ປກສ ແຂວງອຸດົມໄຊ ປ່ອຍສັດປ່າຄືນສູ່ທຳມະຊາດ

ໃນທີ່ນີ້ຄື ໂຕລິ່ນ ຈຳນວນ 9 ໂຕ

0
1921
ພະນັງານຫ້ອງສັນຕິບານ ປກສ ແຂວງອຸດົມໄຊ

ພະແນກວິຊາສະເພາະ ຫ້ອງສັນຕິບານ ປກສ ແຂວງອຸດົມໄຊ ໄດ້ປ່ອຍສັດປ່າຫວງຫ້າມທີ່ກວດກາພົບເຫັນ ແລະ ກັກໄດ້ຈາກພວກລັກລອບຊື້-ຂາຍສັດປ່າປະເພດໂຕລິ່ນ ຈຳນວນ 9 ໂຕ ປ່ອຍຄືນສູ່ປ່າທຳມະຊາດ ທີ່ປ່າສະຫງວນນ້ຳກັດ ໃນວັນທີ 28 ສິງຫາ 2018 ເຂົ້າຮ່ວມໂດຍ ພັອ ນິລະວົງ ເຈືອງຕະວະລາດ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ແລະ ພັທ ດວງຈັນ ໄຊວຸດ ຫົວໜ້າຫ້ອງສັນຕິບານ ປກສ ແຂວງ ພ້ອມດ້ວຍພະນັກງານວິຊາສະເພາະທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສັດປ່າປະເພດຫວງຫ້າມ

ເຈົ້າໜ້າທີ່ວິຊາສະເພາະ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 24 ສິງຫາ 2018 ນີ້; ພະແນກວິຊາສະເພາະຫ້ອງສັນຕິບານ ປກສ ແຂວງອຸດົມໄຊ ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ມີກຸ່ມຄົນຈຳນວນ ໜຶ່ງໄດ້ມີການຊື້-ຂາຍ ແລະ ເຄື່ອນຍ້າຍສັດປ່າປະເພດຫວງຫ້າມຈາກເສັ້ນທາງ ເມືອງແບງ-ເມືອງໄຊ ແຂວງອຸດົມໄຊ. ຈາກນັ້ນ, ຄະນະພັກ-ຄະນະຫ້ອງສັນຕິບານ ກໍໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາຢູ່ຈຸດຫຼັກກິໂລແມັດ ທີ 9 ແລະ ຫຼັກ 14 ເມືອງແບງ-ເມືອງໄຊ, ມາຮອດເວລາ 20:00 ໂມງ ຂອງວັນດຽວກັນ ຈຶ່ງພົບເຫັນພວກລັກລອບຊື້-ຂາຍສັດປ່າຫວງຫ້າມ ເຊິ່ງເຈົ້າໜ້າທີ່ວິຊາສະເພາະ ກໍໄດ້ກັກຕົວຜູ້ຊື້-ຂາຍສັດປະເພດຫວງຫ້າມ (ໂຕລິ່ນ) ຈໍານວນ 9 ໂຕ, ນໍ້າໜັກ 48 ກິໂລກຼາມ ຈຶ່ງໄດ້ກັກຕົວພ້ອມທັງນໍາຕົວພວກກ່ຽວໄປສືບສວນ-ສອບສວນ ທັງສາມຄົນຊື່ ທ້າວ ໂດ ວັກບິກ ອາຍຸ 35 ປີ ເຊື້ອຊາດ-ສັນຊາດຫວຽດນາມ, ພັກເຊົາຢູ່ບ້ານພັກແຫ່ງໜຶ່ງ ໃນເທດສະບານແຂວງອຸດົມໄຊ ສ່ວນຜູ້ທີ 2 ຊື່ ທ້າວ ແດງ ອິນວຸດທິ ອາຍຸ 32 ປີ ອາຊີບຄ້າ-ຂາຍຢູ່ບ້ານນາຢາງຄຳ ເມືອງເງິນ ແຂວງໄຊຍະບູລີ ແລະ ຜູ້ທີ 3 ຊື່ ທ້າວ ວັນເທີ ຫຼື ຕຸ້ຍ ຢູ່ ບ້ານຫຼັກ 10 ເມືອງໄຊ ແຂວງອຸດົມໄຊ (ທັງສອງຄົນແມ່ນບໍ່ຖືກກັກຕົວ) ພ້ອມທັງໄດ້ຫສຶກສາອົບຮົມກ່າວເຕືອນຕາມ ລະບຽບກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ ສະບັດເລກທີ 07/ສພຊ ລົງວັນທີ 24 ທັນວາ 2007 ແລະ ທິດຊີ້ນໍາຂອງກອງບັນຊາການ ປກສ ອູດົມໄຊ ຄັ້ງວັນທີ 27 ສິງຫາ 2018.