ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາຫ້ອງວ່າການ ກະຊວງ ປກສ ທຸກຂັ້ນ ຍົກສູງຄຸນນະພາບວຽກງານວິຊາສະເພາະ

ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາຫ້ອງວ່າການ ກະຊວງ ປກສ ທຸກຂັ້ນ ຍົກສູງຄຸນນະພາບວຽກງານວິຊາສະເພາະ ເຊັ່ນ:

ວຽກງານຄົ້ນຄວ້າ ແລະ ສ້າງແຜນການ, ຈັດຕັ້ງປະຕິບັດແຜນການ, ການສະຫຼຸບຖອດຖອນບົດຮຽນ ແລະ ການເປັນເສນາທິການ ຮັບໃຊ້ທາງດ້ານເນື້ອໃນ ແລະ ການປະສານງານບໍລິຫານ ໃຫ້ເປັນລະບົບ ແລະ ຕໍ່ເນື່ອງ ໃນຂອບເຂດທົ່ວປະເທດ.

ການຊີ້ນຳຄັ້ງນີ້, ມີຂຶ້ນໃນໂອກາດທີ່ທ່ານໄດ້ເຂົ້າຮ່ວມ ກອງປະຊຸມສະຫຼຸບວຽກງານຫ້ອງການ ປ້ອງກັນຄວາມສະຫງົບ ທົ່ວປະເທດ ປະຈໍາ ປີ 2018 ແລະ ທິດທາງແຜນການ ປີ 2019 ຂອງ ຫ້ອງວ່າການ ກະຊວງ ປກສ ທີ່ຈັດຂຶ້ນໃນວັນທີ 25-27 ກຸມພາ 2019 ວ່າ:

ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ນັບທັງຂັ້ນສູນກາງ ລົງຮອດທ້ອງຖິ່ນ ທີ່ຮັບຜິດຊອບຊີ້ນໍາວຽກງານຫ້ອງການ

ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ນັບທັງຂັ້ນສູນກາງ ລົງຮອດທ້ອງຖິ່ນ ທີ່ຮັບຜິດຊອບຊີ້ນໍາວຽກງານຫ້ອງການ ຕ້ອງເປັນເຈົ້າການນໍາເອົາແຜນງານໂຄງການອັນລະອຽດຂອງຂັ້ນເທິງ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃສ່ທຸກຂົງເຂດວຽກງານ ຢ່າງມີປະສິດທິຜົນ, ລົງຊີ້ນໍາຕົວຈິງໃຫ້ແທດເຖິງ ແລະ ກວດກາເປັນປະຈໍາ;

ເປັນຕົ້ນແມ່ນ ວຽກງານເສນາທິການ, ສ່ອງແສງລາຍງານ ແລະ ປະສານງານ ຕ້ອງຮູ້ໄດ້ ແລະ ສັງລວມວຽກງານຢູ່ແຕ່ລະຂັ້ນໃຫ້ຄົບຖ້ວນ, ຊັດເຈນ, ວ່ອງໄວ, ສະເໜີຂັ້ນເທິງຊີ້ນໍາ, ປະຕິບັດລະບອບສ່ອງແສງລາຍງານ ເປັນປົກກະຕິທັນເວລາຕາມການກຳນົດ, ຕ້ອງຍົກສູງພາລະບົດບາດໃນການຄົ້ນຄວ້າສັງລວມ, ເກັບກຳ, ວິເຄາະ, ວິໄຈຂ່າວ, ຕີລາຄາສັງລວມບັນດາຂໍ້ມູນຂ່າວສານຕ່າງໆ ຢ່າງລວມສູນ ໃນທຸກຂົງເຂດວຽກງານທີ່ພົວພັນເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ວຽກງານເສນາທິການ, ສ່ອງແສງລາຍງານ ແລະ ປະສານງານ ຕ້ອງຮູ້ໄດ້ ແລະ ສັງລວມວຽກງານຢູ່ແຕ່ລະຂັ້ນໃຫ້ຄົບຖ້ວນ, ຊັດເຈນ, ວ່ອງໄວ

ຄຽງຄູ່ກັນນັ້ນ, ວຽກງານເລຂານຸການ ແລະ ປະສານງານ ກໍຕ້ອງຍົກສູງພາລະບົດບາດໜ້າທີ່ເລຂານຸການ ໃຫ້ແກ່ການນໍາແຕ່ລະຂັ້ນ ກ່ຽວກັບ ການຄົ້ນຄິດ ແລະ ການແຕ່ງ, ຂຽນເອກະສານ ແລະ ອຳນວຍຄວາມສະດວກ ໃນການເຄື່ອນໄຫວຂອງ ຄະນະພັກ-ຄະນະນໍາແຕ່ລະຂັ້ນ;

ເປັນເຈົ້າການຊ່ວຍໃນການຄົ້ນຄວ້າກວດກາຄວາມຖືກຕ້ອງບັນດາເອກະສານ, ນິຕິກຳ ສັງລວມບັນດາເອກະສານຂຽນ ແລະ ຮຽບຮຽງບົດຕ່າງໆຮັບປະກັນເອກະສານເຂົ້າ-ອອກທີ່ ຕ້ອງມີລະບຽບການສະເພາະ ເປັນຕົ້ນແມ່ນ ການຮັກສາຄວາມລັບເອກະສານບໍ່ໃຫ້ຕົກເຮ່ຍເສຍຫາຍ;

ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດແຜນການວຽກງານ ໃນແຕ່ລະໄລຍະ, ຊຸກຍູ້ບັນດາກົມກອງທ້ອງຖິ່ນ ກ່ຽວກັບ ການຈັດຕັ້ງປະຕິບັດແຜນຍຸດທະສາດຂອງ ກະຊວງ, ມະຕິ, ຄໍາສັ່ງແຈ້ງການ, ໜັງສືເຊີນ, ຄໍາແນະນໍາ ແລະອື່ນໆ ຕາມທິດຊີ້ນໍາຂອງຂັ້ນເທິງແຕ່ລະຂັ້ນ ໃຫ້ໄດ້ຮັບການຜັນຂະຫຍາຍປະຕິບັດມີຜົນສໍາເລັດຕາມຄາດໝາຍ.

ກອງປະຊຸມສະຫຼຸບວຽກງານຫ້ອງການ ປ້ອງກັນຄວາມສະຫງົບ ທົ່ວປະເທດ ປະຈໍາ ປີ 2018 ແລະ ທິດທາງແຜນການ ປີ 2019 ຂອງ ຫ້ອງວ່າການ ກະຊວງ ປກສ ທີ່ຈັດຂຶ້ນໃນວັນທີ 25-27 ກຸມພາ 2019

ໃນໄລຍະຜ່ານມາ, ຍັງເຫັນໄດ້ວ່າ: ຄະນະບັນຊາບາງກົມກອງທ້ອງຖິ່ນ ຍັງຖືເບົາ, ບໍ່ທັນເຫັນໄດ້ພາລະບົດບາດໜ້າທີ່ຄວາມສໍາຄັນຕໍ່ວຽກງານຫ້ອງການ, ວຽກງານເສນາທິການຮັບໃຊ້ການນໍາ ຈຶ່ງເຮັດໃຫ້ວຽກງານດັ່ງກ່າວບໍ່ໄດ້ຮັບການປັບປຸງດີເທົ່າທີ່ຄວນ ນັບທັງບຸກຄະລາກອນປະກອບສ່ວນຮັບຜິດຊອບວຽກງານຫ້ອງການ ແລະ ປັບປຸງຄຸນນະພາບຂອງວຽກງານດັ່ງກ່າວ;

ຄຽງຄູ່ກັບ ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບທີ່ເຮັດວຽກງານຫ້ອງການ ເຖິງວ່າໄດ້ເຮັດຫຼາຍ ແຕ່ປະສິດທິຜົນບໍ່ທັນສູງ, ເຮັດໃຫ້ພະນັກງານ-ນັກຮົບຈໍານວນໜຶ່ງເກີດມີແນວຄິດຫຍໍ້ທໍ້, ປຽບທຽບຊັ່ງຊາບໍ່ຢາກເຮັດວຽກງານຫ້ອງການ ແລະ ຂໍໂຍກຍ້າຍໄປເຮັດວຽກງານອື່ນທີ່ມີຜົນປະໂຫຍດ.