ໃນອາທິດທີ່ຜ່ານມາ, ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ມອບລົດຈັກ ຈຳນວນ 3 ຄັນ ແລະ ເຄື່ອງໃຊ້ໄຟຟ້າ 1 ເຄື່ອງ ຄືນ ເຈົ້າຂອງເດີມ ພາຍຫຼັງທີ່ຈັບຕົວຜູ້ກໍ່ເຫດ ມາດຳເນີນຄະດີ ແລະ ເກັບກູ້ຂອງກາງ ຄືນມາໄດ້ ໃນລະຫວ່າງເດືອນມິຖຸນາ-ຫາສິງຫາ 2018.

ຮອ ວິໄລທອງ ຫຼວງອາໄພ ຮອງພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງໂພນໂຮງ ໃຫ້ຮູ້ວ່າ: ພາຍຫຼັງກັກຕົວຜູ້ຖືກຫາໄດ້ຊື່ ທ້າວ ວິລະສອນ ອາຍຸ 24 ປີ ຢູ່ບ້ານນ້ຳແຈ້ງ ເມືອງໂພນໂຮງ ແຂວງວຽງຈັນ ໃນວັນທີ 11 ສິງ ຫາ 2018 ມາດຳເນີນຄະດີ ໃນຂໍ້ຫາລັກຊັບພົນ ລະເມືອງ, ຈາກການດຳເນີນຄະດີ ສາມາດເກັບກູ້ຂອງກາງເປັນລົດຈັກ 3 ຄັນຄື: ລົດຈັກຮອນດ້າເວບ 100 ສີ ແດງດຳ 1 ຄັນ, ລົດຈັກຮອນດ້າຄິຼກໄອ ສີປອນດຳ 1 ຄັນ, ລົດຈັກເວບຈີນ 1 ຄັນ ແລະ ເຄື່ອງໃຊ້ໄຟຟ້າ 1 ໜ່ວຍ. ດັ່ງນັ້ນ, ຈຶ່ງໄດ້ນຳເອົາຂອງກາງດັ່ງກ່າວມາມອບ ຄືນໃຫ້ເຈົ້າຂອງເດີມ.

ທ່ານ ສຸກັນ ອາຍຸ 50 ປີ ຢູ່ບ້ານໂພນຄ້ອງ ເມືອງໂພນໂຮງ ແຂວງວຽງຈັນ ໜຶ່ງໃນເຈົ້າຂອງລົດຈັກ ໄດ້ສະແດງຄວາມຂອບໃຈມາຍັງເຈົ້າໜ້າທີ່ທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຈົນສາມາດເກັບກູ້ເຄື່ອງຂອງກາງ ກໍຄືລົດຈັກຄືນ ແລະ ສາມາດ ກັກຕົວຜູ້ກໍ່ເຫດມາດຳເນີນຄະດີຕາມກົດໝາຍ.

ໂອກາດດຽວກັນນີ້, ເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ຍັງຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນທຸກຊັ້ນຄົນ ຈົ່ງປົກປັກຮັກສາວັດຖຸສິ່ງຂອງທີ່ມີຄ່າໄວ້ໃຫ້ດີ ເພື່ອບໍ່ໃຫ້ຄົນບໍ່ດີສວຍໂອກາດລັກເອົາ ແລະ ຊ່ວຍກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນຄົນແປກໜ້າມາຂາຍລົດຈັກທີ່ບໍ່ມີເອກະສານ ຫຼື ມີພິລຸດຖືກສົງໄສສ້າງຄວາມບໍ່ສະຫງົບໃຫ້ກັບສັງຄົມ ແມ່ນໃຫ້ແຈ້ງໃຫ້ເຈົ້າໜ້າທີ່ຢ່າງຮີບດ່ວນ ແລະ ຫ້າມຊື້ຊັບຜິດກົດໝາຍນັ້ນຢ່າງເດັດຂາດ.