ຂ່າວຕ່າງປະເທດລາຍງານໃນວັນທີ 14 ສິງຫານີ້ ວ່າ: ລັດຖະບານອິນໂດເນເຊຍ ຮຽກຮ້ອງໃຫ້ຜູ້ສົ່ງອອກໂອນກໍາໄລ ເຊິ່ງຢູ່ໃນຮູບໂດລາກັບມາຍັງປະເທດອິນໂດເນເຊຍ ແລະ ແປງເປັນສະກຸນເງິນຣູເປຍ ເພື່ອດັນຄ່າເງິນທີ່ກໍາລັງຫຼຸດຖອຍລົງ, ໂດຍ ຣູເປຍ ຫຼຸດຕໍ່າລົງເຖິງ 14.600 ຣູເປຍ ທຽບກັບໜຶ່ງໂດລາ ໃນວັນທີ 13 ສິງຫາທີ່ຜ່ານມາ ເຊິ່ງເປັນລະດັບຕໍ່າສຸດໃນຮອບ 3 ປີ ໂດຍໄດ້ຮັບຜົນກະທົບຈາກວິກິດຄ່າເງິນລີຣາ ຂອງ ຕັວກກີ.

ທ່ານ ນາງ ສຣີ ມັນຍານີ ລັດຖະມົນຕີວ່າການກະຊວງການເງິນອິນໂດເນເຊຍ ກ່າວວ່າ: ທ່ານໄດ້ໂອ້ລົມກັບຜູ້ສົ່ງອອກແລ້ວ ໂດຍຮຽກຮ້ອງໃຫ້ຜູ້ສົ່ງອອກໂອນກຳໄລເປັນ ສະກຸນໂດລາ ກັບມາຍັງປະເທດ ໂດຍໃຫ້ຝາກໄວ້ກັບທະນາຄານໃນປະເທດ ແລະ ເກັບໄວ້ໃນໄລຍະຍາວໃນອິນໂອເນເຊຍ. ທ່ານລັດຖະມົນຕີການເງິນຂອງອິນໂດເນເຊຍ ຫວັງວ່າ: ການໂອນກຳໄລເປັນເງິນໂດລາ ກັບມາປະເທດ ຈະຊ່ວຍເພີ່ມປະລິມານເງິນໂດລາໃນຕະຫຼາດ ແລະ ຈະຊ່ວຍສະກັດການອ່ອນຄ່າຂອງ ຣູເປຍ.

ທັງນີ້, ຣູເປຍ ອ່ອນຄ່າລົງໃນຊ່ວງຫຼາຍເດືອນທີ່ຜ່ານມາ ຈາກການທີ່ທະນາຄານກາງຂອງ ສະຫະລັດອາເມລິກາ (ເຟດ) ໄດ້ປັບຂຶ້ນອັດຕາດອກເບ້ຍ 2 ຄັ້ງ ໃນເດືອນມີນາ ແລະ ມີຖຸນາ, ຂະນະທີ່ຍັງມີທ່າອ່ຽງຈະປັບຂຶ້ນອີກ 2 ຄັ້ງໃນເດືອນກັນຍາ ແລະ ທັນວາ; ພ້ອມນັ້ນ, ຣູເປຍ ຍັງຫຼຸດລົງຮ້າຍແຮງຂຶ້ນ ຈາກວິກິດຄ່າເງິນໃນຕັັວກກີ ສົ່ງຜົນໃຫ້ ຣູເປຍ ຫຼຸດລົງເຖິງ 14.600 ຣູເປຍ ທຽບກັບໜຶ່ງໂດລາໃນປັດຈຸບັນ ຈາກລະດັບເດີມ 14.437 ຣູເປຍ ໃນວັນທີ 11 ສິງຫາທີ່ຜ່ານມາ.

ນອກຈາກນີ້, ວິກິດການເງິນໃນຕັວກກີ ຍັງໄດ້ສ້າງຄວາມສ່ຽງທີ່ຈະແຜ່ລາມໄປເຖິງຕະຫຼາດເກີດໃໝ່ ສົ່ງຜົນໃຫ້ສະກຸນເງິນແຣນ ຂອງອາຟຣິກກາໃຕ້, ຣູປີ ຂອງອິນເດຍ ແລະ ຣູເປຍ ຂອງອິນໂດຍເນເຊຍ ຕ່າງອ່ອນຄ່າລົງຢ່າງຫຼາຍ; ຂະນະທີ່ຕະຫຼາດຫຸ້ນ ກໍຫຼຸດຕົວລົງເຊັ່ນກັນ ຈາກຄວາມກັງວົນກ່ຽວກັບຜົນກະທົບຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ທ່າອ່ຽງອຸປະສົງນໍ້າມັນ.

ທະນາຄານກາງເອີຣົບ (ECB) ໄດ້ສະແດງຄວາມກັງວົນກ່ຽວກັບ ຜົນກະທົບຕໍ່ການຫຼຸດລົງຂອງຄ່າເງິນລີຣາ ຕໍ່ທະນາຄານບີບີວີເອ ຂອງແອັດສະປາຍ, ທະນາຄານຢູນິເຄຣດິດ ຂອງອີຕາລີ ແລະ ທະນາຄານບີເອັນພີ ພາຣິບາ ຂອງຝຣັ່ງ ເຊິ່ງການຫຼຸດລົງຂອງຄ່າເງິນລີຣາ ຈະສົ່ງຜົນກະທົບຕໍ່ທະນາຄານເອີຣົບ ທີ່ໄດ້ເຂົ້າໄປເຮັດທຸລະກິດໃນຕັວກກີ; ໂດຍອີຊີບີ ວິຕົກວ່າ: ການຫຼຸດລົງຂອງຄ່າເງິນ ຈະເຮັດໃຫ້ພາກທຸລະກິດຂອງຕັວກກີ ຜິດນັດຊໍາລະໜີ້ສະກຸນເງິນຕາຕ່າງປະເທດ ເນື່ອງຈາກຈະເຮັດໃຫ້ລູກໜີ້ໃນຕັວກກີ ຕ້ອງຊໍາລະໜີ້ໃນມູນຄ່າຂອງລີຣາທີ່ສູງຂຶ້ນ ໂດຍໜີ້ສະກຸນເງິນຕ່າງປະເທດຄິດເປັນອັດຕາສ່ວນສູງເຖິງ 40% ຂອງຊັບສິນໃນພາກທະນາຄານຂອງຕັວກກີ.