ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ

ວິທະຍາຄານຕຳຫຼວດປະຊາຊົນ ກະຊວງ ປກສ ໄດ້ເປີດສົກຮຽນໃໝ່ ປີ 2018-2019 ຈຳນວນ 3 ລະບົບ ໂດຍມີຈຸດປະສົງເນັ້ນໃສ່ການກໍ່ສ້າງກຳລັງ ປກສ ທີ່ເຂົ້າມາຄົ້ນຄວ້າຮໍ່າຮຽນໃຫ້ສົມຄູ່ກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນປັດຈຸບັນ ກໍຄືສ້າງໃຫ້ກຳລັງ ປກສ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງບັນຊາ ແລະ ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະສູງຂຶ້ນເລື້ອຍໆ, ປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ເປັນປະທານໂດຍ ພົຕ ປອ ສົມຫວັງ ທຳມະສິດ

ພິທີດັ່ງກ່າວຈັດຂຶ້ນວັນທີ 5 ກັນຍາ 2018 ໂດຍມີ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ, ບັນດາຄະນະບັນຊາກົມກອງອ້ອມຂ້າງກະຊວງ, ຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ບັນດາຜູ້ເຂົ້າຮ່ວມທັງຫຼາຍ

ໃນພິທີ, ພັອ ປອ ວົງເຊໂດນ ພັນທະແກ້ວ ຮອງອຳນວຍການ ວຕປ ໄດ້ຂຶ້ນກ່າວໄຂສົກຮຽນ ໃຫ້ຮູ້ວ່າ: ວຕປ ໄດ້ໄຂສົກຮຽນໃໝ່ ປະຈຳປີ 2018-2019 ຈຳນວນ 3 ລະບົບ ຄື: ລະບົບປະລິນຍາໂທ ຮຸ່ນທີ XI ມີນັກສຶກສາ 34 ສະຫາຍ ໃຊ້ເວລາຮຽນ 2 ປີ, ມີ 63 ໜ່ວຍກິດ, ໄລຍະເວລາ 2 ປີ,  ມີ 4 ໄລຍະ, ສະເພາະໄລຍະທຳອິດ ຈະໄດ້ຮຽນຮູ້ພາສາຕ່າງປະເທດ, ວິທີຄົ້ນຄວ້າວິທະຍາສາດ, ວິທີສິດສອນຂັ້ນມະຫາວິທະຍາໄລ, ກົດໝາຍອາຍາ, ກົດໝາຍ ວ່າດ້ວຍ ການດຳເນີນຄະດີອາຍາ, ກົດໝາຍສາກົນ, ກົດໝາຍການປົກຄອງ ແລະ ຈິດຕະສາດວິຊາສະເພາະ.

ພິທີເປີດສົກຮຽນໃໝ່ ປະຈຳປີ 2018-2019 ຈຳນວນ 3 ລະບົບ

ສຳລັບລະບົບປະລິນຍາຕີຕໍ່ເນື່ອງ ຮຸ່ນທີ XIII ມີນັກສຶກສາ 64 ສະຫາຍ ຍິງ 2 ສະຫາຍ, ໃຊ້ເວລາຮຽນ 2 ປີ, ມີ 1.056 ຊົ່ວໂມງ ເທົ່າກັບ 66 ໜ່ວຍກິດ; ລະບົບປະລິນຍາຕີກໍ່ສ້າງ ຮຸ່ນທີ XXII ມີນັກສຶກສາ 168 ສະຫາຍ ຍິງ 35 ສະຫາຍ, ໃຊ້ເວລາຮຽນ 4 ປີ, ມີ 2.048 ຊົ່ວໂມງ ເທົ່າກັບ 128 ໜ່ວຍກິດ, ຕະຫຼອດໄລຍະການຮໍ່າຮຽນນັກສຶກສາຈະໄດ້ຮຽນຮູ້ ກ່ຽວກັບ ພາກຄວາມຮູ້ທົ່ວໄປ, ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ ແລະ ໝວດວິຊາສະເພາະ.

ວິທະຍາຄານຕຳຫຼວດປະຊາຊົນ ກະຊວງ ປກສ

ໂອກາດດັ່ງກ່າວ, ພົຕ ປອ ສົມຫວັງ ທຳມະສິດ ໄດ້ໂອ້ລົມຕໍ່ພິທີ ໂດຍເນັ້ນໃຫ້ບັນດານັກສຶກສາ ຈົ່ງເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫໍ່ຼຫຼອມຕົນເອງ, ເປັນເຈົ້າການກຳແໜ້ນວິທີການສິດສອນແບບໃໝ່ທີ່ຖືເອົານັກສຶກສາເປັນໃຈກາງ; ໃນນີ້, ນັກສຶກສາຕ້ອງເປັນເຈົ້າຕົນເອງ, ຮັບຜິດຊອບຕົນເອງໃຫ້ຫຼາຍຂຶ້ນ, ເຂົ້າຮ່ວມໃປະຕິບັດລະບອບ, ລະບຽບວິໄນທີ່ວິທະຍາຄານວາງອອກຢ່າງເຂັ້ມງວດ.

ວິທະຍາຄານຕຳຫຼວດປະຊາຊົນ ກະຊວງ ປກສ
ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ
ພັອ ປອ ວົງເຊໂດນ ພັນທະແກ້ວ ຮອງອຳນວຍການ ວຕປ ໄດ້ຂຶ້ນກ່າວໄຂສົກຮຽນ
<=>