ວັນທີ 5 ກັນຍາ 2018, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາຕັດສິນຄະດີສໍ້ໂກ້ງຊັບຂອງພົນລະເມືອງ ດ້ວຍວິທີການຕົວະຂາຍບັດເຕີມມູນຄ່າ ໂທລະສັບ ລວມມູນຄ່າເສຍຫາຍ 700 ກວ່າລ້ານກີບ.
ຈໍາເລີຍຊື່ ທ້າວ ບຸນທອນ ອາຍຸ 26 ປີ ຢູ່ບ້ານຫຸ່ມແບ່ງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ໃນຫ້ອງປະຊຸມສານ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຄົ້ນຄວ້າສຳນວນຄະດີ ສະບັບຂັ້ນເຈົ້າໜ້າທີ່ຢ່າງລະອຽດຮອບດ້ານ ແລະ ພາວະວິໄສແລ້ວ ພ້ອມທັງ ລະບຸຂໍ້ກ່າວຫາຢ່າງຊັດເຈນ ຈຶ່ງໄດ້ຖະແຫຼງຕໍ່ຄະນະສານວ່າ: ໃນເດືອນທັນວາ 2014, ທ້າວ ບຸນທອນ (ຈຳເລີຍ) ໄປຝຶກງານຢູ່ບໍລິສັດ ສື່ສານທາງດ້ານໂທລະຄົມມະນາຄົມແຫ່ງໜຶ່ງຕັ້ງຢູ່ເຂດບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ຜ່ານການຝຶກງານມາຮອດເດືອນມັງກອນ 2015, ຈໍາເລີຍໄດ້ເຂົ້າເປັນພະນັກງານສັນຍາຈ້າງຂອງບໍລິສັດດັ່ງກ່າວ ປະຈໍາການສາຢູ່ຂາຍ່ອຍ ຕັ້ງຢູ່ບ້ານຈອມມະນີ ເມືອງໄຊເສດຖາ ໂດຍມີໜ້າທີ່ຮັບຜິດຊອບສົ່ງບິນ ແລະ ເກັບເງິນຄ່າໂທລະສັບລາຍເດືອນ. ມາໃນເດືອນກຸມພາ 2015, ທ້າວ ພູເງິນ ອາຍຸ 36 ປີ ຢູ່ບ້ານອາມອນ ເມືອງໄຊເສດຖາ ທີ່ເປັນພະນັກງານຢູ່ສາຂາໃຫຍ່ ໄດ້ແນະນຳໃຫ້ຈຳເລີຍຊອກຕິດຕໍ່ລູກຄ້າຊື່ບັດເຕີມມູນຄ່າໂທລະສັບຂອງບໍລິສັດ ໂດຍຈະໄດ້ຮັບເປີເຊັນ 6,5% ຕໍ່ມູນຄ່າບັດ.


ຈາກນັ້ນ, ຈຳເລີຍກໍໄດ້ໄປຖາມຂາຍບັດເຕີມເງິນໃຫ້ຄົນຮູ້ຈັກຊື່ ທ້າວ ບົງ ອາຍຸ 31 ປີ ຢູ່ບ້ານນາຄວາຍໃຕ້ ເມືອງໄຊເສດຖາ (ຜູ້ເສຍຫາຍ) ແລ້ວ ທ້າວ ບົງ ຕົກລົງຊື່ບັດໃນມູນຄ່າ 25.000. 000 ກີບ. ນັບແຕ່ນັ້ນມາ, ກໍມີການຕິດຕໍ່ຊື້-ຂາຍນໍາກັນເປັນປະຈໍາ. ຈາກນັ້ນ, ທ້າວ ບົງ ຕ້ອງການຊື້ບັດເຕີມເງິນຫຼາຍຂຶ້ນ ຈຶ່ງສັ່ງຊື້ບັດເພີ່ມໃນມູນຄ່າ 85.000 .000 ກີບ ຈຳ ເລີຍ, ໄດ້ປະຕິບັດຕາມການຊື້-ຂາຍໄດ້ຄົບຕາມຈຳນວນທີ່ລູກຄ່າສັ່ງຊື້, ເງິນທີ່ໄດ້ຈາກຂາຍບັດແຕ່ລະຄັ້ງ ແມ່ນບໍ່ເອົາເງິນໄປຈ່າຍໃຫ້ ທ້າວ ພູວົງ ແຕ່ເອົາເງິນໄປໃຊ້ຈ່າຍສ່ວນຕົວ. ຕໍ່ມາ, ທ້າວ ບົງ ໄດ້ເອົາເງິນໃຫ້ຈຳເລີຍຄັ້ງລະ 42.500.000 ກີບ ຈຳເລີຍ ໄດ້ເອົາບັດໄປສົ່ງໃຫ້ ທ້າວ ບົງ ບໍ່ຄົບຍັງຕິດຄ້າງໄວ້ ຄັ້ງລະ 10.000.000 ກີບ ຈຳນວນຫຼາຍຄັ້ງ ເປັນເງິນຈຳນວນ 229.500 .000 ກີບ.
ນອກນີ້, ໃນເດືອນມິຖຸນາ 2015 ຈຳເລີຍ ຍັງໄດ້ຕົວະຂາຍບັດເຕີມເງິນໃຫ້ທ້າວ ເຫີບ ອາຍຸ 32 ປີ ຢູ່ບ້ານດ່ານດຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈຳນວນຫຼາຍຄັ້ງ ລວມ ມູນຄ່າ 335.000.000 ກີບ ແລະ ຍັງ ໄດ້ເອົາບັດເຕີມເງິນນຳພະນັກງານຂາຍບັດຂອງບໍລິສັດ ຊື່ ທ້າວ ວິລະສັກ ອາຍຸ 36 ປີ ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ໄປຂາຍ ແລ້ວບໍ່ເອົາເງິນມາຈ່າຍໃຫ້ຜູ້ກ່ຽວ ຈຳນວນ 35.000.000 ກີບ. ມາວັນທີ 3 ກໍລະກົດ 2015, ຈຳເລີຍໄດ້ເອົາບັດເຕີມເງິນໄປຂາຍໃຫ້ ນາງ ມະນີລັດ ຫຼື ນ່ອງ ອາຍຸ 34 ປີ ຢູ່ບ້ານສີສະຫວາດ ເມືອງຈັນທະບູລີຈຳນວນ 120. 000.000 ກີບ. ເມື່ອໄດ້ເງິນແລ້ວ ກໍໄປຈ່າຍໃຫ້ ທ້າວ ພູວົງ ຈຳນວນ 80. 000.000 ກີບ ເພາະຈຳເລີຍຍັງເປັນໜີ ທ້າວ ພູວົງ ຈຳນວນ 129.117.000 ກີບ ແລະ ໄປຕົວະເອົາເງິນນຳ ນາງ ມະນີລັດ ຈໍານວນ 40.000.000 ກີບ ແລ້ວຈຳເລີຍໄດ້ເອົາໄປຈ່າຍສ່ວນຕົວໝົດ ມາວັນທີ 9 ກັນຍາ 2015, ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄປດຳເນີນຄະດີ.

ຄະນະສານອາຍາ ໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ປະກອບເຂົ້າໃນສຳນວນຄະດີຢ່າງຖີ່ຖ້ວນ, ຮອບດ້ານ ແລະ ພາວະ ວິໄສ ແລ້ວເຫັນວ່າ: ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍທີ່ຢັ້ງຢືນວ່າ: ການກະທຳຂອງຈຳເລີຍ ເປັນການກະທຳຜິດຕໍ່ກົດ ໝາຍອາຍາໃນຂໍ້ຫາການສໍ້ ໂກງຊັບຂອງພົນລະເມືອງທີ່ແຕະຕ້ອງເຖິງກຳມະສິດສ່ວນຕົວຂອງບຸກຄົນອື່ນ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍອາຍາ ມາດຕາ 120 ຢ່າງແທ້ຈິງ. ເຫັນວ່າມູນຄ່າທີ່ຈຳເລີຍສໍ້ໂກງ ທ້າວ ບົງ ຈຳນວນ 229.500.000 ກີບ, ທ້າວ ເຫີບ ຈຳນວນ 335.000.000 ກີບ, ທ້າວ ວິລະສັກ ຈຳນວນ 35.000.000 ກີບ, ທ້າວ ພູວົງ ຈຳນວນ 44.117.000 ກີບ ແລະ ນາງ ມະນີລັດ ຈຳນວນ 120.000. 000 ກີບ ລວມມູນຄ່າ 763.617. 000 ກີບ ເຫັນວ່າມີມູນຄວາມຈິງ. ສະນັ້ນ, ຈຶ່ງລົງໂທດຕັດອິດສະຫຼະພາບ ທ້າວ ບຸນທອນ (ຈໍາເລີຍ) 3 ປີ 6 ເດືອນ ປັບໃໝ 7.000.000 ກີບ ແລະ ໃຫ້ ຈຳເລີຍໃຊ້ແທນຄ່າເສຍຫາຍ ໃຫ້ກັບ ໂຈດທາງແພ່ງທີ່ໄດ້ຮຽກຮ້ອງມານັ້ນ ໃຫ້ຄົບຕາມຈຳນວນທີ່ສໍ້ໂກງມາ.