ມີສະຕິປ້ອງກັນຕົວເອງຈາກຫຼາຍຮູບແບບຂອງໂຈນ ສວຍໂອກາດເຂົ້າເຮືອນ ເພື່ອປ້ອງກັນການຖືກກໍ່ເຫດບໍ່ດີກັບເຈົ້າຂອງເຮືອນ

ໂດຍສະເພາະ “ ການຂົ່ມຂືນ-ກະທຳສຳເລົາ “

0
1100
ພາບປະກອບ

ເມື່ອໄລຍະເດືອນສິງຫາ 2016 ໄດ້ເກີດເຫດການຊາຍບໍ່ຮູ້ໜ້າ ກໍ່ເຫດປີນເຂົ້າເຮືອນຄົນອື່ນແລ້ວລວນລາມທາງເພດ, ຫຼັງຈາກຖືກເຈົ້າໜ້າທີ່ຕໍາຫຼວດຈັບຕົວໄດ້ ເຊິ່ງຜູ້ກໍ່ເຫດແມ່ນ ທ້າວ ຟ້າມຊ້ວນ ຈຸ້ງ ອາຍຸ 30 ປີ ຢູ່ຕາແສງດຽບນົ້ງ, ເມືອງຮຶງຮ່າ, ແຂວງຖ້າຍບິ່ງ; ຜ່ານການສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວຮັບສາລະພາບ ແລະ ເລົ່າວ່າ: ຕົນເອງໄປກິນເຫຼົ້າກັບໝູ່ມາ ເວລາກັບກໍປະກົດເຫັນ ນາງ T ກຳລັງຢືນຢູ່ໜ້າເຮືອນໃນຊຸດນອນ, ຕົນເອງຈຶ່ງເກີດມີອາລົມທາງເພດ ເມື່ອອົດໃຈບໍ່ໄຫວ ຈຶ່ງຫາທາງເຂົ້າໄປເຮືອນຫຼັງດັ່ງກ່າວ ໂດຍຄິດແຜນການດ້ວຍກັບໄປເຮືອນຊອກເອົາມີດດວງໜຶ່ງ ແລ້ວກັບຄືນມາເຂົ້າໄປເຮືອນ ນາງ T.

ຕາມການເລົ່າຄືນເຫດການທີ່ເກີດຂຶ້ນຂອງຜູ້ເສຍຫາຍໃຫ້ຮູ້ວ່າ: ໃນກາງຄືນຂອງວັນທີ 24 ສິງຫາ 2016, ນາງ T ( ຜູ້ເສຍຫາຍ ) ກຳລັງນອນກອດລູກຊາຍຂອງຕົນຢູ່ ແລະ ກໍສະເດີດຕື່ນຂຶ້ນ ເພາະໄດ້ຍິນສຽງດັງຄືມີຄົນງັດເຮືອນ. ນາງ T ໄດ້ລຸກຂຶ້ນມາເປີດໄຟ ກໍປະກົດເຫັນເຫຼັກສະແລັງທີ່ໃຊ້ງັດປະຕູຕົກລົງພື້ນເຮືອນ. ຕົນເອງກົ້ມຈັບເອົາເຫຼັກນັ້ນ ກໍປະກົດເຫັນຜູ້ຊາຍຄົນໜຶ່ງທີ່ນຸ່ງໂສ້ງຂາສັ້ນໃສ່ຜ້າຄຸມປາກມືຈັບມີດ ແລ້ວຍ່າງເຂົ້າປະຕູເຮືອນຂອງຕົນ.

ເຮືອນຫຼັງດັ່ງກ່າວນີ້ ປົກກະຕິກໍຈະມີແຕ່ສອງແມ່ລູກ ນາງ T ແລະ ລູກຊາຍນ້ອຍຢູ່ເຮືອນເປັນປົກກະຕິ ເພາະວ່າຜົວຂອງນາງແມ່ນໄປວຽກກາງຄືນ ແລະ ໄກຈາກເຮືອນເປັນປົກກະຕິ. ນາງ T ບໍ່ຮູ້ຈະເຮັດວິທີ່ໃດເພື່ອຫ້າມ ແລະ ຕໍ່ສູ້ກັບຊາຍຄົນນັ້ນໄດ້ ເພາະວ່າເປັນຜູ້ຍິງ ແລະ ຮູ້ດີວ່າຖ້າຫາກຈະຮ້ອງໃຫ້ຄົນມາຊ່ວຍ ກໍຄິດວ່າຈະບໍ່ມີປະໂຫຍດຫຍັງ ເພາະວ່າ ເຮືອນຂອງຕົນແມ່ນຢູ່ຫ່າງໄກຈາກຊຸມຊົນ. ດັ່ງນັ້ນ, ນາງຈຶ່ງເຮັດໄດ້ພຽງຮ້ອງຂໍກັບຊາຍຄົນນັ້ນ ແລະ ສິ່ງທີ່ຕົນກັງວົນຫຼາຍກວ່າໝູ່ແມ່ນ ຢ້ານຊາຍຄົນນັ້ນເຮັດຫຍັງທີ່ບໍ່ດີກັບຕົນ ແລະ ລູກຊາຍ.

ນາງ T ເຮັດຫຍັງບໍ່ຖືກຍ້ອນຄວາມຢ້ານ ຈຶ່ງໄດ້ຂໍຮ້ອງກັບຊາຍຄົນນັ້ນວ່າ: ຖ້າຢາກໄດ້ຫຍັງໃນເຮືອນຫຼັງນີ້ ໃຫ້ເອົາໄປຕາມໃຈ ຂໍພຽງແຕ່ວ່າບໍ່ໃຫ້ທຳຮ້າຍຕົນ ແລະ ລູກຊາຍກໍພໍ, ຊາຍຄົນນັ້ນຫົວຂຶ້ນ ແລະ ເວົ້າວ່າ: ຕົນເອງບໍ່ໄດ້ຕ້ອງການຊັບສິນອັນໃດທັງໝົດ, ຕົນເອງແມ່ນກຳລັງໜີຈາກການຖືກໄລ່ຈັບຂອງຕຳຫຼວດ ທັງສອງແມ່ລູກພວກເຈົ້າຫ້າມມີສຽງດັງ ຖ້າບໍ່ດັ່ງນັ້ນຈະຂ້າທັງສອງຄົນ. ຕົນເອງມີຈຸດປະສົງພຽງຂໍນອນຄ້າງຄືນທີ່ເຮືອນພວກເຈົ້າພຽງຄືນດຽວເທົ່ານັ້ນ. ຫຼັງຈາກນັ້ນ, ຊາຍຄົນນັ້ນກໍສັ່ງໃຫ້ ນາງ T ມອດໄຟ ແລ້ວເຂົ້າໄປນອນ.

ແຕ່ໃນບໍ່ດົນຜ່ານໄປ, ຊາຍຄົນດັ່ງກ່າວໄດ້ເປີດເຜີຍຈຸດປະສົງທີ່ແທ້ຈິງຂອງຕົນໃນການເຂົ້າມາເຮືອນນີ້ແມ່ນ ເພື່ອຢາກມີເພດສຳພັນກັບ ນາງ T. ຖ້າຫາກ ນາງ T ບໍ່ຍອມໃຫ້ຕາມຄວາມຢາກແມ່ນ ຈະລົງມືຂ້າທັງສອງ ໂດຍເລີ່ມຈາກຂ້າລູກກ່ອນ ແລ້ວຈຶ່ງຈະຂ້າແມ່. ດ້ວຍຄວາມຢ້ານຕໍ່ການຂົ່ມຄູ່ນັ້ນຍິ່ງເຮັດໃຫ້ ນາງ T ບໍ່ກ້າເຮັດຫຍັງໄດ້ແຕ່ຮ້ອງຂໍນຳຜູ້ກ່ຽວ ແຕ່ຜູ້ກ່ຽວປຽບເໜືອນສັດຫິວອາຫານ. ດັ່ງນັ້ນ, ຜູ້ກ່ຽວຈຶ່ງເຂົ້າໄປຈັບເອົາລູກຊາຍຂອງ ນາງ T ແລ້ວໄດ້ຈັບເອົາມີດທີ່ກຽມມາຈີ້ໃສ່ ເພື່ອຂູ່ໃຫ້ຜູ້ເປັນແມ່ນັ້ນຍອມມີເພດສຳພັນນຳຕົນ.

ເມື່ອເປັນແນວນັ້ນ. ຜູ້ເປັນແມ່ບໍ່ມີຫົນທາງໃດທີ່ຈະສາມາດຊ່ວຍລູກໄດ້ ຈຶ່ງໄດ້ຍອມຈຳໃຈເຮັດຕາມຊາຍຄົນນັ້ນ. ໃນຫົວຂອງ ນາງ T ໃນເວລານັ້ນຄິດພຽງແຕ່ວ່າ ມັນຢາກເຮັດຫຍັງກະຊ່າງ ຂໍພຽງບໍ່ໃຫ້ມັນທຳຮ້າຍລູກຂອງຕົນກໍພໍ, ຜູ້ເປັນແມ່ຍັງມີຄວາມກັງວົນຖ້າລູກຕື່ນຂຶ້ນມາແລ້ວເຫັນສະພາບທີ່ເກີດຂຶ້ນນັ້ນຈະເຮັດແນວໃດ ແຕ່ກໍຍັງໂຊກດີທີ່ລູກຊາຍນ້ອຍນັ້ນນອນຢ່າງບໍ່ຮູ້ວ່າແມ່ຂອງຕົນ ຕ້ອງໄດ້ຜ່ານຄວາມທໍລະມານໃຈແຕ່ຢ່າງໃດ.

ພາບປະກອບ

ເມື່ອຜູ້ຊາຍຄົນດັ່ງກ່າວນັ້ນໄດ້ຕາມຄວາມຢາກສຳເລັດ, ແຕ່ບໍ່ຍອມປ່ອຍວາງ ຜູ້ກ່ຽວຍັງໄດ້ສັ່ງໃຫ້ ນາງ T ນອນໃນທ່າເຊັກຊີ ເພື່ອຕົນເອງໄດ້ຖ່າຍຮູບຢ່າງສົມໃຈ. ຫຼັງຈາກນັ້ນ, ຜູ້ກ່ຽວຍັງຮຽກຮ້ອງຢາກມີເພດສຳພັນກັບ ນາງ T ເປັນເທື່ອທີສອງ ແຕ່ນາງ T ໄດ້ຕັດສິນໃຈດ້ວຍການແກ້ງທໍາທ່າກິ້ງຕົກຕຽງ ແລ້ວເຮັດທໍາທ່າມີຟອດອອກປາກ, ເບິ່ງຄືວ່າໝົດສະຕິ. ເມື່ອຊາຍຜູ້ກໍ່ເຫດເຫັນແນວນັ້ນ ກໍເກີດມີຄວາມຢ້ານກົວແລ້ວໄດ້ເອົາຕົວຫຼົບໜີໄປ.

ເມື່ອຊາຍປິດໜ້ານັ້ນໜີໄປ, ນາງ T ຈຶ່ງມີຄວາມໝັ້ນໃຈວ່າລູກຊາຍຂອງຕົນທີ່ນອນຢູ່ໃນຫ້ອງນັ້ນປອດໄພ ນາງຈຶ່ງເຂົ້າໄປກອດເອົາລູກແລ້ວນອນຮ້ອງໄຫ້ສະອື້ນໃນຫ້ອງນອນ ເພາະຄິດກິນແໜງທີ່ຕົນເອງເຮັດຜິດຕໍ່ສາຍພົວພັນຄອບຄົວ ຕ້ອງເສຍຕົວໃຫ້ກັບຄົນອື່ນທີ່ບໍ່ແມ່ນຜົວຂອງຕົນເອງ ເນື່ອງຈາກວ່າຜົວຂອງນາງຕ້ອງໄດ້ຫາເງິນລ້ຽງຄອບຄົວ ໂດຍໄປເຮັດວຽກຕ່າງແຂວງ, ຕົນເອງຈຶ່ງຕ້ອງໄດ້ຢູ່ບ້ານເພື່ອລ້ຽງລູກ.

ຄະດີໃນລັກສະນະແບບນີ້ກໍເຄີຍເກີດຂຶ້ນ, ໂດຍຜູ້ກໍ່ເຫດແມ່ນຈະລັກເຂົ້າເຮືອນທີ່ມີຜູ້ຍິງໂສດ ຫຼື ຜູ້ທີ່ຜົວບໍ່ຢູ່ເຮືອນ ເພື່ອເຂົ້າໄປບັງຄັບເຮັດແນວບໍ່ດີ (ຂົ່ມຂືນ), ໃນນັ້ນມີຫຼາຍກໍລະນີທີ່ຄົນຮ້າຍໄດ້ກໍ່ເຫດຄາດຕະກຳເຈົ້າຂອງເຮືອນ ຫຼັງຈາກທີ່ສຳເລັດພາລະກິດຕາມຄວາມຢາກ. ແຕ່ໃນກໍລະນີຂອງ ນາງ T ນັ້ນ ຄົນຮ້າຍພຽງຕ້ອງການຮ່ວມເພດເທົ່ານັ້ນ ເມື່ອສໍາເລັດແລ້ວກໍເອົາຕົວຫຼົບໜີ.

ນາງ T ໄດ້ເລົ່າວ່າ: ຄົນຮ້າຍໄດ້ຖ່າຍຮູບຕົນເອງເພື່ອຫຍັງນັ້ນຕົນເອງກໍບໍ່ສາມາດຢືນຢັນໄດ້ແນ່ນອນ. ຫຼັງຈາກຄ່ຳຄືນນັ້ນມາ ຕົນເອງແມ່ນຢູ່ຢ່າງມີຄວາມຫວາດລະແວງບໍ່ມີຄືນໃດທີ່ຈະນອນໄດ້ເຕັມອີ່ມ, ທຸກໆຄືນກ່ອນເຂົ້ານອນ ຕົນເອງຕ້ອງໄດ້ອັດຕູໃສ່ລັອກຢ່າງແໜ້ນ ເພາະຢ້ານຜູ້ຊາຍຄົນນັ້ນຈະຫັນກັບມາອີກ.

ຫຼັງຈາກນັ້ນ 10 ມື້ຕໍ່ມາ, ສິ່ງທີ່ນາງຢ້ານກົວກໍປະກົດເປັນຈິງ ເນື່ອງຈາກວ່າໃນຕອນຄໍ່າຂອງວັນທີ 4 ກັນຍາ 2016 ໃນຂະນະທີ່ເດີນທາງກັບແຕ່ນອກເມືອງ, ໄດ້ເຫັນເຈ້ຍໃບໜຶ່ງຫ້ອຍຢູ່ງ່າໄມ້ໜ້າເຮືອນຂອງຕົນ. ມີເນື້ອໃນທີ່ຂຽນໃນເຈ້ຍແຜ່ນນັ້ນວ່າ: ຖ້າບໍ່ຢາກໃຫ້ຮູບທີ່ຖືກຖ່າຍໄວ້ນັ້ນຖືກແຜ່ກະຈາຍໄປໃຫ້ຫຼາຍຄົນເຫັນໃຫ້ໂທເຂົ້າເບີທີ່ໃຫ້ໄວ້ຄື: 016543… ເຮັດໃຫ້ຕົນມີຄວາມຄິດສະດຸ້ງໃນຕອນນັ້ນວ່າແມ່ນໃຜເປັນຜູ້ຂຽນມາ.

ບູຮານເຄີຍກ່າວໄວ້ວ່າ: “ຢາກກິນຫຼາຍ ໄດ້ກິນທໍ່ກ້ອຍ” ແມ່ນຄໍາເວົ້າທີ່ຖືກຕ້ອງທີ່ສຸດ. ຊາຍທີ່ປິດໜ້າມາທຳຮ້າຍ ນາງ T ນັ້ນ ແມ່ນຕ້ອງໄດ້ຮັບຜົນການກະທໍາຜິດຂອງຕົນເອງຢ່າງສະສົມ ເມື່ອຜູ້ກ່ຽວມີຄວາມໂລບມາກໂລພາ. ໂດຍຜູ້ກ່ຽວໄດ້ໃຊ້ຮູບທີ່ໄດ້ຖ່າຍໄວ້ນັ້ນສົ່ງມາຂົ່ມຂູ່ເອົາເງິນນຳ ນາງ T.

ພາບປະກອບ

ເມື່ອອ່ານຈົບ ນາງ T ກໍໄດ້ໂທຕິດຕໍ່ເຂົ້າຕາມເບີທີ່ໃຫ້ໄວ້ປະກົດໄດ້ຍິນສຽງຜູ້ຊາຍ ເຊິ່ງເປັນສຽງຂອງຊາຍຄົນທີ່ເຂົ້າເຮືອນຂອງຕົນໃນມື້ນັ້ນແທ້ ເພາະວ່າສຽງຂອງຊາຍຄົນນັ້ນນາງຈື່ບໍ່ມີວັນລືມ.

ໃນການສົນທະນາກັນ ຊາຍຄົນນັ້ນໄດ້ຮຽກຮ້ອງໃຫ້ ນາງ T ຕ້ອງເອົາເງິນມາໃຫ້ຈຳນວນ 20 ລ້ານດົ່ງ ເພື່ອແລກກັບຮູບທີ່ຖ່າຍໄວ້ ຖ້າບໍ່ດັ່ງນັ້ນຜູ້ກ່ຽວຈະທະຍອຍເອົາຮູບທີ່ຖ່າຍນັ້ນລົງ Facebook ເທື່ອລະຮູບໃຫ້ທົ່ວໂລກເຫັນ. ຊາຍຄົນດັ່ງກ່າວນີ້ໄດ້ຕີຖືກຈຸດອ່ອນຂອງ ນາງ T ເພາະຍັງຢູ່ໃນໄລຍະທີ່ກໍາລັງທໍາໃຈ ແລະ ຢາກລືມເລື່ອງທີ່ເກີດຂຶ້ນນັ້ນ. ຕົນຄິດວ່າຄືຊິບໍ່ມີໃຜທີ່ຈະຢາກໃຫ້ຮູບປະໂປ້ຂອງຕົນຖືກເຜີຍແຜ່ອອກສູ່ສັງຄົມອອນລາຍ ແລະ ຕົນເອງຄິດໃນໃຈວ່າຊິຫາເອົາເງິນຈຳນວນ 20 ລ້ານດົ່ງ ມາໃຫ້ແຕ່ທາງໃດ.

ນາງໄດ້ນັ່ງຄິດຫຼາຍຊົ່ວໂມງ, ສຸດທ້າຍນາງຈຶ່ງຕັດສິນໃຈເຫຼົ່າເຫດການທີ່ເກີດຂຶ້ນໃຫ້ກັບຄອບຄົວຟັງ ແລະ ຜູ້ເປັນຜົວກໍໃຫ້ກຳລັງໃຈ. ຈາກນັ້ນ, ນາງ T ຈຶ່ງໄປພົບເຈົ້າໜ້າທີ່ຕຳຫຼວດເມືອງຮຶງຮ່າ ເພື່ອແຈ້ງຄວາມ ແລະ ເຫຼົ່າເຫດການທີ່ເກີດຂຶ້ນໃຫ້ເຈົ້າໜ້າທີ່ຮັບຮູ້ ແລະ ມອບໃຫ້ເຈົ້າໜ້າທີ່ດຳເນີນຕາມກົດໝາຍ.

ດັ່ງນັ້ນ, ເຈົ້າໜ້າທີ່ໄດ້ຮຽກຮ້ອງໃຫ້ມີການກວດກາຄືນຕາມແຕ່ລະຮ້ານກິນດື່ມ ໃນທົ່ວຂົງເຂດອ້ອມຂ້າງບໍລິເວນທີ່ເກີດເຫດ ໃນຄືນວັນທີ 24 ສິງຫາ 2016 ຜ່ານມາ ເພື່ອຊອກບັນດາເປົ້າໝາຍຕາມທີ່ຜູ້ເສຍຫາຍໄດ້ເລົ່າມານັ້ນວ່າ ມີການໄປກິນເຫຼົ້າຊຸມແຊວມາແຕ່ຮ້ານໃດ. ຕາມການເຫຼົ່າຂອງ ນາງ T ລັກສະນະຂອງຜູ້ຊາຍຄົນນັ້ນເປັນຄົນທີ່ເວົ້າລັກສະນະຄືຄົນຂີ້ເຫຼົ້າ, ເວົ້າສຽງທ້ອງຖິ່ນ, ໃສ່ເກີບຮັງເຜິ້ງ ( ເກີບຊຸບທີ່ເປັນປ່ອງ ). ສຸດທ້າຍສຳນັກງານຕຳຫຼວດສືບສວນ-ສອບສວນ ໄດ້ຮັບການລາຍງານຈາກເຈົ້າຂອງຮ້ານກິນດື່ມແຫ່ງໜຶ່ງໃຫ້ການວ່າ: ໃນຕອນຄ່ຳຂອງວັນທີ 24 ສິງຫາ 2016 ໄດ້ມີກຸ່ມໄວ້ລຸ້ນກຸ່ມໜຶ່ງເຂົ້າມາດື່ມເຫຼົ້າທີ່ຮ້ານຂອງຕົນ. ໃນນັ້ນ, ມີຊາຍຄົນໜຶ່ງທີ່ມີລັກສະນະຄ້າຍຄືກັບບຸກຄົນທີ່ເລົ່າມານັ້ນ ຄື: ການນຸ່ງຖື, ໃສ່ເກີບຄືກັບທີ່ໄດ້ເລົ່າມາ ແລະ ໝູ່ຂອງຜູ້ກ່ຽວນັ້ນໄດ້ເລົ່າວ່າ ຜູ້ກ່ຽວແມ່ນຫາກໍມາແຕ່ໄປເຮັດວຽກທີ່ຕ່າງແຂວງ.

ຈາກຂໍ້ມູນດັ່ງກ່າວ, ພະນັກງານຕຳຫຼວດສືບສວນ-ສອບສວນ ສາມາດແນໃສ່ໄດ້ເປົ້າໝາຍເບີ 1 ນັ້ນແມ່ນ ທ້າວ ຟ້າມຊວັນຈຸ້ງ ອາຍຸ 30 ປີ ຢູ່ ເຂດກຸ່ມບ້ານຢ້ຽນນົ້ງ, ຕາແສງດຽບນົ້ງ, ເມືອງຮຶງຮ່າ, ແຂວງຖ້າຍບິ່ງ. ຈາກນັ້ນ, ເຈົ້າໜ້າທີ່ສືບສວນ ຈຶ່ງໄດ້ມີການລົງໄປສືບສວນຫາລາຍລະອຽດຈາກຍາດພີ່ນ້ອງຂອງຜູ້ກ່ຽວ ຈຶ່ງສາມາດຮູ້ວ່າ: ທ້າວ ຈຸ້ງ ແມ່ນເຄີຍກໍ່ເຫດມາແລ້ວຄັ້ງໜຶ່ງ ໂດຍແມ່ນເຫດຕີກັບຊ່າງກໍ່ສ້າງທີ່ນະຄອນຫຼວງຮ່າໂນ້ຍ ເມື່ອເກີດເຫດແລ້ວ ຜູ້ກ່ຽວຈຶ່ງໄດ້ຫຼົບໜີກັບມາບ້ານ ແລະ ຕຳຫຼວດຄຸ້ມກໍໄດ້ສົ່ງໃບຮຽກໂຕມາທີ່ບ້ານ ແຕ່ວ່າຜູ້ກ່ຽວບໍ່ປະຕິບັດຕາມ.

ໃນເຫດທີ່ກ່າວມານັ້ນ ໃນຕອນ ຄ່ຳຂອງວັນທີ 7 ກັນຍາ, ຕຳຫຼວດເມືອງຮຶງຮ່າ ໄດ້ເຂົ້າຈັບຕົວ ທ້າວ ຈຸ້ງ ໄປທີ່ຫ້ອງການຕຳຫຼວດເມືອງ ແລະ ໃຫ້ ນາງ T ອອກມາຊີ້ຕົວຊອກຫາຜູ້ທີ່ທຳຮ້າຍຕົນເອງໃນ 10 ກວ່າວັນຜ່ານມາ. ເຖິງ ທ້າວ ຈຸ້ງ ຈະຖືກເອົານັ່ງປົນກັບຜູ້ຊາຍທີ່ຖືກສົງໄສອີກຫຼາຍຄົນ, ແຕ່ ນາງ T ກໍໃຊ້ເວລາພຽງບໍ່ເທົ່າໃດວິນາທີ່ ກໍສາມາດຊີ້ໂຕຜູ້ຕ້ອງຫານັ້ນໄດ້.

ພາບປະກອບ

ເຖິງຈະຊີ້ໂຕໄດ້ແນວນັ້ນກໍຕາມ, ທ້າວ ຈຸ້ງ ກໍຍັງປະຕິເສດຕໍ່ການກະທຳຜິດ ຈົນເຖິງເວລາທີ່ມີຫຼັກຖານທີ່ກ່ຽວຂ້ອງມາຢັ້ງຢືນ ຜູ້ກ່ຽວຈຶ່ງຍອມຮັບສາລະພາບໃນຄວາມຜິດຂອງຕົນ. ຜ່ານການສອບສວນ ຜູ້ກ່ຽວໄດ້ຮັບສະລະພາບໃນຄວາມຜິດ ແລະ ໄດ້ໃຫ້ເຫດຜົນວ່າ: ຍ້ອນຕົນເມົາເຫຼົ້າ, ຍ້ອນຄວາມຜິດຫວັງດ້ານຄອບຄົວ ເຊິ່ງໄດ້ປະກັບເມຍຕົນມາດົນແລ້ວ. ດັ່ງນັ້ນ, ຈຶ່ງເປັນເຫດເຮັດໃຫ້ຂາດສະຕິບໍ່ສາມາດບັງຄັບຕົນເອງໄດ້.

ກອງບັນຊາການຕຳຫຼວດເມືອງຮຶງຮ່າ ແຂວງຖ້າຍບິ່ງ ໃຫ້ຮູ້ຕື່ມວ່າ: ຕຳຫຼວດສືບສວນ-ສອບສວນ ໄດ້ດຳເນີນຄະດີຕໍ່ກັບຜູ້ຖືກຫາ ຟ້າມຊັວນ ຈຸ້ງ ໃນສະຖານຂົ່ມຂືນ, ພ້ອມທັງກຳລັງເກັບກຳຂໍ້ມູນຫຼັກຖານ ເພື່ອດຳເນີນຄະດີຕໍ່ຜູ້ກ່ຽວເພີ່ມໃນຂໍ້ຫາຂົ່ມຂູ່ເອົາຊັບຜູ້ອື່ນ. ຕາມຜູ້ຖືກຫາໃຫ້ຮູ້ວ່າ ໄດ້ລົບຮູບທັງໝົດທີ່ຖ່າຍ ນາງ T ນັ້ນແລ້ວ ແລະ ເຈົ້າໜ້າທີ່ຕຳຫຼວດ ກໍໄດ້ມີການກວດກາໂທລະສັບຂອງຜູ້ກ່ຽວກໍບໍ່ປະກົດເຫັນຮູບໃດທີ່ກ່ຽວຂ້ອງກັບ ນາງ T ເລີຍ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ