ການແຂ່ງຂັນກິລາປັນຈັກສີລັດ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຊວາງເກມ 2022 ໄດ້ຈັດການແຂ່ງຂັນໃນລະຫວ່າງວັນທີ 8-12 ທັນວາ 2022 ທີ່ໂຮງຮຽນພອນສະຫວັນ ແຂວງຊຽງຂວາງ, ຈົບການແຂ່ງຂັນວັນທີ 12 ທັນວາ 2022 ນັກກິລາ ກະຊວງ ປກສ ສາມາດຍາດໄດ້ 6 ຫຼຽນ. ໃນນີ້, 2 ຫຼຽນຄໍາ, 2 ຫຼຽນເງິນ ແລະ 2 ຫຼຽນທອງ.

ກິລາປັນຈັກສີລັດ ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 96 ຄົນ ຍິງ 26 ຄົນ ປະກອບມີ: ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພະລັງງານ ແລະ ບໍ່ແຮ່, ແຂວງຊຽງຂວາງ ເຈົ້າພາບ, ແຂວງວຽງຈັນ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງສາລະວັນ. ໃນນີ້, ມີການຊີງໄຊ ຈໍານວນ 20 ລາຍການ 20 ຫຼຽນຄໍາ, 20 ຫຼຽນເງິນ ແລະ 32 ຫຼຽນທອງ ລວມທັງໝົດ 72 ຫຼຽນ.

ສະເພາະນັກກິລາ ກະຊວງ ປກສ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ຈໍານວນ 4 ສະຫາຍ ມີ:

  • ຮທ ນາງ ມະນີສາ ວົງພັກດີ
  • ຮທ ນາງ ອໍລະໄທ ສູນທະວົງ
  • ຮທ ນາງ ຄໍາຫຼ້າ ວິໄລພອນ
  • ຮຕ ນາງ ມະນີວັນ ອິນທະລາ

ເຂົ້າຮ່ວມແຂ່ງຂັນ 6 ລາຍການ ຄື: ປະເພດຟ້ອນຄູ່, ຟ້ອມທີມ, ລຸ້ນຕໍ່ສູ້ 48 ກິໂລ, 51 ກິໂລ, 54 ກິໂລ ແລະ ລຸ້ນ 60 ກິໂລ.

ຜ່ານການແຂ່ງຂັນ ສາມາດຍາດໄດ້ດັ່ງນີ້:

  • 1 ຫຼຽນຄໍາ ປະເພດຕໍ່ສູ້ລຸ້ນ 60 ກິໂລ ໂດຍ ຮທ ນາງ ມະນີສາ ວົງພັກດີ
  • 1 ຫຼຽນຄໍາ ປະເພດຕໍ່ສູ້ລຸ້ນ 54 ກິໂລ ໂດຍ ຮທ ນາງ ອໍລະໄທ ສູນທະວົງ
  • 1 ຫຼຽນເງິນ ປະເພດຟ້ອນຄູ່ ໂດຍ ຮທ ນາງ ມະນີສາ ແລະ ຮທ ນາງ ອໍລະໄທ ສູນທະວົງ
  • 1 ຫຼຽນເງິນ ປະເພດຟ້ອນທີມ ໂດຍ ຮທ ນາງ ອໍລະໄທ ສູນທະວົງ, ຮທ ນາງ ຄໍາຫຼ້າ ວິໄລພອນ ແລະ ຮຕ ນາງ ມະນີວັນ ອິນທະລາ
  • 1 ຫຼຽນທອງ ປະເພດຕໍ່ສູ້ລຸ້ນ 51 ກິໂລ ໂດຍ ຮທ ນາງ ຄໍາຫຼ້າ ວິໄລພອນ
  • 1 ຫຼຽນທອງ ປະເພດຕໍ່ສູ້ 48 ກິໂລ ຮຕ ນາງ ມະນີວັນ ອິນທະລາ

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!