ຕອນເຊົ້າວັນທີ 12 ທັນວາ 2022, ຄະນະພັກ ອົງການປົກຄອງທຸກຂັ້ນ ຕະຫຼອດຮອດພໍ່-ແມ່ປະຊາຊົນບັນດາເຜົ່າ ທົ່ວແຂວງຊຽງຂວາງ ໄດ້ຈັດພິທີຂໍໄຟສັກສິດຈາກວັດສັນຕິພາບ ໂພນສະຫວັນ ເມືອງແປກ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ 2022 ທີ່ຈະຈັດຂຶ້ນຢ່າງເປັນທາງການ ໃນວັນທີ 13-22 ທັນວາ 2022 ເຊິ່ງໄດ້ແລ່ນທວນໄຟດັ່ງກ່າວ ຈາກວັດສູ່ສະໜາມກິລາໄຫຫີນ ບ້ານຄັງໜອງຫຼວງ ເມືອງແປກ.

ໃນພິທີ, ທ່ານ ພຸດ ສີມມະລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນຈັນ ສີວົງພັນ ເຈົ້າເເຂວງຊຽງຂວາງ, ການນໍາກະຊວງສຶກສາທິການ ແລະ ກິລາ, ການນໍາຈາກເເຂວງຕ່າງໆໃນທົ່ວປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

+ ທ່ານ ກົງທະນູ ອຸ່ນສະຫວັນ ເຈົ້າເມືອງແປກ ລາຍງານວ່າ:

ທວນໄຟສັກສິດ ຈະກາຍເປັນສັນຍະລັກແຫ່ງຄວາມສາມັກຄີ-ມິດຕະພາບ ແລະ ຄວາມເປັນຈິດໜຶ່ງໃຈດຽວຂອງຄະນະນຳນັກກິລາ ຈາກບັນດາແຂວງໃນທົ່ວປະເທດ ພ້ອມກັນສ້າງໃຫ້ໄດ້ນັກກິລາທີ່ດີເດັ່ນ ໃນວົງການກິລາລາວ ແລະ ເຮັດໃຫ້ການແຂ່ງຂັນຄັ້ງນີ້ ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ວັດສັນຕິພາບ ໂພນສະຫວັນ ເປັນສະຖານທີ່ສັກສິດ, ເປັນປູສະນິຍະສະຖານມໍລະດົກວັດທະນະທຳອັນລ້ຳຄ່າ, ເປັນສູນລວມນໍ້າໃຈຂອງຊາວຊຽງຂວາງບັນດາເຜົ່າ ໂດຍສະເພາະ ຊາວເມືອງແປກ ມາແຕ່ບູຮານນະການ.