ອົງການກວດສອບແຫ່ງລັດ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ (2 ທັນວາ 1975- 2022) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ໃນວັນທີ 8 ທັນວາ 2022, ປາຖະກະຖາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ, ມີຮອງປະທານ, ຫົວໜ້າ-ຮອງຫົວໜ້າກົມ, ພະແນກ ແລະ ພະນັກງານອົງການກວດສອບ ເຂົ້າຮ່ວມ.

ທ່ານ ວຽງທະວີສອນ ເທບພະຈັນ ໄດ້ຍົກໃຫ້ເຫັນມູນເຊື້ອ ວັນຊາດທີ 2 ທັນວາ 1975, ເປັນມື້ທີ່ປະຊາຊົນລາວທັງຊາດ ໄດ້ປະກາດຕໍ່ໂລກຮັບຮູ້ ວ່າ:

ນັບແຕ່ມື້ນີ້ເປັນຕົ້ນໄປ ປະຊາຊົນລາວທຸກໆເຜົ່າ, ທຸກຊົນຊັ້ນວັນນະ ແລະ ເພດໄວ ໄດ້ມີປະເທດທີ່ເປັນເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແລ້ວ, ປະຊາຊົນລາວທັງຊາດ ໄດ້ເປັນເຈົ້າປະເທດຊາດຢ່າງແທ້ຈິງ, ເປັນເຈົ້າປິຕຸພູມທີ່ແສນຮັກ ແລະ ຫວງແຫນຂອງຕົນ, ສຽງປະກາດອັນສະຫງ່າລາສີ ແລະ ສົມກຽດນັ້ນ, ເຮັດໃຫ້ຊາດລາວເປັນຊາດໜຶ່ງທີ່ມີກຽດສັກສີເທົ່າທຽມກັບຊາດອື່ນໆ ໃນອາຊີ ແລະ ໃນໂລກ.

ພວກເຮົາພ້ອມກັນສະຫຼອງ ວັນຊາດ ທີ 2 ທັນວາ ທຸກໆປີ ແມ່ນການສະຫຼອງວັນມະຫາໄຊ ອັນເຕັມໄປດ້ວຍຄວາມພາກພູມໃຈຂອງຄົນໃນຊາດ, ເຊິ່ງໄດ້ມາຈາກການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານຂອງບັນພະບູລຸດເຮົາ, ໄດ້ມາຈາກເລືອດ, ຢາດເຫື່ອ ແລະ ນໍ້າຕາຂອງນັກຮົບຜູ້ກ້າຫານ, ຈາກປະຊາຊົນລາວຜູ້ຮັກຊາດບັນດາເຜົ່າທີ່ໄດ້ຕໍ່ສູ້ດ້ວຍນໍ້າໃຈເສຍສະຫຼະ ຈຶ່ງໄດ້ນຳເອົາວັນນີ້ມາໃຫ້ຊາດ, ມາໃຫ້ປະຊາຊົນເຮົາ.

ມູນເຊື້ອອັນພິລະອາດຫານ ແລະ ຜົນງານຂອງອະດີດ ປະທານ ໄກສອນ ພົມວິຫານ ແລະ ຜົນງານອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງມີຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດ ແລະ ວິລະກຳຂອງວິລະບູລຸດໃນອະດີດທີ່ໄດ້ສ້າງຜົນງານອັນໃຫຍ່ຫຼວງ ໄວ້ຄຸນງາມຄວາມດີອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງພວກເຮົາ ເພື່ອຮໍ່າຮຽນເອົາຄຸນສົມບັດທັດສະນະປະຕິວັດ, ແບບແຜນໃນການນຳພາ, ແບບແຜນການດຳລົງຊີວິດ ແລະ ອຸດົມຄະຕິປະຕິວັດຂອງ ປະທານ ໄກສອນ ພົນວິຫານ, ພະນັກງານຫຼັກແຫຼ່ງຕ້ອງເສີມຂະຫຍາຍມູນເຊື້ອຮັກຊາດ, ມູນເຊື້ອຕໍ່ອັນອົງອາດກ້າຫານ ແລະ ມູນເຊື້ອສາມັກຄີພາຍໃນຊາດ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!