ການຕົ້ມຕຸນ ໂດຍສວຍໃຊ້ຮູບແບບການເຊົ່າເຮືອນທີ່ເປັນຫ້ອງຕາມຄອນໂດ ທີ່ປະກາດໃຫ້ເຊົ່າ, ທ້າວ ເຈິ່ນ ຫວຽດຫຸ່ງ ອະດີດພະນັກງານທະນາຄານ ໄດ້ນຳໃຊ້ຮູບແບບເຊົ່າເຮືອນແລ້ວຂາຍໃຫ້ຜູ້ອື່ນຕໍ່ ສຳເລັດມາແລ້ວ 2 ຫ້ອງ, ເຊິ່ງທັງໝົດແມ່ນເກີດຂຶ້ນທີ່ນະຄອນຫຼວງຮ່າໂນ້ຍ; ເມື່ອເຈົ້າໜ້າທີ່ໄດ້ຮັບການແຈ້ງຄວາມຂອງເຈົ້າຂອງເຮືອນຜູ້ໃຫ້ເຊົ່າ ຈຶ່ງອອກຕິດຕາມຈັບຕົວຜູ້ກ່ຽວ ແຕ່ປະກົດວ່າຜູ້ກ່ຽວຮູ້ຕົວກ່ອນ ແລະ ເອົາຕົວຫຼົບໜີໄປພາກໃຕ້ຂອງປະເທດ.

ບໍ່ເຂັດຫຼາບ ທ້າວ ເຈິ່ນຫວຽດຫຸ່ງ ຍັງສືບຕໍ່ເດີນຕາມເສັ້ນທາງເກົ່າ ໂດຍມີການພົວພັນກັບເປົ້າໝາຍຄົນປະເທດໄນຈີເຣຍ, ສ້າງຕັ້ງເພກເຟສບຸກ ແຊັດອອນລາຍຕົ້ມຕຸນເອົາຊັບສິນຂອງຄົນຫວຽດນາມ.

ວັນທີ 25 ພຶດສະພາ 2018, ພະແນກຕຳຫຼວດສືບສວນ-ສອບສວນ ກອງບັນຊາການຕຳຫຼວດນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ: ກຳລັງລວບລວມເອກະສານສຳນວນຄະດີທັງໝົດຂອງ ທ້າວ ເຈິ່ນຫວຽດຫຸ່ງ ອາຍຸ 36 ປີ, ອະດີດພະນັກງານທະນາຄານ MHB ສາຂາຮ່າໂນ້ຍ, ຜູ້ກ່ຽວຖືກຂໍ້ຫາຕົ້ມຕຸນ ແລະ ຍັກຍອກຊັບຂອງປະຊາຊົນ; ແຕ່ອັນທີ່ສຳຄັນໃນຄະດີດັ່ງກ່າວ ຜູ້ກ່ຽວແມ່ນໄດ້ກໍ່ເຫດຊໍ້າຊ້ອນຂຶ້ນອີກໃນຂະນະທີ່ເຈົ້າໜ້າທີ່ກຳລັງປະຕິບັດການສືບສວນ-ສອບສວນ ເຊິ່ງກາຍເປັນຜູ້ຖືກຫາອີກ 2 ຄະດີ ກໍແມ່ນສະຖານຕົ້ມຕຸນຊັບ.

ຕາມສຳນວນເອກະສານຂອງ ພະແນກຕຳຫຼວດສືບສວນ-ສອບສວນ ເມື່ອເດືອນກໍລະກົດ 2013, ຂະນະທີ່ ທ້າວ ເຈິ່ນຫວຽດຫຸ່ງ ເປັນພະນັກງານສັງກັດໃນທະນາຄານ TMCP ພັດທະນາຊົນນະບົດແມ່ນ້ຳແດງ MHB ສາຂານະຄອນຫຼວງຮ່າໂນ້ຍ, ຍ້ອນມີຄວາມຮູ້ຈັກຜູກພັນກັນມາກ່ອນ ທ້າວ ຫຸ່ງ ໄດ້ນັດ ທ້າວ ເກື່ອງ ໄປທີ່ຮ້ານກິນດື່ມແຫ່ງໜຶ່ງ ໃກ້ຫ້ອງການເພື່ອສົນທະນາເລື່ອງຮ່ວມກັນຫາເງິນເພີ່ມ; ເມື່ອຕົກລົງກັນແລ້ວ ທ້າວ ຫຸ່ງ ໄດ້ສັ່ງໃຫ້ ທ້າວ ເກື່ອງ ບອກປະຫວັດທີ່ຖືກຕ້ອງ ເພື່ອປະກອບເຮັດເອກະສານປອມຂາຍເຮືອນ ເຊິ່ງໃສ່ຊື່ ທ້າວ ເກື່ອງ ເປັນບ່ອນອີງໂດຍຕົກລົງກັນວ່າ: ຖ້າຫາກຂາຍໄດ້ຈະແບ່ງໃຫ້ ທ້າວ ເກື່ອງ 2% ຂອງມູນຄ່າທີ່ຂາຍໄດ້. ດັ່ງນັ້ນ, ທ້າວ ເກື່ອງ ຈຶ່ງຕົກລົງ ແລ້ວບອກປະຫວັດສ່ວນຕົວທັງໝົດໃຫ້ ທ້າວ ຫຸ່ງ.

ຫຼັງຈາກເຮັດເອກະສານແລ້ວ ຫາວິທີຊອກຫາຫ້ອງໃຫ້ເຊົ່າ ທີ່ເປັນຫ້ອງໃນຄອນໂດຕາມທີ່ຕົນເອງກຽມເອກະສານເພື່ອໄວ້ຂາຍນັ້ນ, ຈຶ່ງພົບກັບ ນາງ ຖາວ ເຊິ່ງເປັນບຸກຄົນທີ່ຕິດຕໍ່ຊອກຫາຄົນເຊົ່າຫ້ອງຕາມຄອນໂດຕ່າງໆ; ດັ່ງນັ້ນ, ຈຶ່ງຫາຜູ້ກ່ຽວຊອກຫາຫ້ອງຫຼູຫຼາໃຫ້ເຊົ່າ. ເມື່ອ ນາງ ຖາວ ໄດ້ຕິດຕໍ່ຫາຜູ້ຄຸ້ມຄອງຕຶກ CT5A+B ເຊິ່ງນອນໃນເຂດພັດທະນາວັນເຄ, ຮ່າດົ້ງ, ຮ່າໂນ້ຍ ແລະ ມີການແນະນຳ, ຈາກນັ້ນ ນາງ ຖາວ ໄດ້ພາ ທ້າວ ຫຸ່ງ ໄປເບິ່ງຫ້ອງເລກທີ 506 ຂອງຕຶກ CT5B.

ເຈົ້າຂອງຕຶກດັ່ງກ່າວ ຊື່ ນາງ ຫງວຽນ ທິ T, ຍ້ອນຕົນເອງບໍ່ໄດ້ຢູ່ ຈຶ່ງໄດ້ມອບກະແຈຫ້ອງໃຫ້ພະນັກງານຄຸ້ມຄອງຕຶກພາໄປເບິ່ງ; ຫຼັງຈາກໄດ້ເບິ່ງຫ້ອງແລ້ວ ທ້າວ ຫຸ່ງ ໄດ້ຕົກລົງເຊົ່າຫ້ອງດັ່ງກ່າວໃນລາຄາ 4 ລ້ານດົ່ງຕໍ່ເດືອນ; ດັ່ງນັ້ນ, ທ້າວ ຫຸ່ງ ອ້າງເຫດຜົນວ່າ ຈະເຂົ້າມາຢູ່ ແລະ ຈ່າຍເງິນພ້ອມລ່ວງໜ້າອີກ 3 ເດືອນ ພ້ອມເຮັດເອກະສານເຊົ່າເລີຍໃນທ້າຍອາທິດຈະມາຮອດ.

ຫຼັງຈາກທີ່ເຈົ້າຂອງເຮືອນເອົາກະແຈໃຫ້ ທ້າວ ເຈິ່ນຫວຽດຫຸ່ງ ໄດ້ຕິດຕໍ່ຫາຜົວ-ເມຍ ທ້າວ ຫງວຽນຕຽນຮຶງ ແລະ ນາງ ຫງວຽນຫ່ຽນຈ້າງ ຢູ່ຄຸ້ມອຽດກ້ຽວ, ຮ່າດົ້ງ ໂດຍໄດ້ສະເໜີວ່າ: ມີໝູ່ຊື່ ເກື່ອງ ຕ້ອງການຂາຍຫ້ອງຄອນໂດ ເນື້ອທີ່ 83 ຕາແມັດ ທີ່ຕຶກ CT5B ວັນເຄ, ຖ້າສົນໃຈຈະຕິດຕໍ່ໃຫ້; ເມື່ອມີການວາງລາຄາອອກມາ ເຫັນວ່າໃນລາຄາພໍຟັງ ດັ່ງນັ້ນທັງສອງຜົວ-ເມຍ ຈຶ່ງຕົກລົງຊື້ຫ້ອງດັ່ງກ່າວ.

ການປອມແປງເອກະສານເຊົ່າເຮືອນ
ເອກະສານປະກອບການເຊົ່າເຮືອນ

ເມື່ອສາມາດຊອກໄດ້ຜູ້ຊື້ສຳເລັດ, ທ້າວ ຫຸ່ງ ໄດ້ຈ້າງ ທ້າວ ແທ່ງ ຢູ່ເຂດເຈື້ອງໝີ ເຮັດຊຸດເອກະສານສັນຍາຊື້-ຂາຍຫ້ອງທີ່ຕົນຕົກລົງເຊົ່ານັ້ນປອມ, ເຊິ່ງໃສ່ຂໍ້ມູນຂາຍ ແມ່ນຫ້ອງໃນຄອນໂດ CT5B; ຈາກນັ້ນ, ທ້າວ ຫຸ່ງ ໄດ້ພາ ທ້າວ ທິ້ງເກື່ອງ ຜູ້ທີ່ອ້າງຊື່ເປັນເຈົ້າຂອງຫ້ອງດັ່ງກ່າວໄປເບິ່ງຫ້ອງ ເພື່ອໃຫ້ຜູ້ກ່ຽວກວດກາເບິ່ງຫ້ອງ ແລະ ເກັບກຳສະພາບສະຖານທີ່ ແລະ ອຸປະກອນໃນຫ້ອງ ເພື່ອຈະອະທິບາຍໃຫ້ຜູ້ຊື້ຖືກຕາມຕົວຈິງ. ຈາກນັ້ນ, ທ້າວ ຫຸ່ງ ໄດ້ເອົາສຳເນົາເອກະສານຊື້-ຂາຍ ແລະ ສັນຍາມອບເຮືອນໃຫ້ ແຕ່ຍັງບໍ່ທັນມີບິນເກັບເງິນ ທ້າວ ຫຸ່ງ ໄດ້ເວົ້າວ່າຈະຊອກມາໃຫ້ທີ່ຫຼັງ.

ຈາກນັ້ນ, ທ້າວ ຫຸ່ງ ໄດ້ເອົາເບີໂທລະສັບຂອງສອງຜົວ-ເມຍ ທີ່ຕ້ອງການຊື້ເຮືອນໃຫ້ ທ້າວ ເກື່ອງ ພ້ອມທັງບອກວ່າ: ຕອນຄ່ຳໃຫ້ໂທຫາຕາມເບີທີ່ໃຫ້ໄວ້ ແລະ ຖ້າຫາກພວກກ່ຽວຕົກລົງຊື້ແລ້ວ ແມ່ນຈະເອົາໃບຢັ້ງຢືນເຮືອນໃຫ້. ຮອດຕອນຄ່ໍາ ທ້າວ ເກື່ອງ ໄດ້ໂທລະສັບຫາ ທ້າວ ຮຶງ ໂດຍບອກວ່າ ທ້າວ ຫຸ່ງ ເປັນຄົນແນະນຳໂທຫາ ເພາະຕົນເອງຢາກຂາຍເຮືອນ, ເມື່ອລົມກັນທ້າວ ຮຶງ ໄດ້ຕົກລົງຊື້ ແລະ ນັດກັນ, ມື້ຕໍ່ມາຈະໄປເບິ່ງເຮືອນ ແລະ ໃບຢັ້ງຢືນເຮືອນ.

ຕອນເຊົ້າມື້ຕໍ່ມາ, ທ້າວ ເກື່ອງ ໄດ້ອອກໄປພົບກັບ ທ້າວ ຫຸ່ງ ທີ່ຂ້າງຫ້ອງການຂອງ ທ້າວ ຫຸ່ງ, ທ້າວ ຫຸ່ງ ໄດ້ເອົາກະແຈເຮືອນ ແລະ ຊອກເອກະສານຊື້-ຂາຍເຮືອນປອມ ພ້ອມທັງແນະນຳໃຫ້ ທ້າວ ເກື່ອງ ເຊັນຊື່ໃສ່ເບື້ອງຜູ້ຊື້; ຈາກນັ້ນ, ທ້າວ ຫຸ່ງ ໄດ້ຈັບເອົາເອກະສານເຂົ້າໄປໃນຫ້ອງການພ້ອມທັງເອົາເອກະສານເກັບເງິນ 3 ສະບັບ ເຊິ່ງມີກາຈ້ຳສີແດງຂອງບໍລິສັດຂາຍເຮືອນ, ມີເນື້ອໃນຂອງໃບເກັບເງິນທັງສາມໃບແມ່ນອອກຊື່ ທ້າວ ທິ້ງເກື່ອງ ໄດ້ມອບເງິນຊື້ເຮືອນເປັນເງິນຈຳນວນ 1,9 ຕື້ດົ່ງ; ຈາກນັ້ນ, ທ້າວ ເກື່ອງ ຮັບເອົາຊອງເອກະສານປອມນັ້ນ ແລ້ວແນະນຳທັງສອງຜົວ-ເມຍນັ້ນໄປເບິ່ງເຮືອນ.

ຫຼັງຈາກທີ່ໄປເບິ່ງແລ້ວ ທັງສອງຜົວ-ເມຍ ແມ່ນຕົກລົງຊື້ໃນລາຄາ 800 ລ້ານດົ່ງ ແລະ ສະເໜີໃຫ້ ທ້າວ ເກື່ອງ ໄປເຮັດໃບມອບ-ໂອນ ແລະ ຊື້-ຂາຍໃຫ້ສຳເລັດ. ວັນທີ 29 ກໍລະກົດ 2013, ທ້າວ ເກື່ອງ ໄດ້ໄປທີ່ຫ້ອງການຄຸ້ມຄອງເຂດ ເພື່ອເຊັນເອກະສານມອບ-ໂອນ ແລະ ຊື້-ຂາຍເຮືອນດັ່ງກ່າວ ໂດຍມອບສິດນຳໃຊ້ເຮືອນທັງໝົດໃຫ້ທັງສອງຜົວ-ເມຍ ທ້າວ ຫຶງ ແລະ ນາງ ຈ້າງ ທັງໝົດ ແລະ ຍັງຂຽນໃສ່ບ່ອນໝາຍເຫດອີກວ່າ ໄດ້ຂາຍ ແລະ ມອບເງິນກັນເປັນທີ່ຮຽບຮ້ອຍ ລວມເປັນເງິນ 800 ລ້ານດົ່ງ.

ຈາກນັ້ນຫຼາຍມື້ຕໍ່ມາ, ທ້າວ ເກື່ອງ ໄດ້ໂທຖາມຜູ້ຊື້ເຮືອນວ່າ: ໄດ້ໄປຢູ່ບໍ່ ຖ້າຍັງບໍ່ຈຳເປັນໃຊ້ເຮືອນ ຕົນອາສາເຊົ່າໂດຍວາງຄ່າເຊົ່າໃຫ້ 3 ລ້ານດົ່ງຕໍ່ເດືອນ, ຍ້ອນເຫັນວ່າຕົນເອງກໍບໍ່ທັນໄດ້ຍ້າຍໄປຢູ່ ຈຶ່ງຕົກລົງໃຫ້ ທ້າວ ເກື່ອງ ເຊົ່າຕໍ່ອີກໃນລາຄາທີ່ຕົກລົງກັນນັ້ນ.

ມາຮອດປະມານເດືືອນພະຈິກ 2013, ທັງສອງຜົວ-ເມຍ ໄດ້ອອກໄປກວດເບິ່ງຫ້ອງທີ່ຕົນຊື້ ຈຶ່ງຮູ້ວ່າເຮືອນດັ່ງກ່າວແມ່ນ ຂອງ ນາງ ຫງວຽນທິ ມາຍ ເຊິ່ງໝາຍຄວາມວ່າພວກຕົນຕົກເປັນເຫຍື່ອຂອງແກ້ງຕົ້ມຕຸນແລ້ວ, ຈາກນັ້ນໄດ້ໂທລະສັບຫາ ທ້າວ ເກື່ອງ ຜູ້ກ່ຽວກໍໄດ້ອະທິບາຍວ່າ ເຮືອນຫຼັງດັ່ງກ່າວບໍ່ແມ່ນຂອງຕົນເອກະສານປອມທັງໝົດ ແມ່ນທ້າວ ຫຸ່ງ ເປັນຜູ້ສ້າງຂຶ້ນມາ. ຕໍ່ມາ, ທາງຜູ້ເສຍຫາຍຈຶ່ງໄດ້ເຂົ້າແຈ້ງຕໍ່ເຈົ້າໜ້າທີ່ ເມື່ອມີການຕິດຕາມເປົ້າໝາຍທັງສອງ ກໍປະກົດວ່າ: ພວກກ່ຽວໄດ້ພ້ອມກັນເອົາຕົວຫຼົບໜີແລ້ວ.

ສ່ວນທ້າວ ເຈິ່ນຫວຽດຫຸ່ງ ຍ້ອນວ່າຜູ້ກ່ຽວໄດ້ເອົາຕົວຫຼົບໜີ; ສະນັ້ນ, ເຈົ້າໜ້າທີ່ຕຳຫຼວດອົງການສືບສວນ-ສອບສວນ ຈຶ່ງໄດ້ອອກແຈ້ງຈັບຕົວຕໍ່ກັບຜູ້ກ່ຽວ, ພ້ອມທັງແຍກການສຳນວນຄະດີອອກ ເມື່ອສາມາດຈັບກຸມຕົວຜູ້ກ່ຽວໄດ້ ຈຶ່ງຈະນຳມາດຳເນີນຕໍ່ຕາມລະບຽບກົດໝາຍ.

ນອກຈາກການດຳເນີນວຽກຊື້-ຂາຍເຮືອນໃຫ້ເຊົ່າ CT5B ທີ່ເຂດພັດທະນາວັນເຄ້, ເຂດຮ່າດົ້ງ, ນະຄອນຫຼວງຮ່າໂນ້ຍ ແລ້ວ, ທ້າວ ເຈິ່ນຫວຽດຫຸ່ງ ກໍຍັງໄດ້ກໍ່ເຫດທີ່ມີລັກສະນະດຽວກັນນີ້ ກັບຜູ້ເສຍຫາຍອີກຄົນໜຶ່ງທີ່ແຂວງບັກນິ້ງ.

ທ້າວ ເຈິ່ນ ຫວຽດຫຸ່ງ
ນັກຕົ້ມຕຸນ ທີ່ເປັນອະດີດພະນັກງານທະນາຄານ

ດ້ວຍຮູບແບບການຕົ້ມຕຸນຄັ້ງນີ້, ທ້າວ ຫຸ່ງ ໄດ້ປຶກສາຫາລືກັບ ທ້າວ ຫງວຽນແທ່ງຈຸ້ງ ອາຍຸ 37 ປີ ຢູ່ເຂດເຈື້ອງໝີ ນະຄອນຫຼວງຮ່າໂນ້ຍ, ທັງສອງໄດ້ຂຶ້ນແຜນການໄປເຊົ່າເຮືອນ, ຫຼັງຈາກນັ້ນແມ່ນປະກອບເອກະສານປອມ ເພື່ອຫຼັງຈາກເຊົ່າໄດ້ແມ່ນຈະຂາຍອອກແບບເກົ່າ. ຜ່ານການຕົກລົງກັນ, ທ້າວ ຫຸ່ງ ແມ່ນຈະຮັບຜິດຊອບເລື່ອງປອມເອກະສານເພື່ອຂາຍເຮືອນ ສ່ວນທ້າວ ຈຸ້ງ ແມ່ນຮັບຜິດຊອບເອກະສານຢັ້ງຢືນເຮືອນຫຼັງດັ່ງກ່າວວ່າແມ່ນຂອງຕົນຕາມການຕົກລົງກັນ ຫຼັງຈາກໄດ້ຂາຍແລ້ວແມ່ນຈະເອົາເງິນມາປັນກັນ.

ເມື່ອໄດ້ໂອກາດ, ພວກກ່ຽວກໍເລີ່ມເຄື່ອນໄຫວຕາມແຜນການ. ໃນເດືອນມິຖຸນາ 2013 ທ້າວ ເຈິ່ນຫວຽດຫຸ່ງ ໄດ້ຊອກຫາເລາະຖາມເຊົ່າເຮືອນ ເຊິ່ງຊອກໄດ້ທີ່ເຂດພັດທະນາຮວ່າງມາຍ ເຮືອນຫຼັງດັ່ງກ່າວ ແມ່ນນາງ ບຸ່ຍທິມີ້ ເປັນເຈົ້າຂອງ ຍ້ອນມີການສ້າງສຳເລັດ ແລະ ຕ້ອງການໃຫ້ຄົນມາເຊົ່າ; ດັ່ງນັ້ນ, ຈຶ່ງມອບສິດໃຫ້ ທ້າວ ເຈິ່ນດຶກແທ່ງ ຄຸ້ມຄອງ ແລະ ຮັບຜິດຊອບການໃຫ້ຄົນມາເຊົ່າ. ພວກກ່ຽວໄດ້ອ້າງເຫດຜົນວ່າ ຈະເຊົ່າເຮືອນດັ່ງກ່າວຢູ່ຊົ່ວຄາວ, ດັ່ງນັ້ນ, ທ້າວ ຫຸ່ງ ຈຶ່ງໄດ້ພົບກັບ ທ້າວ ແທ່ງ ຕົກລົງກັນເລື່ອງການໃຫ້ເຊົ່າ ດ້ວຍລາຄາ 6 ລ້ານດົ່ງຕໍ່ເດືອນ; ທ້າວ ຫຸ່ງ ແນະນຳໃຫ້ ທ້າວ ແທ່ງ ພາໄປເບິ່ງຫ້ອງດັ່ງກ່າວ ພ້ອມທັງຂໍເບິ່ງເອກະສານທີ່ກ່ຽວຂ້ອງຂອງເຮືອນທັງໝົດ ຈາກນັ້ນກໍຫາໂອກາດກັອບປີ້ເອົາເອກະສານນັ້ນ ເພື່ອນຳໄປມອບໃຫ້ ທ້າວ ຈຸ້ງ ກຽມປະກອບເຮັດເອກະສານປອມ.

ຂໍ້ມູນທີ່ໄດ້ຈາກເອກະສານທີ່ກັອບປີ້ມານັ້ນ ທ້າວ ຈຸ້ງ ໄດ້ປະກອບເປັນຊຸດເອກະສານປອມ ໃນນັ້ນລວມມີໃບສັນຍາຊື້-ຂາຍ, ໃບທະບຽນເຮືອນ, ໃບມອບ-ໂອນເຮືອນຫຼັງຊື້-ຂາຍກັນແລ້ວ ແລະ ເອກະສານອື່ນທີ່ກ່ຽວຂ້ອງ. ເອກະສານດັ່ງກ່າວ ແມ່ນໃສ່ຊື່ ທ້າວ ເຈິ່ນຫວຽດຫຸ່ງ, ຈາກນັ້ນ ປະກາດຂາຍເຮືອນໃຫ້ ທ້າວ ເຈິ່ນດຶກວັນ ດ້ວຍລາຄາ 800 ລ້ານດົ່ງ, ຫຼັງຈາກທ້າວ ວັນ ໄດ້ຕົກລົງຊື້ແລ້ວ ທ້າວ ຫຸ່ງ ໄດ້ໄປພົບ ທ້າວ ແທ່ງ ຂໍຕໍ່ເວລາເຊົ່າເຮືອນຫຼັງດັ່ງກ່າວອອກໄປອີກ ເພື່ອບໍ່ໃຫ້ຜູ້ຊື້ຕໍ່ຈາກຕົນສົງໄສ.

ມາປີ 2014, ຫຼັງຈາກກໍ່ເຫດແລ້ວ ໄດ້ເອົາຕົວຫຼົບໜີ ຈົນເປັນເວລາຫຼາຍເດືອນ ເມື່ອຕົນເອງໂທລະສັບຫາຜູ້ກ່ຽວ ປະກົດວ່າບໍ່ມີສັນຍານ ຈຶ່ງຮູ້ວ່າຕົນຖືກຫຼອກໃຫ້ຊື້ເຮືອນທີ່ບໍ່ແມ່ນຂອງຜູ້ກ່ຽວແທ້, ຈາກນັ້ນ ໄດ້ເຂົ້າແຈ້ງຄວາມ ຈຶ່ງຮູ້ອີກວ່າ ເປົ້າໝາຍດັ່ງກ່າວ ກຳລັງຖືກເຈົ້າໜ້າທີ່ອອກຄຳສັ່ງຕິດຕາມຈັບຕົວ ແລະ ກຳລັງຢູ່ໃນໄລຍະຊອກຈັບຕົວມາດຳເນີນຄະດີ.

ປີ 2014 ຫຼັງຈາກທີ່ ທ້າວ ຫຸ່ງ ໄດ້ເອົາຕົວຫຼົບໜີໄປທີ່ນະຄອນໂຮ່ຈິມິນ ຍ້ອນຫຼົບໜີການຈັບຕົວຂອງເຈົ້າໜ້າທີ່ໃນຂໍ້ຫາຕົ້ມຕຸນຊັບຂອງພົນລະເມືອງ, ຜູ້ກ່ຽວແມ່ນຍັງສືບຕໍ່ພົວພັນກັບກຸ່ມນັກເລງອັນທະພານ ໂດຍສະເພາະແມ່ນເຂົ້າພົວພັນກັບກຸ່ມເຄື່ອນໄຫວຕົ້ມຕຸນຊັບຜ່ານສື່ອອນລາຍເຟສບຸກ ຮູບການຕົ້ມຕຸນຜ່ານສື່ອອນລາຍດັ່ງກ່າວ ແມ່ນມີເປົ້າໝາຍແນໃສ່ຄົນຫວຽດນາມ ຜູ້ທີ່ມີອາຍຸໃນລະຫວ່າງເຄິ່ງຄົນທີ່ນຳໃຊ້ສື່ອອນລາຍບໍ່ທັນເກັ່ງ ເພື່ອສະດວກໃຫ້ກັບການຕົ້ມຕຸນເອົາຊັບສິນໄດ້ງ່າຍ.

ໄລຍະທີ່ຜູ້ກ່ຽວໜີໄປຢູ່ນະຄອນໂຮ່ຈິມິນນັ້ນ, ຜູ້ກ່ຽວໄດ້ພົບກັບ ນາງ ເລ້ທິມາຍ ທັງສອງໄດ້ຮັກມັກ ແລະ ຢູ່ນຳກັນຄືກັບຜົວ-ເມຍ; ເພື່ອມີເງິນລ້ຽງຊີບໃນແຕ່ລະມື້ ທັງສອງໄດ້ເຂົ້າຫາ ນາງ ຫງວຽນທິຫງັອກຕວຽດ ອາຍຸ 26 ປີ ຖິ່ນກຳເນີດແມ່ນແຂວງເຫງະອານ ແລະ ໄດ້ຮັບການແນະນຳຈາກ ນາງ ຕວຽດ ໃຫ້ເຂົ້າກຸ່ມເຄື່ອນໄຫວຕົ້ມຕຸນທີ່ເປັນຊາວຕ່າງປະເທດ ມີສັນຊາດໄນຈີເຣຍ ກຸ່ມຄົນຕ່າງປະເທດເຫຼົ່ານີ້ແມ່ນຈະເຄື່ອນໄຫວຕົ້ມຕຸນເອົາຊັບສິນຂອງບັນດາສາວແກ່ທີ່ເປັນຄົນຫວຽດນາມ ທີ່ນິຍົມຜູ້ຊາຍຕ່າງປະເທດເທິງສື່ອອນລາຍເຟສບຸກ. ພວກເຂົາຈະຄົ້ນຫາຜູ້ຍິງທີ່ມີຖານະ ເພື່ອເພີ່ມເພື່ອນເຂົ້າໃນກຸ່ມ ແລ້ວຈະສ້າງຄວາມລື້ງເຄີຍດ້ວຍຮູບການຕ່າງໆໂດຍການແຊັດຖາມ ແລະອື່ນໆ, ເມື່ອມີໂອກາດພວກເຂົາຈະເຮັດໃຫ້ຝ່າຍທີ່ຕົກເປັນເຫຍື່ອຕາຍໃຈດ້ວຍຫຼາຍຮູບການ; ສ່ວນຫຼາຍພວກເຂົາຈະນຳໃຊ້ຮູບແບບທຳທ່າສົ່ງຂອງຂວັນ ຫຼື ເຄື່ອງຂອງມີຄ່າມາໃຫ້ຜ່ານໄປສະນີ ຫຼື ຜ່ານສາຍການບິນຕ່າງໆ, ພວກເຂົາຈັດຕັ້ງກັນເປັນກຸ່ມຄືດັ່ງວ່າມີການສົ່ງສິ່ງຂອງນັ້ນແທ້; ຈາກນັ້ນ, ພວກເຂົາຈະແນະນຳໃຫ້ໂອນເງິນຈ່າຍຄ່າທຳນຽມເຄື່ອງກ່ອນ ແລ້ວໄປຮັບເອົາເຄື່ອງຕາມສະ ຖານທີ່-ທີ່ພວກເຂົາໄດ້ກຳນົດໄວ້.

ຫຼັງຈາກຝ່າຍຄົນຕ່າງປະເທດເຮັດໜ້າທີ່ສຳເລັດແລ້ວ, ກໍເປັນໜ້າທີ່ຂອງກຸ່ມເຄື່ອນໄຫວຂອງຄົນຫວຽດນາມ ໂດຍແຕ່ລະຄັ້ງ ຫຼັງຈາກໄດ້ຮັບຂໍ້ມູນຂອງເຫຍື່ອທັງໝົດແລ້ວ ນາງ ຕວຽດ ຈະຮິບໂຮມລາຍຊື່, ເບີໂທລະສັບຂອງເຫຍື່ອ; ຈາກນັ້ນ, ແມ່ນສົ່ງຕໍ່ໃຫ້ສອງຜົວ-ເມຍ ທ້າວ ຫຸ່ງ ແລະ ນາງ ມາຍ ເພາະພວກເຂົາໄດ້ມອບໃຫ້ທັງສອງເຮັດໜ້າທີ່ຕົວະເປັນຕາງໜ້າບໍລິສັດຂົນສົ່ງດ່ວນ ຫຼື ພະນັກງານພາສີອາກອນ ຫຼື ພະນັກງານໃດໜຶ່ງທີ່ກ່ຽວຂ້ອງກັບການລົງມືຕົ້ມຕຸນຂອງພວກເຂົາ; ຈາກນັ້ນ, ທັງສອງຈະເຮັດໜ້າທີ່ໂທລະສັບໄປຫາເບີໂທທີ່ໄດ້ຮັບ ໂດຍບອກວ່າເຄື່ອງທີ່ຝາກມານັ້ນ ແມ່ນມາຮອດຫວຽດນາມແລ້ວ. ຈາກນັ້ນ, ຈະແນະນຳໃຫ້ຜູ້ຈະຮັບເອົາເຄື່ອງໂອນເງິນເຂົ້າຕາມເລກບັນຊີທີ່ພວກເຂົາສົ່ງໃຫ້ ແລະ ພວກເຂົາຈະໃຊ້ຮູບແບບການປັບໃໝໂດຍເວົ້າວ່າ ຕ້ອງໄດ້ຈ່າຍເງິນປັບໃໝໃຫ້ກັບພາສີສະໜາມບິນ ເພາະເຄື່ອງທີ່ຝາກມາມີລາຄາສູງ ຫຼື ມີນ້ຳໜັກເກີນ ແລະອື່ນໆ.

ໂສມໜ້າກຸ່ມເຄື່ອນໄຫວຕົ້ມຕຸນຊັບ

ຍ້ອນຜູ້ກ່ຽວເຄີຍເຮັດວຽກເປັນພະນັກງານຂອງທະນາຄານມາກ່ອນ. ດັ່ງນັ້ນ, ຈຶ່ງບໍ່ມີບັນຫາກ່ຽວກັບການເປີດບັນຊີ ໂດຍໄດ້ສົມທົບກັບ ທ້າວ ຍັອກ, ແທ່ງ ແລະ ທ້າວ ຫາຍ ເປັນເຄື່ອງມືໃນການເປີດບັນຊີ ເຊິ່ງນຳໃຊ້ບັດປະຈຳຕົວປະຊາຊົນປອມ ໄປເປີດບັນຊີໃນທະນາຄານ ແລ້ວນຳເລກບັນຊີເຫຼົ່ານັ້ນ ສົ່ງໃຫ້ເປົ້າໝາຍທີ່ຫຼອກໃຫ້ຫຼົງເຊື່ອນັ້ນ ເພື່ອໂອນເງິນເຂົ້າ, ຫຼັງຈາກທີ່ຮູ້ວ່າມີເງິນພວກເຂົາຈະໄປຖອນເອົາເງິນທັງໝົດອອກມາ ແລ້ວມອບໃຫ້ ນາງ ຕວຽດ ເພື່ອຈະໄດ້ໂອນເງິນຕໍ່ໃຫ້ຜູ້ທີ່ເປັນຫົວໂປ່ໂຕການຊາວໄນຈີເຣຍ ລວມເງິນທີ່ພວກເຂົາໄດ້ຈາກຮູບແບບການຕົ້ມຕຸນແບບດຽວກັນນີ້ ເກືອບ 4 ຕື້ດົ່ງ ໃນຜູ້ເສຍຫາຍ 50 ຄົນ, ເມື່ອໂອນເງິນໄປແລ້ວ ພວກເຂົາຈະໄດ້ຮັບສ່ວນແບ່ງຈາກຜູ້ທີ່ເປັນຫົວໜ້າໃຫຍ່ ເຊິ່ງພວກເຂົາໄດ້ເງິນເປີເຊັນຄືນແມ່ນປະມານ 400 ລ້ານກວ່າດົ່ງ.

ນັກຕົ້ມຕຸນເຊົ່າເຮືອນ

ຕົກມາຮອດເດືອນເມສາ 2016, ເຈົ້າໜ້າທີ່ກອງບັນຊາການຕຳຫຼວດນະຄອນໂຮ່ຈິມິນ ກໍສາມາດມ້າງກຸ່ມແກ້ງເຄື່ອນໄຫວຕົ້ມຕຸນທີ່ມີການຈັດຕັ້ງກັນເປັນຂະບວນການນີ້ໄດ້ທັງໝົດ ໃນນັ້ນລວມທັງເປົ້າໝາຍທີ່ເປັນຊາວຕ່າງປະເທດ. ເຈົ້າໜ້າທີ່ຫ້ອງຕໍາຫຼວດເສດຖະກິດ ກອງບັນຊາການຕຳຫຼວດນະຄອນຮ່າໂນ້ຍ ໄດ້ນຳຕົວ ທ້າວ ຫຸ່ງ ມາສອບສວນກ່ຽວກັບ ການຕົ້ມຕຸນຂາຍເຮືອນທັງສອງກໍລະນີ ພ້ອມທັງປະກອບສຳນວນສົ່ງຟ້ອງສານຕັດສິນຕາມລະບຽບກົດໝາຍ.

ສະເພາະ ທ້າວ ຫຸ່ງ ສານປະຊາຊົນນະຄອນຮ່າໂນ້ຍ ໄດ້ນຳເອົາສຳນວນຄະດີຂຶ້ນມາພິຈາລະນາ ແລະ ຕັດສິນ; ສານໄດ້ຕົກລົງຕັດສິນຕັດອິດສະຫຼະພາບຜູ້ກ່ຽວ 14 ປີ ພ້ອມໃຊ້ຄືນຄ່າເສຍຫາຍທາງແພ່ງ 784 ລ້ານດົ່ງ ຕາມການໃຫ້ການຂອງເປົ້າໝາຍ ທິ້ງເກື່ອງ ລາຍງານໃນເບື້ອງຕົ້ນ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ