ໃນວັນທີ 9 ທັນວາ 2022, ຄະນະຊາວໜຸ່ມ ກົມໃຫຍ່ການເມືອງ ກະຊວງ ປກສ ນໍາໂດຍ ພັຕ ບົວໄລ ສີສຸລາດ ຮອງເລຂາຊາວໜຸ່ມ ກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມຄະນະ ໄດ້ເຂົ້າຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ.

ການເຂົ້າຢຽມຊົມຄັ້ງນີ້, ນາຍ ແລະ ພົນຕຳຫຼວດ ໄດ້ຮັບຟັງການບັນຍາຍກ່ຽວກັບ ປະຫວັດມູນເຊື້ອຂອງ ປະທານ ໄກສອນ ພົມວິຫານ ວ່າ:

ສໍາລັບພວກເຮົາທີ່ເປັນຊາວໜຸ່ມຮຸ່ນສືບທອດ ຈະພ້ອມກັນບຸກບືນຫ້າວຫັນຕັ້ງໜ້າຝຶກຝົນຫຼ່ໍຫຼອມ ແລະ ພັດທະນາຕົນເອງໃນທຸກດ້ານ ໃຫ້ສົມກັບເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ, ດັ່ງທີ່ ປະທານ ໄກສອນ ພົມວິຫານ ໄດ້ໃຫ້ຂະໜານນາມແກ່ ຊາວໜຸ່ມປະຊາຊົນ ປະຕິວັດລາວ ວ່າ

” ຊາວໜຸ່ມ ຈົ່ງກາຍເປັນນົກອິນຊີທີ່ບໍ່ຫວັ່ນໄຫວຕໍ່ພະຍຸລົມແດງ ເປັນສິນໄຊແຫ່ງຍຸກສະໄໝ “

ຊາວໜຸ່ມຂໍປະຕິຍານຕົນຕໍ່ ປະທານ ໄກສອນ ພົມວິຫານ ວ່າ ຈະສືບຕໍ່ສຶກສາຮ່ຳຮຽນເອົາຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດທີ່ ປະທານ ໄກສອນ ພົມວິຫານ ໄດ້ສ້າງໄວ້ໃຫ້ນັບມື້ນັບໜັກແໜ້ນເຂັ້ມແຂງ ແລະ ເປັນຜູ້ສືບທອດພາລະກິດປະຕິວັດຂອງພັກ, ຂອງຊາດ ດ້ວຍຄວາມຈົ່ງຮັກພັກດີ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!