ທ່ານ ມຸນ ແຈອຶນ ແລະ ທ່ານ ຄິມ ຈອງອຶນ

ເຈົ້າໜ້າທີ່ລະດັບຂອງ ສ ເກົາຫຼີ ເປີດເຜີຍໃນວັນທີ 6 ກັນຍາ ທີ່ຜ່ານມາ ວ່າ: ສປປ ເກົາຫຼີ ແລະ ສ ເກົາຫຼີ ຕົກລົງທີ່ຈະເປີດກອງປະຊຸມສຸດຍອດ ລະຫວ່າງຜູ້ນຳ ໃນນະຄອນຫຼວງປຽງຢາງ ຂອງ ສປປ ເກົາຫຼີ ລະຫວ່າງວັນທີ 18-20 ກັນຍານີ້ ແລະ ຈະຫາລືມາດຕະການທີ່ສາມາດນຳມາໃຊ້ໄດ້ຈິງ ໃນການປົດອາວຸດນິວເຄຣຍອອກຈາກແຫຼມເກົາຫຼີ.

ທ່ານ ຊອງ ອຶຍຢົງ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງ ສ ເກົາຫຼີ ເປີດເຜີຍຫຼັງຈາກພົບກັບ ທ່ານ ຄິມ ຈອງອຶນ ຜູ້ນຳ ສປປ ເກົາຫຼີ ທີ່ນະຄອນຫຼວງປຽງຢາງ ວ່າ: ຜູ້ນຳ ສປປ ເກົາຫຼີ ຢໍ້າເຖິງຄວາມມຸ່ງໝັ້ນຕັ້ງໃຈທີ່ຈະເຮັດໃຫ້ ແຫຼມເກົາຫຼີ ປອດຈາກນິວເຄຣຍຢ່າງສົມບູນ; ພ້ອມກັນນີ້, ຍັງໄດ້ສະແດງເຖິງຄວາມເຕັມໃຈທີ່ຈະຮັດແໜ້ນການຮ່ວມມືກັບ ສ ເກົາຫຼີ ແລະ ສະຫະລັດ ອາເມລິກາ ນຳອີກ.

ທັ້ງນີ້, ປະທານາທິບໍດີ ມຸນ ແຈອຶນ ໄດ້ສົ່ງ ທ່ານ ຊອງ ອຶຍຢົງ ພ້ອມຄະນະຖູດ ເດີນທາງໄປຍັງນະຄອນຫຼວງປຽງຢາງ ໃນວັນທີ 5 ກັນຍາ ທີ່ຜ່ານມາ ເພື່ອກຳນົດຂອບເຂດເວລາ ແລະ ວາລະສຳລັບກອງປະຊຸມສຸດຍອດ ຄັ້ງທີ 3 ໃນປີນີ້ ແລະ ເປີດທາງໃນການເຈລະຈາລະຫວ່າງ ສະຫະລັດ ອາເມລິກາ ແລະ ສປປ ເກົາຫຼີ ເພື່ອຢຸດໂຄງການນິວເຄຣຍຂອງ ສປປ ເກົາຫຼີ.