ວັນທີ 4 ກັນຍາ 2018, ກອງບັນຊາການ ປກສ ເມືອງເຊບັ້ງໄຟ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າກອງບັນຊາການ ປກສ ເມືອງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່; ເຂົ້າຮ່ວມໂດຍ ທ່ານ ບຸນສີ ພົມມະໄຊ ເຈົ້າເມືອງໆເຊບັ້ງໄຟ ແລະ ພັທ ຄຳພອນ ສີກຸມພົນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຄະນະປະຈຳພັກເມືອງ, ຮອງກອງບັນຊາການ ປກສ ເມືອງ, ພະນັກງານຫຼັກແຫຼ່ງ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ສຸກທະວີ ອິນທະລັງສີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງ ປກສ ສະບັບເລກທີ 1272/ປກສ, ລົງວັນທີ 20 ກໍລະກົດ 2018 ວ່າດ້ວຍການໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ເຊິ່ງໄດ້ແຕ່ງຕັ້ງ ພັທ ບຸນກອງ ສີສຸຂະລາດ ເປັນຫົວໜ້າກອງບັນຊາການ ປກສ ເມືອງເຊບັ້ງໄຟ (ຄົນໃໝ່), ສ່ວນ ພັທ ພູໂຂງ ຂຸນໂນລາດ ຫົວໜ້າກອງບັນຊາການ (ຄົນເກົ່າ) ໄປຮັບໜ້າທີ່ເປັນຮອງຫ້ອງຕຳຫຼວດກອງບັນຊາການ ປກສ ແຂວງຄຳມ່ວນ ເພື່ອເປັນການປັບປຸງກົງຈັກການຈັດຕັ້ງຂອງກອງບັນຊາການ ປກສ ແຂວງຄຳມ່ວນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ໃນຕ້ານທ້າຍ, ທ່ານ ບຸນສີ ພົມມະໄຊ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ຖືກໂຍກຍ້າຍ-ແຕ່ງຕັ້ງໃນຄັ້ງນີ້, ທັງຍົກໃຫ້ເຫັນວ່າ: ການປະກາດການຈັດຕັ້ງໃນຄັ້ງນີ້ ເປັນຄວາມຮຽກຮ້ອງຕ້ອງການທາງດ້ານວຽກງານວິຊາສະເພາະ ແລະ ຫວັງຢ່າງຍິ່ງວ່າບັນດາສະຫາຍທີ່ຖືກໂຍກຍ້າຍ-ແຕ່ງຕັ້ງ ຈະສຸມສະຕິປັນຍາເຂົ້າໃນການຊີ້ນຳ-ນຳພາໃນໄລຍະໃໝ່ຢ່າງມີພາວະວິໄສ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.