ໃນອາທິດຜ່ານມາ, ຄະນະກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ລົງກວດກາຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ຢູ່ 2 ເມືອງ ຄື: ເມືອງທ່າປາງທອງ ແລະ ເມືອງສອງຄອນ,  ນຳພາ ໂດຍ ພັທ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ມີຄະນະກອງບັນຊາການ ປກສ ເມືອງ, ຄະນະພະແນກ, ປກສ ກຸ່ມບ້ານ ແລະ ພະນັກງານທີ່ລົງກໍ່ສ້າງຮາກຖານການ ເມືອງ 2 ເມືອງ ເຂົ້າຮ່ວມ.

ພັທ ລຳຄູນ ວໍລະວົງ (ຄົນກາງ)

ພັທ ລຳຄູນ ວໍລະວົງ ພ້ອມຄະນະ ໄດ້ຮັບຟັງລາຍງານການເຄື່ອນໄຫວຂອງວຽກງານກໍ່ສ້າງຮາກຖານການເມືອງ ຢູ່ 2 ເມືອງ ໃນໄລຍະ 3 ເດືອນຜ່ານມາ, ເຊິ່ງໄດ້ສະຫຼຸບຕີລາຄາປະເມີນຜົນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານດີ-ດ້ານອ່ອນ ແລະ ຜົນງານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານກໍ່ສ້າງຮາກຖານການເມືອງໃນ 5 ວຽກຕົ້ນຕໍ ເປັນຕົ້ນແມ່ນວຽກງານໂຄສະນາແນວທາງການເມືອງ, ວຽກງານກວດກາເກັບກຳສຳມະໂນຄົວ, ວຽກງານປັບປຸງການຈັດຕັ້ງ ປກສ ບ້ານ, ວຽກງານແກ້ໄຂປະກົດການຫຍໍ້ທໍ້ ແລະ ວຽກງານສາສະໜາ; ພ້ອມນີ້, ໄດ້ເອົາໃຈໃສ່ວຽກງານການເມືອງ-ແນວຄິດ ຕິດພັນກັບການສຶກສາອົບຮົມຕາມແນວທາງການເມືອງຂອງພັກ-ລັດ ເພື່ອປະຕິບັດຕາມແຜນການຍຸດທະສາດຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ສ້າງສະຕິເຄົາລົບລະບຽບກົດໝາຍຂອງລັດເຮັດໃຫ້ພະນັກງານ-ນັກຮົບມີຄວາມໜັກແໜ້ນທາງດ້ານການເມືອງ, ຍົກສູງສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ.

ໃນໂອກາດດັ່ງກ່າວ, ຍັງໄດ້ນໍາເອົາເອກະສານຕ້ານການຄ້າມະນຸດ, ເອກະສານຕ້ານອາຊະຍະກຳ, ດຳລັດ 188/ ນຍ ແລະ ເອກະສານອື່ນໆ ມາເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນໄດ້ຮັບຮູ້ເຊື່ອມຊຶມ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ມີຄວາມສາມັກຄີ-ປອງດອງກັບປະຊາຊົນຢ່າງໜັກແໜ້ນ; ທັງໄດ້ເອົາໃຈໃສ່ກວດກາເກັບກຳຄຸ້ມຄອງອາຊີບ-ພາຫະນະພິເສດ, ເອົາໃຈໃສ່ຄຸ້ມຄອງຄົນຕ່າງປະເທດທີ່ເຂົ້າມາເຄື່ອນໄຫວສ້າງຄອບຄົວກັບພົນລະເມືອງລາວທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ສຸມໃສ່ບັນດາວຽກງານທີ່ຍັງຄົງຄ້າງ, ໂດຍສະເພາະປະຕິບັດຕາມແຜນການຂອງກອງບັນຊາການ ປກສ ເມືອງ ວາງອອກຕາມ 4 ວຽກໃຫຍ່ ຄື: ວຽກງານຮັກສາຄວາມສະຫງົບທາງດ້ານການເມືອງ, ວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ວຽກງານ ປະສານຮ່ວມກັບອຳນາດການປົກຄອງ, ພະແນກທີ່ກ່ຽວຂ້ອງແລະອື່ນໆໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.

ພັທ ລຳຄູນ ວໍລະວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມທັງຮຽກຮ້ອງໃຫ້ຄະນະກອງກໍ່ສ້າງຮາກຖານການເມືອງ ທັງ 2 ເມືອງ ຈົ່ງສືບຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານກໍ່ສ້າງຮາກຖານ ຕິດພັນກັບການເຄື່ອນໄຫວວຽກງານອອກກວດລາດຕະເວນ, ເກັບກຳຄຸ້ມຄອງການເໜັງຕີງຂອງປະຊາຊົນ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເພື່ອເຮັດໃຫ້ບ້ານ, ກຸ່ມບ້ານ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ໃນໂອກາດດຽວກັນ, ພັທ ລຳຄູນ ວໍລະວົງ ກໍໄດ້ລົງຊຸກຍູ້ຊີ້ນຳວຽກງານວິຊາສະເພາະໃຫ້ພະນັກງານຢູ່ດ່ານເຊບັ້ງຫຽງ ເມືອງສອງຄອນ ແຂວງສະຫວັນນະເຂດ ເພື່ອເຮັດໃຫ້ພະນັກງານມີຄວາມຫ້າວຫັນ ແລະ ໜັກແໜ້ນ, ມີຄວາມສາມັກຄີ ແລະ ປະຕິບັດໜ້າທີ່ ໃຫ້ຖືກຕ້ອງຕາມພາລະບົດບາດຂອງວິຊາສະເພາະໃຫ້ດີຂຶ້ນເທື່ອລະກ້າວ.