ໃນວັນທີ 11ທັນວາ 2022, ຜູ້ປະກອບການ ແລະ ບຸກຄົນ ໄດ້ມອບເງິນ ແລະ ນໍ້າດື່ມ ລວມມູນຄ່າ 9.500.000 ກີບ ເພື່ອຊຸກຍູ້ໃຫ້ທັບນັກກິລາ ກະຊວງ ປກສ ທີ່ເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 (ຊຽງຂວາງເກມ).

ໃນນີ້, ພົຈວ ບຸນລົດ ຄໍາແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ນໍາເອົານໍ້າດື່ມຈໍານວນ 40 ແພັກ ລວມມູນຄ່າ 3.000.000 ກີບ, ພັອ ສອນພະຈັນ ທໍາມະວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ 5.000.000 ກີບ, ທ່ານ ສິດປາກອນ ພົມມະວົງສາ ປະທານ ບໍລິສັດ ທີ່ປຶກສາກົດໝາຍອາໄພສັກສິດ ຈໍາກັດ ມອບເງິນ 1.500.000 ກີບ.

ຕາງໜ້າຮັບໂດຍ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ຮອງຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມທັບນັກກິລາ ກະຊວງປ້ອງກັນຄວາມສະຫງົບ ພ້ອມທັງກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງພາກສ່ວນ, ບຸກຄົນທີ່ໄດ້ໃຫ້ການອຸປະຖໍາຊຸກຍູ້ວັດຖຸ-ປັດໄຈເປັນເງິນ ແລະ ນໍ້າດື່ມໃນຄັ້ງນີ້ ແລະ ຈະນໍາເອົາເງິນ ພ້ອມດ້ວຍນໍ້າດື່ມທີ່ມາມອບໃຫ້ໃນຄັ້ງນີ້ ໄປປະກອບສ່ວນໃຫ້ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນ ມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 (ຊຽງຂວາງເກມ) ໃຫ້ໄດ້ຮັບໝາກຜົນສູງສຸດ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!