົກລົງກັນຈົນກວ່າເຂດຄົງຄ້າງ ຈະໄດ້ຮັບການສຳຫຼວດ ແລະ ປັກຫຼັກໝາຍຢ່າງຖາວອນ.