ໃນອາທິດຜ່ານມາ, ກອງບັນຊາການ ປກສ ເມືອງຫຼາ ແຂວງອຸດົມໄຊ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຄັ້ງທີ X ປະຈຳປີ 2017 ໃຫ້ໜ່ວຍພັກພະແນກ ຕຳຫຼວດ, ໜ່ວຍພັກ-ພະນັກງານ ແລະ ໜ່ວຍພັກພະແນກພະລາທິການ, ສຳມະໂນຄົວ ທີ່ຂຶ້ນກັບກອງບັນຊາການ ປກສ ເມືອງຫຼາ; ເປັນປະທານໂດຍ ພັທ ສອນວິໄລ ຕຸລາທອງ ຄະນະປະຈຳພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າ ປກສ ເມືອງຫຼາ, ມີບັນດາຄະນະພັກ, ຮອງກອງບັນຊາການ, ພະແນກ, ຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ.

ທ່ານ ສີແພງ ປັນຍາເລີດ ຫົວໜ້າຄະນະຈັດຕັ້ງເມືອງຫຼາ ໄດ້ຂຶ້ນຜ່ານມະຕິຕົກລົງ ເລກທີ 858/ ຄປພຂ, ລົງວັນທີ 30 ກໍລະກົດ ວ່າດ້ວຍການມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາ ຮອບດ້ານໃຫ້ແກ່ 3 ໜ່ວຍພັກ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວຈັດຕັ້ງປະຕິບັດທຸກມະຕິ-ຄຳສັ່ງຂອງພັກຢ່າງເຂັ້ມງວດ, ສະມາຊິກພັກມີຄວາມຫ້າວຫັນໃນການປະກອບສວນເຂົ້າໃນວຽກງານຂອງຊາດ-ຂອງພັກ ໂດຍຕິດພັນກັບ 5 ຫຼັກການ 3 ທິດຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ແລະ ໄດ້ນຳພາສະມາຊິກພັກ, ປັບປຸງພັກ, ປົກປ້ອງພັກ, ເສີມຂະຫຍາຍພັກໃຫ້ມີຄວາມກ້າວໜ້າ ແລະ ເຂັ້ມແຂງ.

ພັທ ສອນວິໄລ ຕຸລາທອງ ໄດ້ຍ້ອງຍໍຊົມເຊີຍດ້ານດີຜົນງານທີ່ 3 ໜ່ວຍ ພັກ ກໍຄືຄະນະພັກ, ສະມາຊິກພັກ ແລະ ພະນັກງານທີ່ຍາດມາໄດ້; ເຊິ່ງສະແດງເຖິງດ້ານດີຜົນງານ ແລະ ຍັງ ຮຽກຮ້ອງໃຫ້ສະມາຊິກພັກ ຈົ່ງພ້ອມກັນຮັກສາມູນເຊື້ອອັນດີເດັ່ນຂອງໜ່ວຍພັກ, ພ້ອມກັນເຊີດຊູນໍ້າໃຈຮັກຊາດຂອງພັກປະຊາຊົນ ປະຕິວັດລາວ, ປັບປຸງພັກ, ປົກປ້ອງພັກເສີມ ຂະຫຍາຍພັກໃຫ້ມີລັກສະນະກ້າວໜ້າ ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆ.