ຕາງໜ້າມອບໂດຍ ທ່ານ ໂອຊັອງຊູ ຫົວໜ້າອົງການ KOICA ສ.ເກົາຫຼີ ປະຈໍາ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ຮສ ປອ ບຸນເລີດ ແສງສຸລິນ ຮັກສາການຄະນະບໍດີ ຄະນະອັກສອນສາດ

ອົງການ KOICA ສ.ເກົາຫຼີ ປະຈໍາ ສປປ ລາວ ໄດ້ມອບອຸປະກອນການຮຽນ-ການສອນ ໃຫ້ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ມູນຄ່າ 254.000.000 ກີບ ໃນວັນທີ 27 ກຸມພາ 2019, ຕາງໜ້າມອບໂດຍ ທ່ານ ໂອຊັອງຊູ ຫົວໜ້າອົງການ KOICA ສ.ເກົາຫຼີ ປະຈໍາ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ຮສ ປອ ບຸນເລີດ ແສງສຸລິນ ຮັກສາການຄະນະບໍດີ ຄະນະອັກສອນສາດ, ເຂົ້າຮ່ວມເປັນສັກຂີພະຍານມີ ທ່ານ ສຈ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ເຂົ້າຮ່ວມເປັນສັກຂີພະຍານມີ ທ່ານ ສຈ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ

ທ່ານ ໂອຊັອງຊູ ກ່າວວ່າ:

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ ໂຕະນັກຮຽນສໍາລັບ 2 ຄົນ ຈໍານວນ 50 ໜ່ວຍ, ໂຕະນັກຮຽນ ແລະ ອາຈານ ສໍາລັບ 1 ຄົນ ຈໍານວນ 8 ໜ່ວຍ, ຕັ່ງນັກຮຽນ ຈໍານວນ 103 ໜ່ວຍ, ຕັ່ງອາຈານ ຈໍານວນ 3 ໜ່ວຍ, ເຄື່ອງສາຍໂປຣເຈັກເຕີ ຈໍານວນ 3 ເຄື່ອງ, ໂນດບຸກ 2 ເຄື່ອງ, ຈັກປິ່ນເຕີ 1 ເຄື່ອງ ແລະ ເຄື່ອງສ້າງແບບຈໍາລອງຂອງເຄືອຄ່າຍ ໃນການຄຸ້ມຄອງການສຶກສາແບບທັນສະໄໝ ຈໍານວນ 10 ເຄື່ອງ.

ທັງໝົດນີ້ ກໍເພື່ອຊຸກຍູ້ການຮຽນ-ການສອນຂອງ ມະຫາວິທະຍາໄລແຫ່ງຊາດ ກໍຄື ຄະນະອັກສອນສາດ ໃຫ້ມີຄຸນນະພາບ ແລະ ທັນສະໄໝສູງຂຶ້ນກວ່າເກົ່າ.

ອົງການ KOICA ສ.ເກົາຫຼີ ປະຈໍາ ສປປ ລາວ – ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ

ທ່ານ ຮສ ປອ ບຸນເລີດ ແສງສຸລິນ ໄດ້ມອບໃບກຽດຕິຄຸນ ແລະ ກ່າວສະແດງຄວາມຂອບໃຈຕໍ່ອົງການ KOICA ສ.ເກົາຫຼີ ປະຈໍາ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອຄັ້ງນີ້ ເຊິ່ງບັນດາເຄື່ອງດັ່ງກ່າວ ແມ່ນຈະນໍາໃຊ້ເຂົ້າໃນການຮຽນ-ການສອນຂອງ ພາກວິຊາພາສາເກົາຫຼີ ຄະນະອັກສອນສາດ ໃຫ້ໄດ້ຮັບປະສິດທິຜົນສູງສຸດ, ພ້ອມທັງອວຍພອນໄຊໃຫ້ຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານ.