ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ

ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຫ້ອງ ແລະ ປກສ ເມືອງ ເພື່ອເປັນການປັບປຸງກົງຈັກການຈັດຕັ້ງຂອງ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຢູ່ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ,  ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ໃນວັນທີ 4 ກັນຍາ 2018, ເຂົ້າຮ່ວມໂດຍ ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ  ແຂວງ, ມີບັນດາຄະນະຫ້ອງອ້ອມຂ້າງ, ຄະນະກອງບັນຊາການ ປກສ ເມືອງ 14 ຕົວເມືອງ, ປກສ ນະຄອນໄກສອນພົມວິຫານ ແລະ ຄະນະພະແນກ ເຂົ້າຮ່ວມ.

ພິທີປະກາດ ການຈັດຕັ້ງຂັ້ນຫ້ອງ ກອງບັນຊາການ ປກສ ເມືອງ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ

ພັທ ຄຳພອນ ແສງສາລິຈັນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກະຊວງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 1507 ແລະ 1508/ປກສ ລົງວັນທີ 28 ສິງ ຫາ 2018 ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ; ໃນນີ້, ໄດ້ໂຍກຍ້າຍ ພັທ ດາວອນ ຄົມທິລາດ ຈາກຫ້ອງສັນຕິບານ ເປັນ ຮອງຫ້ອງການກອງບັນຊາການ ປກສ ແຂວງ, ພັທ ບຸນເລີດ ຄະທຸມພົມ ອຳນວຍການໂຮງຮຽນ ປກສ ຊັ້ນກາງເລກ 2 ເປັນ ຫົວໜ້າຫ້ອງການເມືອງ, ພັທ ສັງທອງ ສີປະເສີດ ຈາກກອງບັນຊາການ ປກສ ເມືອງຊົນນະບູລີ ເປັນ ຫົວໜ້າຫ້ອງສັນຕິບານ, ພັທ ຄຳສີ ທູນທະວົງສັກ ຈາກກອງບັນຊາການ ປກສ ເມືອງໄຊພູທອງ ເປັນ ຫົວໜ້າຫ້ອງຕຳຫຼວດ, ພັທ ລົມມາ ເພຍໄພ ຈາກຫ້ອງການກອງບັນຊາການ ປກສ ແຂວງ ເປັນ ຮອງຫົວໜ້າຫ້ອງຕຳຫຼວດ, ພັທ ສຸກສົມພອນ ເພັດແສງຈັນ ຈາກກອງບັນຊາການ ປກສ ເມືອງອາດສະພັງທອງ ເປັນ ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ, ພັທ ບຸນລັງ ສີອຸດົມ ຈາກຫ້ອງຕຳຫຼວດ ເປັນ ຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນກາງເລກ 2, ພັທ ຄຳສຸກ ປະເສີດຄຳຫຼ້າ ຈາກກອງບັນຊາການ ປກສ ເມືອງໄຊບູລີ ເປັນ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ, ພັທ ຄຳສະໝອງດີ ແກ້ວມະນີວົງ ຈາກຫ້ອງຕຳຫຼວດ ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງອາດສະພັງທອງ, ພັທ ໂພສີ ສຸລິເດດ ຈາກຫ້ອງສັນຕິບານ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງໄຊບູລີ, ພັທ ຄຳຜົງ ສຸລິວົງ ຈາກກອງບັຊາການ ປກສ ເມືອງພີນ ເປັນ ຮອງຫົວໜ້າຫ້ອງ 504, ພັທ ສົມໝາຍ ເຍົາວະລາດ ຈາກກອງບັນຊາການ ປກສ ເມືອງອາດສະພອນ ເປັນຫົວໜ້າກອງບັນຊາການ ປກສ ເມືອງພະລານໄຊ, ພັທ ໝູນຄຳ ກິ່ນທະວົງສັກ ຈາກກອງບັນຊາການ ປກສ ເມືອງພະລານໄຊ ເປັນຫົວໜ້າກອງບັນຊາການ ປກສ ເມືອງອາດສະພອນ, ພັທ ລຳພົງ ໄຊທອງ ຈາກກອງບັນຊາການ ປກສ ເມືອງຈຳພອນ ເປັນ ຫົວໜ້າບໍລິສັດ ສະຫວັນບໍລິການຮັກສາຄວາມປອດໄພ, ພັທ ຄໍາພາ ຄຳມະວົງ ຈາກກອງບັນຊາການ ປກສ ເມືອງເຊໂປນ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງໄຊພູທອງ ແລະ ແຕ່ງຕັ້ງ ພັທ ບຸນລ້ຳ ເລັ່ງສະຫວັນ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງຈຳພອນ ແລະ ພັທ ບຸນເວີນ ສີສຸວັນນະ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງເຊໂປນ.

ໃນພິທີ, ພົຈວ ອາລູ ວາລີຊື ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍ ແລະ ພົນຕຳຫຼວດ ປກສ ແຂວງສະຫວັນນະເຂດ ທີ່ຍາດມາໄດ້ຜົນສຳເລັດໃນການຊີ້ນຳບັນຊາຂອງ ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ກໍຄືບັນດາຄະນະຫ້ອງອ້ອມຂ້າງ, ກອງບັນຊາການ ປກສ ເມືອງ ຕະຫຼອດຮອດການປະຕິບັດໜ້າທີ່ວິຊາສະພາະຂອງພະນັກງານ-ນັກຮົບ ໃນໄລຍະຜ່ານມາ, ພ້ອມທັງເໜັ້ນໜັກໃຫ້ພະນັກງານຊີ້ນໍາບັນຊາທີ່ຖືກໂຍກຍ້າຍແຕ່ງຕັ້ງໃນຄັ້ງນີ້, ຈົ່ງພ້ອມກັນສືບຕໍ່ເຮັດສໍາເລັດໜ້າທີ່ການເມືອງ ໃນໄລຍະໃໝ່, ເອົາໃຈໃສ່ປັບປຸງແກ້ໄຂໃຫ້ສອດຄ່ອງໃນ  ຂົງເຂດວຽກງານທີ່ຕົນຮັບຜິດຊອບ ຕິດພັນກັບຄວາມສາມັກຄີທັງຜູ້ເກົ່າ ແລະ ຜູ້ໃໝ່, ແລກປ່ຽນປະສານສົມທົບກັນແລະກັນ ເພື່ອພ້ອມກັນເຮັດສຳເລັດວຽກງານປ້ອງກັນຄວາມສະຫງົບ ກໍຄືວຽກງານວິຊາສະເພາະ ແລະ ໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ເພື່ອເຮັດໃຫ້ບັນດາເມືອງ ກໍຄືແຂວງສະຫວັນນະເຂດ ມີຄວາມສະຫງົບດີຂຶ້ນໄປເລື້ອຍໆ.