ຫ້ອງການຈຸດສຸມປ່າໜາມ ເມືອງມະຫາໄຊ ແຂວງຄຳມ່ວນ ໄດ້ຈັດພິທີປະກາດ-ຮັບຮອງເອົາ 15 ບ້ານ ເປັນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຄື: ບ້ານປ່າໜາມ, ບ້ານນາກະທ້າງທົ່ງ, ບ້ານນາກະທ້າງດົງ, ບ້ານນາໝາກບ້າ, ບ້ານນາສະຖຸງ, ບ້ານນາຈະລຸ້ມ, ບ້ານດອນພູຄຳ, ບ້ານນ້ຳມະລາ, ບ້ານກາວະ, ບ້ານຜາແຄນ, ບ້ານຜາກີ່ວ, ບ້ານນາຈານ, ບ້ານໂພນສະໝືມ, ບ້ານກວນຫຼວງ ແລະ ບ້ານນາແຄ ໂດຍການເຂົ້າຮ່ວມຂອງ ທ່ານ ບົວພັນ ແສງຈັນ ເຈົ້າເມືອງໆມະຫາໄຊ, ມີຫົວໜ້າ ປກສ ແຂວງ, ປກສ ເມືອງ, ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ນາຍບ້ານ 15 ບ້ານ, ປກສ ກຸ່ມບ້ານ, ກໍາລັງ ປກສ ບ້ານ ພະນັກງານວິຊາການ, ແຂກຮັບເຊີນ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ພັທ ໄຊຍະລາດ ສາຄອນວິວັດ ຮອງຫົວໜ້າກອງບັນຊາການ ປກສ ເມືອງມະຫາໄຊ ກ່າວວ່າ: ຜ່ານການປະເມີນຜົນທຽບໃສ່ມາດຖານເງື່ອນໄຂໃນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ພາຍໃນ 15 ບ້ານ ໂດຍສະເພາະມາດຖານເງື່ອນໄຂການສ້າງຄອບຄົວປ້ອງກັນຄວາມສະຫງົບດີ ແມ່ນສາມາດບັນລຸໄດ້ 95% ໂດຍທຽບໃສ່ຈຳນວນຄອບຄົວຂອງບ້ານ, ສ່ວນບ້ານປ້ອງກັນຄວາມສະຫງົບດີແມ່ນບັນລຸໄດ້ 100% ໂດຍທຽບໃສ່ຈຳນວນຄອບຄົວທີ່ໄດ້ຮັບການຮັບຮອງຂອງແຕ່ລະບ້ານ ຕາມຂໍ້ຕົກລົງເລກທີ 818/ປກສ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຫັນວ່າ ຈຳນວນ 15 ບ້ານດັ່ງກ່າວ ແມ່ນສາມາດຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຂັ້ນຕ່າງໆໄດ້ສຳເລັດ ພ້ອມທັງປະຕິບັດຕາມມາດຖານເງື່ອນໄຂຂອງການສ້າງບ້ານ ແລະ ຄອບຄົວປ້ອງກັນຄວາມສະຫງົບດີທີ່ວາງອອກໄດ້ເປັນຢ່າງດີ ແລະ ການຮັບຮອງເອົາ 15 ບ້ານເປັນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີຄັ້ງນີ້ ແມ່ນໄດ້ອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄໍາມ່ວນ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງໆມະຫາໄຊ ວ່າດ້ວຍການຮັບຮອງເອົາຄອບຄົວປ້ອງກັນຄວາມສະຫງົບດີ ເຊິ່ງມີທັງໝົດຈຳນວນ 1,447 ຄອບຄົວ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄຳມ່ວນ ວ່າດ້ວຍການມອບໃບຢັ້ງຢືນໃຫ້ບ້ານປ້ອງກັນຄວາມສະຫງົບດີ ຈຳນວນ 15 ບ້ານ, ເປັນກຽດມອບໃບຢັ້ງຢືນໃຫ້ຄອບຄົວປ້ອງກັນຄວາມສະຫງົບດີ ແລະ ໂດຍ ທ່ານ ບົວພັນ ແສງຈັນ ແລະ ໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ ໂດຍ ພັອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນຊາການ ປກສ ແຂວງ.

ໃນພິທີທ່ານເຈົ້າເມືອງໆມະຫາໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງທັງ 15 ບ້ານ ທີ່ສາມາດຍາດຜົນງານມາໄດ້ໃນໄລຍະຜ່ານມາ. ນອກນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ປະຊາຊົນພາຍໃນ 15 ບ້ານ ຕ້ອງເພີ່ມທະວີຄວາມສາມັກຄີໃຫ້ໜັກແໜ້ນ, ເປັນແບບຢ່າງໃນການພັດທະນາບ້ານ, ເອົາໃຈໃສ່ສຶກສາອົບຮົມພໍ່ແມ່ປະຊາຊົນໃຫ້ເຊື່ອມຊຶມເຂົ້າໃຈແຈ້ງ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ບັນດານິຕິກຳຕ່າງໆໃຫ້ເລິກເຊິ່ງແລ້ວນຳເອົາແນວທາງດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍຢູ່ບັນດາຂອບເຂດຕົນເອງຮັບຜິດຊອບໃຫ້ທົ່ວເຖິງ ແລະ ກວ້າງຂວາງ ພ້ອມກັນຍົກສູງ ແລະ ເພີ່ມທະວີເອົາໃຈໃສ່ຕໍ່ວຽກງານ ປກຊ-ປກສ ໃນທົ່ວບ້ານ ເພື່ອຮັບປະກັນຄວາມສະຫງົບມີຄວາມເປັນລະບຽບຮຽບຮ້ອຍດີ, ມີຄວາມສະຫງົບປອດໄພ 100%.