ສໍານັກຂ່າວຢອນຮັບຂອງ ສ ເກົາຫຼີ ລາຍງານໂດຍອ້າງຄໍາຖະແຫຼງຮ່ວມຂອງ ຄະນະຜູ້ແທນ 2 ເກົາຫຼີ ຫຼັງຈາກການຫາລື ໃນວັນທີ 13 ສິງຫາທີ່ຜ່ານມາວ່າ: ສປປ ເກົາຫຼີ ແລະ ສ ເກົາຫຼີ ເຫັນດີໃຫ້ມີການຈັດກອງປະຊຸມສຸດຍອດລະຫວ່າງ ທ່ານ ຄິມຈອງອຶນ ຜູ້ນໍາສູງສຸດ ສປປ ເກົາຫຼີ ກັບ ປະທານາທິບໍດີ ມຸນແຈອິນ ຂອງ ສ ເກົາຫຼີ ທີ່ນະຄອນຫຼວງປຽງຢາງ ຂອງ ສປປ ເກົາຫຼີ ໃນເດືອນກັນຍານີ້ ຕາມແຜນເດີມ ແຕ່ຍັງບໍ່ໄດ້ລະບຸວັນເວລາທີ່ແນ່ນອນ.

ກອງປະຊຸມຄັ້ງນີ້ ຈະເຮັດໃຫ້ ທ່ານ ມຸນແຈອິນ ກາຍເປັນຜູ້ນໍາ ສ ເກົາຫຼີ ຄົນທໍາອິດທີ່ເດີນທາງໄປຢ້ຽມຢາມ ສປປ ເກົາຫຼີ ໃນຮອບກວ່າ 10 ປີ. ລະຫວ່າງພົບກັນຄັ້ງທໍາອິດໃນເຂດບ້ານປັນມຸນຈອມ ໃນເດືອນເມສາທີ່ຜ່ານມາ ຜູ້ນໍາທັງສອງທ່ານເຫັນພ້ອມກັນວ່າ: ທ່ານ ມູນແຈອິນ ຈະເປັນຝ່າຍເດີນທາງໄປຢ້ຽມຢາມນະຄອນຫຼວງປຽງຢາງ ໃນລະດູໃບໄມ້ຫຼົ່ນ. ທັ້ງນີ້, ການເຈລະຈາລະດັບສູງໃນວັນທີ 13 ສິງຫາທີ່ຜ່ານມາ ມີຂຶ້ນຕາມຄໍາຮຽງຮ້ອງຂອງລັດຖະບານ ສປປ ເກົາຫຼີ.

“ຂະນະທີ່, ເຮົາກໍາລັງໂອ້ລົມກັນກ່ຽວກັບ ແຜນປະຊຸມສຸດຍອດລະຫວ່າງ ຜູ້ນໍາ ສປປ ເກົາຫຼີ ກັບ ສ ເກົາຫຼີ ທີ່ນະຄອນຫຼວງປຽງຢາງ ເຮົາເຊື່ອວ່າສິ່ງນີ້ຈະຕອບສະໜອງຄວາມຕ້ອງການຂອງປະຊາຊົນທັງສອງຝ່າຍ” ທ່ານ ລີຊອນວອນ ຫົວໜ້າຄະນະຜູ້ແທນ ສປປ ເກົາຫຼີ ລະບຸໃນຄໍາຖະແຫຼງຂອງກອງປະຊຸມ ໃນວັນທີ 13 ສິງຫາທີ່ຜ່ານມາ ແລະ ທ່ານໄດ້ກ່າວຕື່ມວ່າ: “ເຮົາໄດ້ເປີດປະຕູສູ່ຍຸກໃໝ່ທີ່ເຮົາທັງສອງຝ່າຍ ຈະຈັບມືກັນກ້າວໄປຂ້າງໜ້າ ແທນທີ່ຈະຂວາງທາງກັນ”.

ເຖິງວ່າຈະຫັນມາປອງດອງກັນຫຼາຍຂຶ້ນ ແຕ່ມາດຕາການຂວໍ່າບາດທີ່ນາໆປະເທດມີຕໍ່ ສປປ ເກົາຫຼີ ຍັງຄົງເປັນອຸປະສັກຂັດຂວາງຄວາມຮ່ວມມືທາງດ້ານເສດຖະກິດລະຫວ່າງທັງສອງປະເທດ ແລະ ຂະບວນການປົດອາວຸດນິວເຄຣຍ ສປປ ເກົາຫຼີ ກໍຍັງບໍ່ຄືບໜ້າເທົ່າທີ່ຄວນ.