ໃນວັນທີ 9 ທັນວາ 2022, ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງ ຊູ (Jung Yung Soo) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ ເນື່ອງໃນໂອກາດທີ່ທ່ານມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດຄົນໃໝ່.

ທ່ານເອກອັກຄະລັດຖະທູດ ໄດ້ແຈ້ງຈຸດປະສົງການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ໃຫ້ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ໄດ້ຮັບຊາບ ເປັນຕົ້ນແມ່ນໄດ້ຮັບການແຕ່ງຕັ້ງຈາກລັດຖະບານ ສາທາລະນະລັດ ເກົາຫຼີ ໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດຄົນໃໝ່ ປະຈຳລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນລະຫວ່າງສອງລັດ ແລະ ປະຊາຊົນສອງຊາດ ລາວ-ເກົາຫຼີ ໂດຍສະເພາະແມ່ນການພົວພັນຮ່ວມມືກັບ ກະຊວງ ປກສ ລາວ ໃຫ້ເຂົ້າສູ່ລວງເລິກຍິ່ງໆຂຶ້ນ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ພົອ ວິໄລ ຫຼ້າຄໍາຟອງ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຈອງ ຢອງ ຊູ ທີ່ໄດ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດຄົນໃໝ່ ປະຈຳ ສປປ ລາວ ເຊິ່ງເປັນຂີດໝາຍອັນສຳຄັນໃນການພົວພັນສືບຕໍ່ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ໃນດ້ານວຽກງານຕ່າງໆລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະແມ່ນກຳລັງປ້ອງກັນຄວາມສະຫງົບລາວ ເຊັ່ນ: ການສືບຕໍ່ໂຄງການກໍ່ສ້າງໂຮງໝໍ 5 ເມສາ, ວຽກງານການກວດຄົນເຂົ້າ-ອອກເມືອງ, ວຽກງານຄຸ້ມຄອງຄົນຕ່າງປະເທດລະຫວ່າງ ລາວ-ເກົາຫຼີ ແລະ ວຽກງານສຳຄັນອື່ນໆໃນຕໍ່ໜ້າ ໃຫ້ໄດ້ຮັບໝາກຜົນສູງສຸດລະຫວ່າງສອງປະເທດ.

ໃນໂອກາດດັ່ງກ່າວນີ້, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ພ້ອມແລ້ວຈະນຳເອົາວຽກງານທີ່ໄດ້ປຶກສາຫາລືກັນຄັ້ງນີ້ ໄປສືບຕໍ່ຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບໝາກຜົນສູງສຸດ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!